Homeຂ່າວພາຍ​ໃນຜົນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 27 ພ້ອມບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆຢູ່ມາເລເຊຍ

ຜົນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 27 ພ້ອມບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆຢູ່ມາເລເຊຍ

Published on

12278911_452644151606037_9054311009670315131_n

ຂປລ. ໝາກຜົນທີ່ສຳຄັນໃນການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 27 ແລະ ກອງປະຊຸມສຸດຍອດອາຊຽນອື່ນໆທີ່ກ່ຽວຂ້ອງຢູ່ກົວລາ ລຳເປີ, ມາເລເຊຍ, ແຕ່ວັນທີ 20-22 ພະຈິກ 2015, ຂອງຄະນະຜູ້ແທນລາວ ນຳໂດຍ ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວມີຄື: 1) ໄດ້ປະກາດສ້າງຕັ້ງປະຊາຄົມອາຊຽນຢ່າງເປັນທາງການໃນວັນທີ 31 ທັນວາ 2015 ດ້ວຍການຮັບຮອງເອົາຖະແຫຼງການກົວລາລໍາເປີ2015 ວ່າດ້ວຍການສ້າງຕັ້ງປະຊາຄົມອາຊຽນ; 2) ໄດ້ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2025 ດ້ວຍການຮັບຮອງເອົາຖະແຫຼງການກົວລາ ລໍາເປີ ວ່າດ້ວຍ ອາຊຽນ 2025: ພ້ອມກັນກ້າວໄປຂ້າງໜ້າ;ວິໄສທັດ ປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດສໍາລັບ 3 ເສົາຄໍ້າປະຊາຄົມອາຊຽນ ເພື່ອເປັນທິດທາງໃຫ້ແກ່ການຮ່ວມມືຂອງອາຊຽນ ໃນໄລຍະ 10 ປີຕໍ່ໜ້າ.ພ້ອມກັນນີ້, ບັນດາຜູ້ນຳອາຊຽນ ກໍໄດ້ລົງນາມ ສົນທິສັນຍາອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ເພື່ອເພີ້ມທະວີການຮ່ວມມືໃນຂອບອາຊຽນໃນການຮັບມືກັບບັນຫາການຄ້າຂາຍມະນຸດຢູ່ພາກພື້ນ.
ສໍາລັບບັນດາກອງປະຊຸມສຸດຍອດອາຊຽນ ກັບ ບັນດາຄູ່ເຈລະຈາມີທັງໝົດ 9 ກອງປະຊຸມສຸດຍອດ ຄື: ກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 18, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 13, ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 18, ກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ ຄັ້ງທີ 3, ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 10, ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 18, ກອງປະຊຸມສຸດຍອດ ອາຊຽນ-ສ. ເກົາຫຼີ ຄັ້ງທີ 17, ກອງປະຊຸມສຸດຍອດ ອາຊຽນ-ສປຊ ຄັ້ງທີ 7 ແລະ ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ນິວຊີແລນ ຄົບຮອບ 40 ປີ. ໃນນັ້ນ, ຜົນກອງປະຊຸມທີ່ສຳຄັນແມ່ນ:
ກອງປະຊຸມສຸດຍອດອາຊຽນ-ຈີນໄດ້ເຫັນດີຈັດກອງປະະຊຸມສຸດຍອດສະເຫຼີມສະຫຼອງຄົບຮອບ 25 ປີການພົວພັນອາຊຽນ-ຈີນໃນປີ 2016 ທີ່ ສປ ຈີນ ແລະ ກຳນົດປີ 2016 ເປັນປີແລກປ່ຽນດ້ານການສຶກສາ ລະຫວ່າງ ອາຊຽນ ແລະ ສປ ຈີນ.
ກອງປະຊຸມອາຊຽນ-ສະຫະລັດ ໄດ້ເຫັນດີ: 1) ຍົກລະດັບການຮ່ວມມືອາຊຽນ-ສະຫະລັດຂຶ້ນເປັນຄູ່ຮ່ວມຍຸດທະສາດດ້ວຍການຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ ອາຊຽນ-ສະຫະລັດ ແລະ 2)ເຫັນດີຕໍ່ຂໍ້ສະເໜີຂອງສະຫະລັດໃນການຈັດກອງປະຊຸມສຸດຍອດອາຊຽນ-ສະຫະລັດສະໄໝພິເສດໃນຕົ້ນປີ 2016 ທີ່ສະຫະລັດອາເມລິກາ.
ກອງປະຊຸມສຸດຍອດອາຊີຕາເວັນອອກໄດ້ຮັບຮອງຫຼາຍເອກະສານທີ່ສຳຄັນຄື: 1) ຖະແຫຼງການກົວລາລຳເປີວ່າດ້ວຍການສ້າງຕັ້ງກອງປະຊຸມສຸດຍອດອາຊີຕາເວັນອອກຄົບຮອບ 10 ປີ (2005-2015) ແນໃສ່ເສີມຂະຫຍາຍຂອບການຮ່ວມມືດັ່ງກ່າວໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ; 2) ຖະແຫຼງການວ່າດ້ວຍການຕ້ານລັດທິຫົວຮຸນແຮງ; 3)ຖະແຫຼງການວ່າດ້ວຍຂະບວນການເດີນສາຍກາງຂອງໂລກ; 4)ຖະແຫຼງການວ່າດ້ວຍບັນຫາທີ່ກ່ຽວຂ້ອງກັບຄວາມໝັ້ນຄົງແລະການນຳໃຊ້ເຕັກໂນໂລຊີດ້ານຂໍ້ມູນແລະການສື່ສານ; 5) ຖະແຫຼງການວ່າດ້ວຍການຮັດແໜ້ນການຮ່ວມມືທາງທະເລໃນພາກພື້ນ;6)ຖະແຫຼງການວ່າດ້ວຍການຮັດແໜ້ນການຮ່ວມມືໃນພາກພື້ນກ່ຽວກັບຄວາມປອດໄພດ້ານສາທາລະສຸກທີ່ຕິດພັນກັບພະຍາດຕິດຕໍ່ທີ່ສາມາດລະບາດໃນວົງແຄບແລະວົງກວ້າງແລະ 7) ແຜນວຽກການກຳຈັດໄຂ້ມາລາເລຍຂອງຜູ້ນຳໃນພາກພື້ນອາຊີ-ປາຊີຟິກ.
ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ນິວຊີແລນຄົບຮອບ 40 ປີ ໄດ້ເຫັນດີຍົກລະດັບການພົວພັນອາຊຽນ-ນິວຊີແລນ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ດ້ວຍການຮັບຮອງເອົາຖະແຫຼງການຮ່ວມ ວ່າດ້ວຍການພົວພັນອາຊຽນ-ນິວຊີແລນ ຄົບຮອບ 40 ປີ.
ໃນພິທີປິດ ກອງປະຊຸມສຸດຍອດອາຊຽນຄັ້ງທີ 27 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ, ພະນະທ່ານ ທອງສິງ ທໍາມະວົງ ໄດ້ຂື້ນຮັບເອົາການເປັນປະທານອາຊຽນຂອງ ສປປ ລາວ ສໍາລັບປີ 2016. ໃນນີ້, ພະນະທ່ານ ທອງສິງ ທໍາມະວົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຊົມເຊີຍ ພະນະທ່ານ ດາໂຕະ ມູຮໍາໝັດ ນາຈິບ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ກໍຄື ລັດຖະບານ ແລະ ປະຊາຊົນ ມາເລເຊຍ ຕໍ່ຜົນສໍາເລັດຂອງການເປັນປະທານອາຊຽນຂອງ ມາເລເຊຍ ສໍາລັບປີ 2015. ພ້ອມດຽວກັນນີ້, ພະນະທ່ານ ທອງສິງ ທໍາມະວົງ ກໍໄດ້ປະກາດຄໍາຂວັນການເປັນປະທານອາຊຽນຂອງ ສປປ ລາວ ຄື “ຫັນວິໄສທັດ ໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ” ແລະ ຂະແຫນງການບູລິມະສິດ ເຊັ່ນ: ການຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດ ສໍາລັບ ສາມເສົາຄໍ້າປະຊາຄົມອາຊຽນ ທີ່ປະກອບດ້ວຍ ປະຊາຄົມ ການເມືອງ-ຄວາມຫມັ້ນຄົງອາຊຽນ; ປະຊາຄົມ ເສດຖະກິດອາຊຽນ ແລະ ປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ, ສືບຕໍ່ຄວາມພະຍາຍາມຮັດແຄບຄວາມແຕກໂຕນທາງດ້ານການພັດທະນາພາຍໃນອາຊຽນ, ສົ່ງເສີມການເຊື່ອມຈອດອາຊຽນ, ການອຳນວຍສະດວກທາງດ້ານການຄ້າ, ການສົ່ງເສີມການທ່ອງທ່ຽວ, ການພັດທະນາ ທຸລະກິດຂະຫນາດນ້ອຍ ແລະ ກາງ, ການສ້າງການຈ້າງງານ ແລະ ການຮັກສາວັດທະນະທໍາ ເປັນຕົ້ນ. ນອກນັ້ນ, ກໍຈະເພີ່ມທະວີການຮ່ວມກັບບັນດາຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ. ພະນະທ່ານ ທອງສິງ ທໍາມະວົງ ຍັງໄດ້ຖືໂອກາດນີ້ ເຊື້ອເຊີນບັນດາຜູ້ນໍາ ແລະ ຄະນະຜູ້ແທນອາຊຽນ ກໍຄື ຄູ່ເຈລະຈາ ແລະ ຄູ່ຮ່ວມອື່ນໆ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມອາຊຽນອື່ນໆ ທີ່ ສປປ ລາວ ເປັນເຈົ້າພາບ ແລະ ເປັນປະທານ ຢູ່ ສປປ ລາວ ໃນປີ 2016.
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຕ່າງໆໃນຄັ້ງນີ້, ທ່ານນາຍົກທອງສິງທຳມະວົງໄດ້ພົບປະກັບຜູ້ນຳຂອງ 4 ປະເທດ ຄື: ພົບປະສອງຝ່າຍກັບທ່ານຊິນໂຊອາເບ, ນາຍົກລັດຖະມົນຕີແຫ່ງຍີ່ປຸ່ນ; ທ່ານຫຼີເຄີ້ສຽງ, ນາຍົກລັດຖະມົນຕີແຫ່ງສປຈີນ; ທ່ານດີມິຕຣີເມັດເວເດບ, ນາຍົກລັດຖະມົນຕີແຫ່ງສະຫະພັນລັດເຊຍ; ທ່ານບາຣັກໂອບາມາ, ປະທານາທິບໍດີສະຫະລັດອາເມລິກາ; ລວມທັງພົບປະກັບ ທ່ານບັນກີ-ມູນ, ເລຂາທິການໃຫຍ່ອົງການສະຫະປະຊາຊາດເພື່ອປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຂອບສອງຝ່າຍແລະໃນຂອບອາຊຽນ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...