Homeຂ່າວການພັດທະນາລັດຖະບານ ຍີ່ປຸ່ນຊ່ວຍເຫລືອລ້າ 70 ລ້ານເຢນເພື່ອປັບປຸງຂົວຢູ່ເສັ້ນທາງເລກ 9 ຄືນໃໝ່

ລັດຖະບານ ຍີ່ປຸ່ນຊ່ວຍເຫລືອລ້າ 70 ລ້ານເຢນເພື່ອປັບປຸງຂົວຢູ່ເສັ້ນທາງເລກ 9 ຄືນໃໝ່

Published on

12246900_452643691606083_6371441183366076459_n

ຂປລ. ໃນຕອນເຊົ້າຂອງວັນທີ 24 ພະຈິກ 2015, ຢູ່ທີ່ກະຊວງການຕ່າງປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ຮິໂຣຢູກິ ກິຊິໂນະ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ເນື່ອງໃນໂອກາດທີ່ ທ່ານທູດ ໃກ້ຈະສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດ ຂອງ ທ່ານ ຮິໂຣຢູກິ ກິຊິໂນະ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ.

ໃນຕອນບ່າຍຂອງວັນດຽວກັນ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ຈຳນວນ 1 ໂຄງການຄື: ໂຄງການອອກແບບປັບປຸງຂົວຄືນໃໝ່ໃນເສັ້ນທາງຫລວງເລກທີ 9 (The Project for Reconstruction of the Bridges on the National Road No.9 (Detailed Design))ມູນຄ່າ 70 ລ້ານເຢນ, ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮ່ວມລົງນາມສານແລກປ່ຽນດັ່ງກ່າວ ແມ່ນທ່ານແສງເພັດ ຮຸ່ງບຸນຍວງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ແມ່ນ ທ່ານຮິໂຣຢູກິກິຊິໂນະ, ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາສປປລາວ ໂດຍມີພະນັກງານຈາກກະຊວງຂະແໜງການທີ່ກ່ຽວຂ້ອງຂອງ ສປປລາວ,ສະຖານທູດຍີ່ປຸ່ນ ແລະອົງການ JICAປະຈໍາສປປລາວເຂົ້າຮ່ວມເປັນສັກຂີພິຍານ. ໂຄງການດັ່ງກ່າວ ແມ່ນນອນຢູ່ໃນແຜນງານຂອງລັດຖະບານສປປລາວທີ່ໄດ້ສະເໜີຂໍການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ພາຍໃຕ້ຂອບການຊ່ວຍເຫລືອທາງການເພື່ອການພັດທະນາ (ODA), ເຊິ່ງຈະປະກອບສ່ວນອັນສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງສປປລາວ ໃນຕໍ່ໜ້າ, ເວົ້າສະເພາະ ແມ່ນການເຊື່ອມໂຍງທາງດ້ານຄົມມະນາຄົມ ກັບບັນດາປະເທດໃນຂົງເຂດອານຸພາກພື້ນແມ່ນ້ຳຂອງ.

ພາຍຫລັງສຳເລັດການລົງນາມດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານເອກອັກຄະລັດຖະທູດ ຮິໂຣຢູກິ ກິຊິໂນະເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍ ທ່ານທູດ ທີ່ມີຜົນງານໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ກໍ່ຄືການເປັນ “ຄູ່ຮ່ວມມືຍຸດທະສາດ” ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ. ໃນໂອກາດດັ່ງກ່າວ, ທ່ານທູດຮິໂຣຢູກິ ກິຊິໂນະກໍ່ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານແຫ່ງສປປລາວ ໂດຍສະເພາະກະຊວງການຕ່າງປະເທດທີ່ໄດ້ເອົາໃຈໃສ່ ແລະໃຫ້ການຮ່ວມມືຊ່ວຍເຫຼືອໃນການປະຕິບັດໜ້າທີ່ການທູດຕະຫຼອດໄລຍະຜ່ານມາ ແລະຫວັງວ່າລັດຖະບານແຫ່ງສປປລາວຈະສືບຕໍ່ໃຫ້ການຮ່ວມມືກັບທ່ານທູດຍີ່ປຸ່ນຜູ້ໃໝ່ ເພື່ອພ້ອມກັນສົ່ງເສີມສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດທີ່ມີມາແລ້ວນັ້ນ ໃຫ້ຂະຫຍາຍຕົວ ແລະກ້າວເຂົ້າສູ່ລ່ວງເລິກ.

ໃນຕອນຄ່ຳຂອງວັນດຽວກັນ, ທ່ານ ລັດຖະມົນຕີຊ່ວຍ ແສງເພັດ ຮຸ່ງບຸນຍວງ ໄດ້ເປັນກຽດຈັດງານລ້ຽງອຳລາ ໃຫ້ແກ່ ທ່ານທູດ ຮິໂຣຢູກິ ກິຊິໂນະ ທີ່ ໂຮງແຮມ ລາວພລາຊາ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...