Homeຂ່າວການສຶກສານ້ຳເທີນ 2 ມອບ 3 ທຶນ ໃຫ້ນັກສຶກສາແຂວງຄຳມ່ວນ

ນ້ຳເທີນ 2 ມອບ 3 ທຶນ ໃຫ້ນັກສຶກສາແຂວງຄຳມ່ວນ

Published on

7d2b7cc92f56542f365b300ecbdb1425

ໃນ​ວັນ​ທີ 20 ພະຈິກ 2015 ທີ່​ວິທະຍາໄລ​ເຕັກນິກ ລາວ-ເຢຍລະ​ມັນ ໄດ້​ຈັດ​ພິທີ​ຕ້ອນຮັບ​ນັກສຶກ​ສາ​ແຂວງ​ຄຳ​ມ່ວນ ທີ່​ໄດ້​ທຶນການ​ສຶກ​ສາ​ໄລຍະ​ຍາວ​ຈາກ​ບໍ​ລິສັດ​ນ້ຳ​ເທີນ 2 (NTPC) ສຳລັບສຶກ​ສາ​ຢູ່​ວິທະຍາໄລ​ເຕັກນິກ ​ລາວ-ເຢຍ​ລະ​ມັນ ເປັນ​ປະທານ​ຮ່ວມຂອງທ່ານ ສົມ​ລິດ ວິ​ຣິ​ວົງ ຜູ້​ອຳນວຍ​ການ​ວິທະຍາໄລ​ເຕັກນິກ ລາວ-ເຢຍ​ລະ​ມັນ ແລະ ທ່ານ ດາ​ວິດ ເລີ​ນີ ຫົວໜ້າ​ຝ່າຍ​ບຸກ​ຄະລາ​ກອນ ແລະ ບໍລິຫານ​ຂອງ​ບໍ​ລິສັດ​ນ້ຳ​ເທີນ 2 ໂດຍ​ມີທ່ານ ໜູ​ພັນ ອຸດ​ສາ ຫົວໜ້າ​ກົມ​ອາຊີວະ​ສຶກ​ສາ ພ້ອມ​ດ້ວຍ​ຄູ​ອາຈານ ນ້ອງ​ນັກ​ສຶກ​ສາ ແລະ ແຂກ​ທີ່​ຖືກເຊີນ​ເຂົ້າ​ຮ່ວມ.

ບໍລິສັດ​ນ້ຳ​ເທີນ 2 ໄດ້​ຈັດ​ຕັ້ງປະຕິບັດ​ໂຄງການ​ທຶນ​ການ​ສຶກ​ສາ ເພື່ອ​ໂອກາດ​ໃຫ້​ແກ່​ຄົນ​ທ້ອງຖິ່ນ ໄດ້​ມີ​ໂອກາດ​ພັດທະນາ​ທັກ​ສະ ແລະ ສ້າງ​ໂອກາດ​ການ​ຈ້າງ​ງານ ໃນ​ຂະແໜງ​ພະລັງງານ​ໄຟຟ້າ​ນ້ຳຕົກ​ໃນ​ອະນາຄົດ ສຳລັບ​ສົກ​ປີ 2015-2016 ບໍລິສັດ​ດັ່ງກ່າວ​ໄດ້ມອບ​ທຶນ​ການ​ສຶກ​ສາ​ໃຫ້​ນັກຮຽນແຂວງ​ຄຳ​ມ່ວນ ລວມ​ທັງ​ໝົດ 13 ທຶນ ໃນ​ນັ້ນ ລວມ​ມີ 7 ທຶນ​ສຳລັບນັກຮຽນ​ຈາກ​ເຂດ​ຍົກຍ້າຍ​ຈັດ​ສັນ​ເມືອງ​ນາ​ກາຍ ​ເພື່ອ​ສຶກ​ສາ​ຕໍ່​ທີ່​ວິທະ​ຍາ​ໄລ​ອາຊີວະ​ແຂວງ​ຄຳ​ມ່ວນ ແລະ 3 ທຶນ​ເພື່ອ​ສຶກ​ສາ​ຕໍ່​ທີ່​ມະຫາ​ວິທະຍາໄລ​ສະຫວັນ​ນະ​ເຂດ ແລະ ສ່ວນ 3 ທຶນ​ແມ່ນ​ມາ​ສຶກສາ​ຕໍ່​ທີ່​ວິທະຍາໄລ​ການ​ຊ່າງ ​ລາວ-ເຢຍ​ລະ​ມັນ ທີ່​ນະຄອນຫຼວງ​ວຽງຈັນ ເຊິ່ງ​ໃນ 3 ທຶນ​ດັ່ງກ່າວ​ທີ່​ມາສຶກ​ສາ​ຕໍ່​ທີ່​ວິທະຍາໄລ​ການ​ຊ່າງ ລາວ-ເຢຍ​ລະ​ມັນ ນີ້​ແມ່ນ​ໄດ້​ມາສຶກ​ສາ​ຕໍ່​ຊັ້ນ​ສູງ​ຫຼັກສູດ 3 ປີ ໃນຂະແໜງ​ໄຟຟ້າ ເພື່ອ​ສົ່ງເສີມຄວາມ​ຮູ້​ຄວາມ​ສາມາດ ​ໃຫ້​ແທດເໝາະ​ກັບ​ສະພາບ​ຄວາມ​ຕ້ອງການ​ຕົວ​ຈິງ ແລະ ເພື່ອ​ຫຼຸດຜ່ອນນັກວິຊາການ​ຕ່າງປະເທດ ໂດຍເພີ່ມ​ນັກວິຊາການ​ພາຍ​ໃນ​ເພີ່ມຂຶ້ນ ແລະ ສຳລັບ​ຜູ້​ທີ່​ໄດ້​ຮັບ​ທຶນໃນ​ໂຄງການ​ດັ່ງກ່າວ​ ແມ່ນ​ໄດ້ຜ່ານ​ການ​ສອບເສັງ​ຄັດ​ເລືອກຕາມ​ມາດຕະຖານ ທີ່​ບໍລິສັດ​ນ້ຳເທີນ 2 ໄດ້​ວາງ​ໄວ້.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...