Homeຂ່າວພາຍ​ໃນເອົາໃຈໃສ່ປັບປຸງກອງທັບ ໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ

ເອົາໃຈໃສ່ປັບປຸງກອງທັບ ໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ

Published on

20131220151350

ວັນ​ທີ 20 ທັນວາ 2013 ຜ່ານ​ມາ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ (ຫຼັກ 6) ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະທານ​ປະເທດ​ແຫ່ງ ​ສປປ ລາວ ໄດ້​ພົບ​ປະ​ໂອ້​ລົມ​ບັນດາ​ສະຫາຍ ພະນັກງານ​ປະຕິວັດ​ອາວຸໂສ ໃນ​ໂອກາດ​ສະເຫຼີມສະຫຼອງ ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 65 ປີ (20 ມັງກອນ 1949-20 ມັງກອນ 2014).

ໃນ​ໂອກາດ​ດັ່ງກ່າວ ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ໄດ້​ຫວນ​ຄືນ​ມູນເຊື້ອ​ອັນ​ພິລະ​ອາດ​ຫານ ຂອງ​ກອງທັບ​ປະຊາຊົນ​ລາວ ໃນ​ໄລຍະ​ຕໍ່ສູ້​ປົດ​ປ່ອຍ​ຊາດ ພາຍ​ໃຕ້​ການ​ຊີ້​ນຳໆ​ພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຈົນ​ສາມາດ​ຍາດ​ມາ​ໄດ້​ໄຊຊະນະ​ອັນ​ໃຫຍ່​ຫຼວງ ກໍ​ຄື​ໄລຍະ​ແຫ່ງ​ການ​ປະຕິບັດ​ສອງ​ໜ້າທີ່​ຍຸດ​ທະ​ສາດ ກໍ​ຄື​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ໃນ​ໄລຍະ​ໃໝ່.

ພ້ອມ​ນັ້ນ ສະຫາຍ​ຍັງ​ໄດ້​ກ່າວ​ຕື່ມ​ວ່າ: ເພື່ອ​ເປັນ​ການ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ ຂອງ​ບັນດາ​ຄາດໝາຍ​ທີ່​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ ແລະ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ VII ຂອງ​ລັດ ໃຫ້​ມີ​ຜົນສຳເລັດ ເພື່ອ​ເຮັດ​ໃຫ້​ຂົງເຂດ​ວຽກ​ງານ​ຕ່າງໆ ມີ​ການ​ຫັນປ່ຽນ​ຢ່າງ​ຈະແຈ້ງ​ກວ່າ​ເກົ່າ ຮັບປະກັນ​ໃຫ້​ປະເທດ​ຊາດ​ມີ​ສະຖຽນ​ລະ​ພາບ​ຢ່າງ​ໜັກ​ແໜ້ນ ສັງຄົມ​ມີ​ຄວາມ​ສະຫງົບ ແລະ ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ສືບຕໍ່​ຢຶດ​ໝັ້ນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ແລະ ປົກ​ປັກ​ຮັກສາ​ສິ່ງແວດລ້ອມ ໃຫ້​ມີ​ຄວາມ​ຍືນ​ຍົງ ຮັກສາ​ການ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ ໃຫ້​ມີ​ຈັງຫວະ​ຢ່າງ​ຕໍ່​ເນື່ອງ ແລະ ໝັ້ນ​ທ່ຽງ​ບໍ່​ໃຫ້​ເກີດ​ວິ​ກິດ​ການ ສືບຕໍ່​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ແລະ ສູ້​ຊົນ​ບັນລຸ​ຄາດໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ.

ເພື່ອ​ບັນລຸ​ຄາດໝາຍ​ຕ່າງໆ​ນັ້ນ ກອງທັບ​ປະຊາຊົນ​ລາວ​ພວກ​ເຮົາ ຕ້ອງ​ສືບຕໍ່​ປະຕິບັດ​ຕາມ​ທິດ​ທາງ​ວຽກ​ງານ​ຈຳນວນ​ໜຶ່ງ ເຊັ່ນ: ເພີ່ມ​ທະວີ​ສຶກ​ສາ​ອົບຮົມ​ການເມືອງ ນຳພາ​ແນວ​ຄິດ​ຕໍ່​ສະພາບ​ການ​ໃໝ່ ເຮັດ​ໃຫ້​ທຸກ​ຄົນ​ເຫັນ​ແຈ້ງ​ບັນດາ​ກົນອຸບາຍ ຂອງ​ພວກ​ອິດ​ທິ​ກຳລັງ​ປໍ​ລະ​ປັກ ສືບຕໍ່​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຢ່າງ​ແຂງແຮງ ສືບຕໍ່​ກໍ່ສ້າງ​ກຳລັງ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະຫງົບ ທົ່ວ​ປວງ​ຊົນ​ຢ່າງ​ແຂງແຮງ ຕິດ​ພັນ​ກັບ​ການ​ພັດທະນາ​ຊົນນະບົດ​ຮອບດ້ານ ເອົາໃຈໃສ່​ກໍ່ສ້າງ​ກອງທັບ​ໃຫ້​ເຂັ້ມແຂງ​ຮອບດ້ານ ໂດຍ​ຖື​ເອົາ​ຄຸນ​ນະ​ພາບ​ທາງ​ດ້ານ​ການເມືອງ-ແນວ​ຄິດ​ເປັນ​ກົກ ຖື​ເອົາ​ຄວາມ​ຮູ້​ຄວາມ​ສາມາດ​ທາງ​ດ້ານ​ວິຊາ​ສະເພາະ ຫົວຄິດ​ປະດິດ​ສ້າງ ແລະ ການຈັດຕັ້ງ​ບັນຊາ​ເປັນ​ສິ່ງ​ສຳຄັນ ເພີ່ມ​ທະວີ​ສຶກ​ສາ​ອົບຮົມ​ໃຫ້​ພະນັກງານ​ນັກຮົບ ເຊື່ອມ​ຊຶມ​ກຳ​ແໜ້ນ​ໄດ້​ແນວທາງ​ການ​ປ່ຽນແປງ​ໃໝ່​ຂອງ​ພັກ ລະບຽບ​ກົດໝາຍ​ຂອງ​ລັດ ແລະ ແນວທາງ​ການ​ທະຫານ​ຂອງ​ພັກ ເພີ່ມ​ທະວີ​ກໍ່ສ້າງ ແລະ ປັບປຸງ​ພັກ​ໃຫ້​ມີ​ຄວາມ​ປອດ​ໄສ ໜັກ​ແໜ້ນ​ເຂັ້ມແຂງ​ທາງ​ດ້ານ​ການເມືອງ-ແນວ​ຄິດ ການຈັດຕັ້ງ ແລະ ແບບແຜນ​ນຳພາ​ສືບຕໍ່​ເອົາໃຈໃສ່ ເສີມ​ຂະຫຍາຍ​ມູນເຊື້ອ​ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ດຸໝັ່ນ-ປະຢັດ ມັດທະຍັດ ເອົາໃຈໃສ່​ສືບຕໍ່​ຄຸ້ມ​ຄອງ-ປົກ​ປັກ​ຮັກສາ​ອາວຸດ ພາຫະນະ​ເຕັກນິກ​ໃນ​ກອງທັບ ຮັບປະກັນ​ຄຸນ​ນະ​ພາບ ຍູ້​ແຮງ​ເພີ່ມ​ພູນ​ການ​ຜະລິດ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໃຫ້​ພະນັກງານ-ນັກຮົບ ແລະ ສ້າງ​ລາຍ​ຮັບ​ໃຫ້​ກັບ​ກົມ​ກອງ ພ້ອມ​ນັ້ນ​ກໍ​ສືບຕໍ່​ປະຕິບັດ​ແນວທາງ​ການ​ຕ່າງປະເທດ​ຂອງ​ພັກ ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະເທດ​ເພື່ອນ​ມິດ ຍຸດ​ທະ​ສາດ ເພື່ອ​ປັບປຸງ​ກໍ່ສ້າງ​ກຳລັງ ແລະ ເປັນ​ເຈົ້າ​ການ​ຍາດ​ແຍ່ງ​ເອົາ​ບົດຮຽນ ແລະ ຊ່ວຍເຫຼືອ​ນຳ​ເພື່ອນ​ມິດ ເພື່ອ​ມາ​ພັດທະນາ​ກອງທັບ​ໃຫ້​ເຂັ້ມແຂງ.

ທີ່ມາ http://www.vientianemai.net/teen/khao/1/10842

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...