Homeຂ່າວພາຍ​ໃນມາເລເຊຍສົ່ງມອບໜ້າທີ່ ປະທານອາຊຽນ ໃຫ້ແກ່ ສປປ ລາວ ຢ່າງເປັນທາງການ

ມາເລເຊຍສົ່ງມອບໜ້າທີ່ ປະທານອາຊຽນ ໃຫ້ແກ່ ສປປ ລາວ ຢ່າງເປັນທາງການ

Published on

MALAYSIA-ASEAN-DIPLOMACY-SUMMIT

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ພະຈິກຜ່ານມານີ້ວ່າ ໃນພິທີປິດ ກອງປະຊຸມສຸດຍອດ ຂອງສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ຄັ້ງທີ 27 ທີ່ນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ເມື່ອວັນທີ 22 ພະຈິກຜ່ານມາ ທ່ານ ນາຍົກລັດຖະມົນຕີ ນາຈິບ ຣາຊັກ ແຫ່ງມາເລເຊຍ ໄດ້ສົ່ງມອບຄ້ອນປະທານອາຊຽນ ຊຶ່ງເປັນສັນຍາລັກຂອງການເປັນປະທານ ກຸ່ມປະເທດອາຊຽນ ໃຫ້ແກ່ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອຕາງໜ້າໃຫ້ແກ່ລັດຖະບານລາວ ເຂົ້າຮັບໜ້າທີ່ເປັນປະທານອາຊຽນ ຢ່າງເປັນທາງການ.

ທັງນີ້ ປະທານອາຊຽນ ຈະມີການຜັດປ່ຽນກັນເຮັດໜ້າທີ່ ໂດຍບັນດາປະເທດສະມາຊິກ ໃນວາລະ 1 ປີ ຊຶ່ງພາຍໃນວາລະທີ່ ສປປ ລາວ ເຂົ້າຮັບໜ້າທີ່ ເປັນປະທານອາຊຽນ ຕະຫລອດປີ 2016 ທີ່ຈະມາເຖິງນີ້ ສປປ ລາວ ຈະໄດ້ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ທີ່ນະຄອນຫລວງວຽງຈັນ ແລະ ບັນດາກອງປະຊຸມປິ່ນອ້ອມໆອີກ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...