Homeປະເພນີ-ວັດທະນະທຳແຫ່ຜາສາດເຜິ້ງ ປະເພນີທາງສາສະໜາ ວັດທະນະທຳແຫ່ງຄວາມສາມັກຄີ ຂອງຊົນຊາດລາວ

ແຫ່ຜາສາດເຜິ້ງ ປະເພນີທາງສາສະໜາ ວັດທະນະທຳແຫ່ງຄວາມສາມັກຄີ ຂອງຊົນຊາດລາວ

Published on

pspp

ການ​ແຫ່ຜາສາດເຜິ້ງ ​ເປັນ​ປະ​ເພນີ​ທີ່​ກ່ຽວ​ພັນ​ກັບ​ພິທີ​ທາງ​ສາສະໜາ, ແມ່ນວັດທະນະທຳອັນດີງາມ ສະແດງເຖິງຄວາມພາກພຽນ, ການປະດິດຄິດສ້າງ ທັງເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງຄອບຄົວ, ບ້ານ ແລະ ເມືອງ ​ໂດຍຈັດ​ຂຶ້ນ​ທຸກໆ​ປີ​ໃນມື້​ທີ​ສອງ​ຂອງ​ ການສະເຫລີມສະຫລອງບຸນນະມັດສະການພະທາດຫລວງ ​ຂຶ້ນ 14 ຄໍ່າ ​ເດືອນ​ສິບ​ສອງ​ລາວ, ​ເຊິ່ງປີ​ນີ້ ກົງ​ກັບ​ວັນ​ທີ 24 ພະຈິກ.

​ການ​ແຫ່​ຜາສາດ​ເຜິ້ງ ​ເປັນ​ປະ​ເພນີ​ທີ່ໄດ້ສືບທອດປະຕິບັດກັນມາແຕ່ດົນນານ ຕາມຄວາມເຊື່ອທີ່ວ່າ “ການແຫ່ ຜາສາດເຜິ້ງ ເປັນການສ້າງບຸນກຸສົນ ເມື່ອຕາຍໄປແລ້ວຈະໄດ້ຂຶ້ນສະຫວັນຊັ້ນຟ້າ” ຄວາມ​ເຊື່ອ​ນີ້ ມາ​ຈາກ​ເຫດການ ຕອນ​ທີ່​ພະພຸດທະ​ເຈົ້າ​ສະ​ເດັດ​ໄປ​ຈຳ​ພັນ​ສາ ​ເທສະໜາ ​ໂປດ​ພະ​ພຸດທະ​ມານ​ດາ ​ແລະ ​ເຫລົ່າ​ເທວະ​ດາ ດ້ວຍ​ການ​ເປີດ​ໂລກ​ທັງ​ສາມ​ຄື ສະ​ຫວັນ​ພູມ, ມະນຸດ​ພູມ ​ແລະ ນະລົກ​ພູມ ​ໄດ້​ເຫັນ​ເຊິ່ງກັນ ​ແລະ ກັນ ​ໂດຍ​ຕະຫລອດ. ​ເຮັດ​ໃຫ້​ຄົນ​ເຫັນ​ຄວາມ​ແຕກ​ຕ່າງ ຂອງ​ຄວາມ​ສະດວກ​ສະບາຍ​ເທິງ​ສະຫວັນ​ຊັ້ນ​ຟ້າ ​ແລະ ຄວາມ​ຕົກທຸກ​ໄດ້​ຍາກ ຢູ່​ນະລົກ​ພູມ. ​ເຫດການ​ດັ່ງກ່າວ ​ເຮັດ​ໃຫ້​ພຸດທະສາສະນິກະຊົນ ​ ​ຄິດ​ສ້າງ​ອາຄານ​ສາສະໜາ ຖວາຍ​ເປັນ​ພຸດ​ທະ​ບູຊາ​ດ້ວຍ​​ແຮງ​ປາຖະໜາ ​ໃຫ້​ເປັນ​ອານິສົງ​ເພື່ອ​ທີ່​ຈະ​ໄດ້​​ໄປ​ເກີດ​ເທິງ​ສະຫວັນ.

​ ​ໃນ​ມື້​ແຫ່​ຜາສາດ​ເຜິ້ງ, ປະຊາຊົນລາວ ໄດ້ພ້ອມຈິດພ້ອມໃຈກັນປະດິດຕົ້ນເຜິ້ງຂອງໃຜລາວ, ບາງບ້ານ ບາງເມືອງ ປະດິດສ້າງຕົ້ນເຜິ້ງຂະໜາດໃຫຍ່ເປັນຮູບຄື ຜາສາດ ໂດຍໃຊ້ຫລາຍຄົນແບກຫາມ, ສ່ວນຂະບວນແຫ່ ກໍມີສີສັນ ແຕກຕ່າງກັນຄື: ມີຂະບວນທັ່ງບັ້ງ, ຂະບວນຊຸດຊົນເຜົ່າ, ຕໍາເຂົ້າ ເປົ່າແຄນ, ທັງຕີກອງ ຕີແຊ່ງ ລໍາເຊີ້ງ, ມີຂະບວນນັກຮຽນ, ຂະບວນປະເພນີລາວ ຍິງສາວນຸ່ງຊຸດໄໝ ເກົ້າຜົມ ບ່ຽງແພ, ຜູ້ຊາຍ ນຸ່ງເສື້ອຂາວ ມັດແພກັດຕ້ຽວ, ຂະບວນເຖົ້າແກ່ ແນວໂຮມ ນຳໜ້າໂດຍຂະບວນພະສົງ ແລະ ຜູ້ນຳລາວ…ເມື່ອໄປຮອດເດີ່ນພະທາດຫລວງ ຂະບວນໄດ້ໄຫລໄປແບບຊ້າໆ ຕາມຄວາມກວ້າງຂອງເດີ່ນ ແລະ ຄວາມອັ່ງອໍ ຂອງຜູ້ສັດທາ, ແຕ່ຜູ້ຄົນກໍຍັງຍີ້ມແຍ້ມແຈ່ມໃສ ແລະ ຖາມໄຖ່ກັນເໝືອນດັ່ງພີ່ນ້ອງໃນຄອບຄົວ..ຈາກນັ້ນ ກໍຍ່າງອ້ອມກົມມະລຽນພະທາດຫລວງ ແລະ ວາງຕົ້ນເຜິ້ງ ເປັນອັນວ່າ ສຳເລັດພິທີ, ໃນຕອນຄ່ຳ ມີການຄົບງັນຕາມປະເພນີ.

 

ຂອບໃຈບົດຄວາມຈາກ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...