Homeຂ່າວຕ່າງປະເທດຕຳຫລວດແບນຊິກ ຈັບຜູ້ຖືກສົງໄສເຫດໂຈມຕີປາຣີ ໄດ້ເພີ່ມອີກ 16 ຄົນ!

ຕຳຫລວດແບນຊິກ ຈັບຜູ້ຖືກສົງໄສເຫດໂຈມຕີປາຣີ ໄດ້ເພີ່ມອີກ 16 ຄົນ!

Published on

BELGIUM-FRANCE-ATTACKS

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ພະຈິກນີ້ວ່າ ທ່ານ ເອຣິກ ຟານເດີຊິບ ໂຄສົກສຳນັກງານໄອຍະການກາງແບນຊິກ ໄດ້ເປີດຖະແຫລງຂ່າວວ່າ ຕຳຫລວດແບນຊິກ ໄດ້ລະດົມກຳລັງ ກວດຄົ້ນສະຖານທີ່ຖືກສົງໄສ 19 ແຫ່ງ ໃນຄອນຫລວງບຣຸກແຊນ ແລະ ຈັບກຸມບຸກຄົນ ທີ່ອາດມີສ່ວນພົວພັນກັບ ເຫດການໂຈມຕີປາຣີ ໄດ້ອີກ 16 ຄົນ ໃນວັນອາທິດຜ່ານມາ (22 ພະຈິກ) ໃນຂະນະທີ່ ທ່ານ ຊາຣ໌ ມິເຊວ ນາຍົກລັດຖະມົນຕີແບນຊິກ ໄດ້ປະກາດອີກວ່າ ລັດຖະບານ ຈະຍັງຄົງມາດຕະການ ເຝົ້າລະວັງຂັ້ນສູງສຸດ ຢູ່ນະຄອນຫລວງບຣຸກແຊນ ອີກຕໍ່ໄປຈົນຮອດມື້ນີ້ (23 ພະຈິກ) ດ້ວຍການສັ່ງປິດໂຮງຮຽນ ມະຫາວິທະຍາໄລ ແລະ ລົດໄຟຟ້າໃຕ້ດິນ ເນື່ອງຈາກພົບ ມີຄວາມສ່ຽງຮຸນແຮງ ທີ່ອາດຈະເກີດ ເຫດການໂຈມຕີ ຄ້າຍຄືກັບຢູ່ນະຄອນຫລວງປາຣີ ປະເທດຝຣັ່ງ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...