Homeຂ່າວພາຍ​ໃນມີສິນຄ້າຫຼາຍລາຍການ ເຂົ້າວາງສະແດງຂາຍຢູ່ງານບຸນນະມັດສະການ ພະທາດຫຼວງ

ມີສິນຄ້າຫຼາຍລາຍການ ເຂົ້າວາງສະແດງຂາຍຢູ່ງານບຸນນະມັດສະການ ພະທາດຫຼວງ

Published on

6b194bac7bec39d3d64f587f90207ae0

ວັນ​ທີ 20 ພະຈິກ 2015 ທີ່ເດີ່ນ​ພະ​ທາດຫຼວງ​ ໄດ້​ຈັດ​ພິທີເປີດ​ງານ​ວາງສະແດງ ແລະ ຂາຍ​ສິນຄ້າ ເນື່ອງ​ໃນ​ບຸນ​ນະ​ມັດສະການ​ພະ​ທາດຫຼວງ ປະຈຳ​ປີ 2015 ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມຂອງ​ທ່ານ ອາ​ຊາງ ລາວ​ລີ ຮອງນາຍົກລັດຖະມົນຕີ ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງນະຄອນຫຼວງ​ວຽງ​ຈັນ ບັນດາການ​ນຳ​ພັກ-ລັດ ການ​ນຳ​ນະຄອນ​ຫຼວງ ທູຕານຸທູດ ອົງການຈັດ​ຕັ້ງ​ສາກົນ​ປະຈຳ​ລາວ ພະນັກງານ ແລະ ຫົວໜ່ວຍ​ທຸລະ​ກິດ.

ໃນ​ພິທີ ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນ​ຫຼວງ​ວຽງ​ຈັນ ກ່າວ​ວ່າ: ບຸນນະມັດສະການ​ພະ​ທາດຫຼວງ ແລະ ງານ​ວາງສະແດງ​ສິນຄ້າ ປະຈຳ​ປີ 2015 ເປັນ​ງານ​ບຸນ​ໃຫຍ່ຂອງ​ປວງ​ຊົນ​ລາວ​ບັນດາເຜົ່າ ໄດ້ຈັດ​ຂຶ້ນ​ປະຈຳ​ທຸກໆ​ປີ ເພື່ອ​ເປັນການ​ສືບ​ທອດ​ມູນເຊື້ອ​ປະເພນີ​ອັນດີງາມ ທີ່​ເປັນ​ເອກະລັກ​ທາງ​ດ້ານວັດທະນະທຳ​ທີ່​ອຸດົມສົມບູນ​ ປະກອບ​ມີ​ຫຼາຍ​ສີສັນ ແລະ ມີ​ການຮ່ວມ​ມື​ຢ່າງ​ກວ້າງຂວາງ​ຂອງປວງ​ຊົນ​ລາວ​ບັນດາເຜົ່າ ​ໃນ​ຂອບເຂດ​ທົ່ວ​ປະເທດ ແລະ ບັນດາປະເທດ​ເພື່ອນ​ມິດ​ໃກ້​ຄຽງ.

ງານ​ບຸນ​ນະມັດສະການ​ພະທາດຫຼວງ​ມາ​ຮອດ​ປີ​ນີ້ ແມ່ນ​ຄົບຮອບ 449 ປີ ເປັນ​ການ​ສົ່ງເສີມວັດທະນະທຳ​ຮີດຄອງ​ປະເພນີ ແບບ​ອະນຸ​ຮັກ ຮັກສາ​ຈາກ​ຮຸ່ນ​ສູ່ຮຸ່ນ​ໃຫ້​ຄົງ​ຢູ່​ຕະຫຼອດ​ໄປ ຮັບປະກັນຄວາມ​ປອດ​ໄພເປັນ​ລະບຽບ​ຮຽບຮ້ອຍ ທັງ​ເປັນ​ການ​ຊຸກຍູ້​ສົ່ງເສີມການ​ຜະລິດ​ເປັນ​ສິນຄ້າ​ ຕາມ​ແນວທາງ​ໄລຍະ​ໃໝ່ ໂດຍ​ສະເພາະແມ່ນ ​ສິນຄ້າ​ຄອບຄົວ​ຕົວ​ແບບ ຫຼື ສິນຄ້າ​ພູມ​ປັນຍາ​ຊາວບ້ານ (ODOP) ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ແລະ ຕ່າງປະເທດ ທີ່​ເຂົ້າ​ຮ່ວມ​ໃນ​ງານ​ໄດ້​ຢ້ຽມ​ຊົມ​ຜະລິດ​ຕະ​ພັນ​ດັ່ງກ່າວ ນອກຈາກ​ນີ້ ຍັງ​ເປັນ​ການ​ສ້າງ​ຂະ​ບວນ​ການຄຳນັບ​ຮັບ​ຕ້ອນ 2 ວັນ​ປະຫວັດສາດ​ຂອງ​ຊາດ-ຂອງ​ພັກ.

ສຳລັບ​ການ​ຈັດ​ງານ​ຢ່າງເປັນ​ທາງ​ການ ເລີ່ມ​ແຕ່​ວັນ​ທີ 20-25 ພະຈິກ 2015 ແຕ່​ປີ​ນີ້​ ຈະບໍ່​ມີ​ການວາງສະແດງ​ສິນຄ້າ​ຢູ່ສະຖານທີ່​ເດີ່ນ​ສະໜາມ​ຫຼວງ​ຄືກັບ​ທຸກໆ​ປີຜ່ານມາ ເນື່ອງ​ຈາກສະຖານທີ່​ດັ່ງກ່າວ ​ຈະ​ໃຊ້​ເປັນບ່ອນ​ເຝິກຊ້ອມ​ກຳລັງ​ກຽມ​ສະແດງ​ງານ​ສະເຫຼີມສະຫຼອງ ​ສປປ ລາວ ຄົບຮອບ 40 ປີ ດັ່ງນັ້ນ ທາງ​ຄະນະ​ໄດ້​ກຳນົດ​ເອົາ​ເດີ່ນກົມ​ມະ​ລຽນ​ພະ​ທາດຫຼວງ ເປັນບ່ອນ​ວາງສະແດງ​ສິນຄ້າ​ຈຳນວນໜຶ່ງ ສູນ​ການ​ຄ້າ​ລາວ-ໄອ​ເຕັກ ແລະ ສູນ​ການ​ຄ້າ​ທາດຫຼວງສະແຄຣ໌ ສຳລັບ​ພິທີ​ທາງ​ສາສະໜາ ປະກອບ​ມີ: ວັນ​ທີ 23 ເວລາ 15:00 ໂມງ ສູດ​ປະລິ​ຕະ​ມຸງຄຸນທີ່​ພະ​ທາດຫຼວງ ວັນ​ທີ 24 ເວລາ 13:30 ໂມງ ມີ​ການ​ແຫ່​ຜາສາດ​ເຜີ້ງ​ເຂົ້າ​ສູ່​ກົມ​ມະ​ລຽນ ພະທາດ ແລະ ຟັງ​ທຳ​ມະ​ເທສະໜາ ວັນ​ທີ 25 ເວລາ 7:00 ໂມງ ພິທີໄຫວ້​ພະ​ຮັບ​ສິນ ໃສ່​ບາດ​ຖວາຍສັງຄະ​ທານ ເວລາ 14:00 ໂມງ ມີ​ການ​ແຂ່ງຂັນ​ຕີຄີ​ທີ່​ເດີ່ນ​ສະໜາມ​ຫຼວງ ແລະ ເວລາ 19:30 ໂມງ ພິທີ​ວຽນທຽນ​ຈູດ​ທູບ​ທຽນບູຊາ​ອ້ອມ​ພະ​ທາດຫຼວງ ຈູດ​ບັ້ງໄຟ​ຕະໄລ ບັ້ງໄຟ​ຊ້າງ ເປັນ​ການສັກກາລະ​ບູຊາ ແລະ ຄົບງັນຕາມ​ຮີດຄອງ​ປະເພນີ​ທີ່​ເຄີຍ​ປະຕິ​ບັດ​ກັນ​ມາ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...