Homeຂ່າວການພັດທະນາແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ

ແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ

Published on

b878231a99b418d69babb0bdc9be13da

ກອງ​ປະຊຸມ​ຄັ້ງ​ທີ IV ຄະນະກຳມາ​ທິ​ການ​ແຫ່ງ​ຊາດ ​ເພື່ອ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ຈັດ​ຂຶ້ນ​ວັນ​ທີ 19 ພະຈິກ 2015 ທີ່ໂຮງແຮມ​ລ້ານ​ຊ້າງ ນະຄອນຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະທານຂອງ​ທ່ານ ພັນ​ຄຳ ວິພາ​ວັນ ລັດຖະ​ມົນຕີ​ວ່າການ​ກະຊວງ​ສຶກ​ສາທິ​ການ ແລະ ກີລາ ປະທານ​ຄະນະກຳມາ​ທິ​ການ​ແຫ່ງ​ຊາດ ​ເພື່ອ​ການພັດທະນາ​ຊັບພະຍາກອນ​ມະນຸດແຫ່ງ​ຊາດ ມີ​ລັດຖະມົນຕີ​ຊ່ວຍ​ວ່າການ ຫົວໜ້າ ຮອງ​ຫົວໜ້າ​ກົມ ແລະ ພະນັກງານ​ກ່ຽວຂ້ອງ​ເຂົ້າຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້ ​ເພື່ອ​ຜ່ານຮ່າງ​ຍຸດ​ທະ​ສາດ​ການ​ພັດທະນາຊັບພະຍາກອນ​ມະນຸດ​ແຫ່ງ​ຊາດ ຮອດ​ປີ 2025 ນຳ​ສະເໜີ​ມາດ​ຕະການ​ໃນ​ການຈັດຕັ້ງ​ປະຕິບັດ ​ຕິດຕາມ ປະ​ເມີນ​ຜົນ ແລະ ປັບປຸງຍຸດ​ທະ​ສາດ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ຮອດ​ປີ 2020 ໃຫ້​ແທດເໝາະ​ກັບ​ສະພາບ​ຕົວຈິງ​ສອດຄ່ອງ​ກັບ​ໜ້າທີ່​ການເມືອງໃນ​ໄລຍະ​ໃໝ່ ແລະ ຕິດ​ພັນ​ກັບການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ໃນ​ແຕ່​ລະ​ໄລຍະ ​ໃຫ້ເປັນ​ເອກະ​ພາບ​ໃນ​ການຈັດຕັ້ງ​ປະຕິບັດ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ສາມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາກົນ ທັງ​ເປັນ​ການ​ກຳນົດຈຸດປະສົງ ຄາດໝາຍ ຈຸດ​ສຸມ​ໃນການ​ພັດທະນາ​ຊັບພະຍາກອນມະນຸດ ​ດ້ານ​ແນວ​ຄິດ​ການເມືອງ ການ​ກໍ່ສ້າງ ແລະ ຄຸ້ມ​ຄອງ​ພະນັກ​ງານ ການ​ສຶກ​ສາ ສຸຂະພາບແຮງ​ງານ ແລະ ວັດທະນະທຳ​ໃຫ້ບັນລຸ​ຕາມ​ລະດັບ​ຄາດໝາຍ.

ປັດຈຸບັນ ການ​ເຊື່ອມ​ໂຍງ ແລະ ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ຂອງ​ໂລກ​ມີ​ຄວາມ​ເຂັ້ມແຂງ ແລະ ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ​ດ້ວຍ​ຫຼາຍ​ຮູບ​ແບບ​ຫຼາຍລະດັບ ຫຼາຍ​ປະເທດ​ໄດ້​ກາຍເປັນສະມາຊິກ​ຂອງ​ອົງການ​ຕ່າງໆ ເຊັ່ນ: ການ​ຄ້າ​ເສລີ​ອາຊີ ອົງການການ​ຄ້າ​ໂລກ ແລະ ອື່ນໆ ສະນັ້ນ ວຽກ​ງານ​ການ​ພັດທະນາ​ຊັບ​ພະຍາ​ກອນ​ມະນຸດ ​ຈຶ່ງ​ເປັນ​ວຽກ​ໜຶ່ງທີ່​ເປັນ​ບຸລິມະສິດ ທັງ​ເປັນ​ພາຫະນະ​ຕົ້ນຕໍ​ໃນ​ການ​ພັດທະນາ ​ເພື່ອຮັບ​ໃຊ້​ໂຕ​ມະນຸດ​ເອງ ​ທັງ​ເປັນ​ປັດໄຈ​ສຳຄັນ​ຂອງ​ການ​ຜະລິດ​ທີ່​ມີລັກສະນະ​ຕັດສິນ ການ​ພັດທະນາເສດຖະກິດ-ສັງຄົມ​ຂອງ​ຊາດ ແລະ ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ໃສ່​ຮ່າງ​ແຜນຍຸດ​ທະ​ສາດ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ແຫ່ງ​ຊາດ​ອີກດ້ວຍ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...