spot_img
Homeຂ່າວການພັດທະນາສື່ມວນຊົນອາຊຽນສໍາເລັດການແລກປ່ຽນບົດຮຽນຢູ່ແບນຊິກ

ສື່ມວນຊົນອາຊຽນສໍາເລັດການແລກປ່ຽນບົດຮຽນຢູ່ແບນຊິກ

Published on

ຂປລ. ສື່ມວນຊົນຈາກບັນດາປະເທດສະມາຊິກອາຊຽນປະກອບມີ ບຣູໄນ, ອິນໂດເນເຊຍ, ລາວ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ ພ້ອມຮ່ອງກົງສໍາເລັດການເດີນທາງທັດສະນະສຶກສາ ແລະ ແລກປ່ຽນຄວາມຮູ້ທີ່ສໍານັກງານໃຫຍ່ຂອງສະຫະພາບເອີຣົບ ໃນນະຄອນຫລວງບຣຸກແຊນ ປະເທດແບກຊິກ ພາຍຫລັງໃຊ້ເວລາ 4 ວັນຂອງການທັດສະນະສຶກສາ ( 16-19 ພະຈິກ 2015).

ໃນໄລຍະ 4 ວັນນັ້ນ ບັນດາສື່ມວນຊົນໄດ້ມີໂອກາດສໍາຄັນເຂົ້າຢ້ຽມຢາມ ແລະ ພົບປະກັບບັນດາການນໍາພ້ອມເຈົ້າໜ້າທີ່ລະດັບສູງທີ່ສໍານັກງານ the European External Action Service, ສະພາຂອງສະຫະພາບເອີຣົບ ( the Council of the EU, ລັດຖະສະພາເອີຣົບ ( European Parliament ), ນາໂຕ້ (NATO) ແລະ ອື່ນໆ ເຊິ່ງບັນດາສື່ມວນຊົນດັ່ງກ່າວໄດ້ຮັບຟັງການບັນຍາຍ ແລະ ນໍາສະເໜີກ່ຽວກັບສະພາບການຂອງໂລກ, ບົດບາດ ,ນະໂຍບາຍຕ່າງໆທີ່ມີການພົວພັນຕໍ່ບັນດາປະເທດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ລວມເຖິງອາຊີຕາເວັນອອກ. ນອກຈາກນັ້ນ ສື່ມວນຊົນຍັງໄດ້ມີໂອກາດເຂົ້າຮ່ວມກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ສໍາຄັນຕ່າງໆເພື່ອຖອດຖອນບົດຮຽນ ແລະ ຮຽນຮູ້ກ່ຽວກັບວິທີການເຮັດວຽກກ່ຽວກັບບົດບາດຂອງສະຖາບັນຕ່າງໆ ຂອງສະຫະພາບເອີຣົບໄປຄວບຄູ່ກັບການປຶກສາຫາລື ແລະ ແລກປ່ຽນກ່ຽວກັບ ບັນດາອົງປະກອບທີ່ສຳຄັນໃນສາຍພົວພັນສອງຝ່າຍ ລະຫວ່າງອາຊຽນ-ສະຫະພາບເອີຣົບ ແລະ ສະພາບການໃນເວທີສາກົນຕ່າງໆທີ່ມີຄວາມສົນໃຈ.
ແນວໃດກໍດີ ລະຫວ່າງການພົບປະນັ້ນ, ບັນດາການນໍາ ແລະ ເຈົ້າໜ້າທີ່ສະຫະພາບເອີຣົບໄດ້ເປີດເຜີຍວ່າ: ການພົວພັນ ແລະ ການຮ່ວມມືລະຫວ່າງບັນປະເທດສະມາຊິກອາຊຽນ ແລະ ສະຫະພາບເອີຣົບໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງໂດຍສະເພາະດ້ານການພັດທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ, ການເມືອງ, ການທ່ອງທ່ຽວ ແລະ ອື່ນໆ ນອກຈາກນັ້ນ ສະຫະພາບເອີຣົບຍັງຢືນຢັນຈະສືບຕໍ່ໃຫ້ການຊ່ວຍເຫລືອບັນດາປະເທດສະມາຊິກອາຊຽນໃນຫລາຍດ້ານເຊັ່ນ: ການປ່ຽນແປ່ງດິນຟ້າອາກາດ, ການຄໍ້າປະກັນສະບຽງອາຫານ, ພັດທະນາການສຶກສາ ແລະ ອື່ນໆ. ຂະນະທີ່ ສະຫະພາບເອີຣົບໄດ້ປະກາດວ່າຈະສືບຕໍ່ໃຫ້ການຊ່ວຍ ລາວເຂົ້າໃນໂຄງການຊ່ວຍເຫລືອໃຫມ່ໂດຍມີມູນຄ່າປະມານ 207 ລ້ານເອີໂຣເພື່ອຊ່ວຍໃຫ້ປະເທດລາວຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020 ເຊິ່ງງົບປະມານດັ່ງກ່າວຈະນໍາໃຊ້ເຂົ້າໃນຈັດຕັ້ງປະຕິບັດເປັນເວລາ 7 ປີ (2014-2020) ໃນ 3 ຂົງເຂດບູລິມະສິດຄື:ການຜະລິດກະສິກໍາແບບຍືນຍົງ ແລະ ມີຄວາມປອດໄພດ້ານອາຫານ; ການປັບປຸງລະບົບການສຶກສາ; ສ້າງຄວາມເຂັ້ມແຂງການປົກຄອງທີ່ດີ, ລະບຽບ-ກົດຫມາຍ ແລະ ວຽກງານສິດທິມະນຸດທີ່ກ່ຽວຂ້ອງ

12247029_452402418296877_5285253971862122813_n 12279091_452402424963543_3991426224332654833_n 12294720_452402421630210_5102244491485835815_n

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...