spot_img
Homeຂ່າວພາຍ​ໃນສະມາຄົມອັນຍະມະນີຯລາວ ກຽມພ້ອມ 100% ເຂົ້າສູ່ AEC!

ສະມາຄົມອັນຍະມະນີຯລາວ ກຽມພ້ອມ 100% ເຂົ້າສູ່ AEC!

Published on

phuvong
ຂປລ. ປັດຈຸບັນ ບັນ​ດາ​ຫົວໜ່ວຍ​ທຸລະ​ກິດ ທັງ​ພາກ​ລັດ ແລະ ເອກະຊົນ ໄດ້​ມີ​ການ​ຫ້າງ​ຫາ​ ກະກຽມຄວາມ​ພ້ອມ​ ເພື່ອກ້າວ​ສູ່​ປະຊາ​ຄົມ ​ເສດຖະກິດ​ອາຊຽນ (AEC) ໃນ​ທ້າຍ​ປີນີ້, ​​ສະ​ເພາະ​ ສະມາຄົມ​ຊາວ​ຄ້າຂາຍ​ອັນຍະ​ມະນີ ແລະ ເຄື່ອງ​ປະດັບ​ລາວ ກໍໄດ້​ມີຄວາມ​ພ້ອມ​ ໃນ​ທຸກ​ດ້ານ​ເຊັ່ນ​ດຽວ​ກັນ.

ທ່ານ ພູ​ວົງ ພະ​ມີ​ສິດ ປະທານ​ສະມາຄົມ​ ຊາວ​ຄ້າຂາຍ​ອັນຍະ​ມະນີ ແລະ ເຄື່ອງ​ປະດັບ​ລາວ ​​ກ່າວ​ວ່າ: ປັດຈຸບັນ ​ສະມາຄົມ ຊາວ​ຄ້າຂາຍ​ອັນຍະ​ມະນີ ແລະ ເຄື່ອງ​ປະດັບ​ລາວ ໄດ້​ມີ​ຄວາມ​ພ້ອມ​​ເຂົ້າສູ່ AEC ​ເກືອບ100% ທາງສະມາ ຄົມ ໄດ້ມີການພັດທະນາດ້ານຄຸນນະພາບ ແລະ ຄວາມສວຍງາມຂອງເຄື່ອງປະດັບ ປະເພດເງິນ-ຄຳ ໂດຍຈະເນັ້ນເອົາເອກະລັກລວດລາຍ ທີ່ສວຍງາມແບບລາວໆ ເປັນຈຸດເດັ່ນ ໃນການດຶງດູດລູກຄ້າ ແລະ ແຂ່ງຂັນໃນຕະຫລາດ ຍ້ອນ​ວ່າ​ວັດຖຸ​ມີຄ່າ​ຢູ່ບ້ານເຮົາ ມີການອອກແບບລວດລາຍ ຫລາຍຊະນິດທີ່​ສວຍ​ງາມ ທີ່ເປັນເອກະລັກສະເພາະ ທີ່ມີຄວາມສວຍງາມແຕກຕ່າງຈາກປະເທດອື່ນ. ໃນ​ໄລຍະ​ຜ່ານ​ມາ ສະມາຄົມ​ຊາວ​ຄ້າຂາຍ​ອັນຍະ​ມະນີ ແລະ ເຄື່ອງ​ປະດັບ​ລາວ ​​ໄດ້​ເຄື່ອນ​ໄຫວ​ເປີດ​ຝຶກ​ອົບຮົມ​ ​ເປັນ​ຕົ້ນ ​ການ​ອອກ​ແບບ​ລວດລາຍ​​ເຄື່ອງ​ປະດັບ, ການ​ບໍລິການ ​ແລະ ສົ່ງເສີມ​ໃຫ້​ນາຍ​ຊ່າງ​ຫັດຖະກຳ ​ເຄື່ອງ​ປະດັບເງິນ-ຄຳ​ ມາ​ປະດິດສ້າງ​ດອກ​ລວດລາຍ​ ໃຫ້​ກົມ​ກືນ​ກັບສິລະ​ປະ​ອັນງົດ​ງາມ​ຂອງຊາດ​ລາວ​ເຮົາ. ນອກ​ນັ້ນ ຍັງ​ໄດ້ເຄື່ອນໄຫວເຂົ້າ​ຮ່ວມປະຊຸມ​ ກັບ​ບັນດາ​ປະເທດ​ສະມາ​ຊິກ​ອາ​ຊຽນ ​ແລະ ​ເຂົ້າຮ່ວມ​ເຊັນ​ສັນຍາ​ ກັບ​ສະມາຄົມຊາວ​ຄ້າຂາຍ​ອັນຍະ​ມະນີ ແລະ ເຄື່ອງ​ປະດັບ​ ກັບ​ບັນດາ​ປະເທດສະມາຊິກ​ອາ​ຊຽນ.

ປະທານ​ສະມາຄົມ ​ຊາວ​ຄ້າຂາຍ​ອັນຍະ​ມະນີ ແລະ ເຄື່ອງ​ປະດັບ​ລາວ ກ່າວ​ຕື່ມວ່າ: ການ​ທີ່​ຈະກ້າວ​​ເຂົ້າສູ່​ປະ ຊາ​ຄົມ​ເສດຖະ​ກິດ​ ອາ​ຊຽນນັ້ນ, ​ຊາວ​ຄ້າຂາຍ​ອັນຍະ​ມະນີ ​ເງິນ-ຄຳ ແລະ ເຄື່ອງ​ປະດັບ​ມີຄ່າ ຕ້ອງ​ໄດ້​ພ້ອມກັນ​ປັບປຸງ​​ດ້ານ​ການບໍລິການ, ດ້ານ​ສີມື​ແຮງ​ງານ ​ກໍຕ້ອງ​ມີ​ການ​ພັດທະນາຢ່າງ​ຕໍ່​ເນື່ອງ, ນຳ​ໃຊ້ເຕັກ​ໂນ​ໂລ​ຊີທີ່​ທັນ​ສະໄໝ​ ເຂົ້າ​​ໃນ​ການຜະລິດ ເພື່ອ​ເຮັດ​ໃຫ້​ຜະລິດ​ຕະ​ພັນມີ​ຄຸນນະພາບ, ສວຍ​ງາມ​ເປັນ​ທີ່​ຍອມຮັບ​ໃນ​ສັງຄົມ ​ແລະ ແຂ່ງຂັນ​ກັບ​ບັນດາ​ປະ ເທດອາຊຽນ​ໄດ້ ໂດຍ​ສະເພາະ ​ປະເທດ​ໃກ້ຄຽງ ຖ້າ​ຊາວ​ຄ້າຂາຍ​ພວກ​ເຮົາ ຫາກ​ປະຕິບັດ​ໄດ້​ຄື​ແນວ​ນີ້​ ກໍຈະເຮັດ​ໃຫ້​ຜະລິດ​ຕະ​ພັນ​ຂອງ​ປະ​ເທດ​ເຮົາ​ ໄປຂາຍ​ຢູ່​ຕະຫລາດ​ຕ່າງປະເທດ​ໄດ້.

ພ້ອມ ​ນັ້ນ ທ່ານ ​​ຍັງ​ໄດ້ຮຽກຮ້ອງມາ​ຍັງ​ຊາວ​ຄ້າຂາຍ ​ຜະລິດ​ຕະ​ພັນເງິນ-ຄຳ ແລະ ວັດຖຸ​ມີຄ່າ​ຕ່າງໆ ຕ້ອງ​ມີ​ຄວາມ​ສາ​ມັກຄີ ແລະ ພ້ອມ​ກັນ​ປັບປຸງ​ຂໍ້ຄົງຄ້າງ​ຕ່າງໆ ​ເພື່ອ​ພັດທະນາ​ສີມື​ແຮງ​ງານ ໃຫ້ ​ມີ​ຄຸນ​ນະພາ​ບ​ເທົ່າ​ທຽມ​ສາກົນ, ທັງ​ເປັນ​ການ​ອະນຸລັກຂອງ​ຊາດ ​ແລະ ​ສົ່ງ​ເສີມ​ງານ​ສິລະ​ປະ​ລວດລາຍ​ອັນ​ງົດ​ງາມ​ດັ່ງກ່າວ ​ຄູ່​ຊາດ​ລາວ​ຕະຫລອດ​ໄປ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...