spot_img
Homeຂ່າວການພັດທະນາພາຍໃຕ້ ລະບອບໃໝ່ສາລະວັນ ພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ ແລະ 4 ບຸກທະລຸດ້ວຍຜົນສຳເລັດ

ພາຍໃຕ້ ລະບອບໃໝ່ສາລະວັນ ພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ ແລະ 4 ບຸກທະລຸດ້ວຍຜົນສຳເລັດ

Published on

5-1

ສະຫາຍ ສີສຸວັນ ວົງຈອມສີ ເລຂາພັກແຂວງເຈົ້າແຂວງສາລະວັນ ໄດ້ສະ ແດງຄວາມຮູ້ສຶກຕໍ່ວັນສະຖາປະນາ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ ເມື່ອບໍ່ດົນມານີ້ວ່າ: ວັນສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ແມ່ນວັນທີ່ມີຄວາມໝາຍສຳຄັນ, ສຳລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ. ໄຊຊະນະດັ່ງກ່າວ ເຮັດໃຫ້ສັງຄົມລາວ ມີການຫັນປ່ຽນຢ່າງເລິກເຊິ່ງ, ປະເທດຊາດມີຄວາມມັ່ງຄັ່ງເຂັ້ມແຂງ ສັງຄົມມີຄວາມສາມັກຄີ ປອງດອງ ແລະ ປະຊາຊົນມີຊີວິດ ການເປັນຢູ່ທີ່ດີຂຶ້ນ.
ເວົ້າສະເພາະແຂວງສາລະວັນພາຍໃຕ້ການນຳພາຂອງພັກ ແລະ ພາຍໃຕ້ລະບອບໃໝ່, ແຂວງຂອງພວກຂ້າພະເຈົ້າແມ່ນມີຄວາມສະຫງົບ, ມີຄວາມ ໝັ້ນຄົງທາງດ້ານການ ເມືອງແລະມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ໃນດ້ານການພັດທະນາເສດຖະກິດ-ສັງຄົມກໍມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,ຜົນສຳເລັດດັ່ງກ່າວ ແມ່ນຍ້ອນອົງ ຄະນະພັກ ແຂວງສາລະວັນ ໄດ້ປະຕິບັດແຜນ ຍຸດທະສາດ ໃນການກໍ່ສ້າງກຳລັງຕາມທິດສ້າງທ່າສະໜາມ 3 ຂັ້ນຄື: ສ້າງບ້ານໃຫ້ກາຍເປັນບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບ ຕິດລ່ຽນ, ສ້າງເມືອງເປັນຫົວໜ່ວຍສູ້ຮົບເອກະລາດ ແລະ ສ້າງ ແຂວງໃຫ້ມີຄວາມສາມາດປ້ອງກັນທິດໜຶ່ງຂອງປະເທດ ຕິດ ພັນກັບການພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ບົນຈິດໃຈ 4 ບຸກທະລຸ ຕິດພັນກັບການພັດທະນາ ເສດຖະກິດ-ສັງຄົມ, ອັນໄດ້ສ້າງເງື່ອນໄຂອຳນວຍຄວາມສະ ດວກໃຫ້ແກ່ການດຳລົງຊີວິດ ຂອງປະຊາຊົນບັນດາເຜົ່າ, ສ້າງ ຄວາມເຊື່ອໝັ້ນ ໃຫ້ແກ່ການລົງທຶນພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ການພັດທະນາໄດ້ດຳເນີນໄປຢ່າງຕັ້ງໜ້າ, ຖືກທິດ, ໝັ້ນທ່ຽງ ແລະ ມີຜົນສຳເລັດຕາມແຜນການວາງໄວ້. ໃນນັ້ນ ດ້ານເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຖືກທິດ ເຮັດໃຫ້ລວມຍອດມູນຄ່າຜະລິດຕະພັນພາຍໃນ ເພີ່ມ ຂຶ້ນ 11,48%/ປີ, ສະເລ່ຍໃສ່ພົນລະເມືອງບັນລຸໄດ້ 9.450.000 ກີບຕໍ່ຄົນ ຫຼື ເທົ່າກັບ 1.170 ໂດລາສະຫະລັດ ທຽບໃສ່ປີ 2010 ເພີ່ມຂຶ້ນ 1 ເທົ່າຕົວ. ກ່ອນອື່ນໝົດ ແມ່ນໄດ້ເອົາໃຈໃສ່ຊຸກຍູ້ ສົ່ງເສີມການຜະລິດເຂົ້າ, ກາເຟ, ມັນຕົ້ນ ແລະ ອື່ນໆ ຊຶ່ງສາ ມາດຮັບປະກັນສະບຽງອາຫານໃນທົ່ວແຂວງ ແລະ ຜະລິດ ເປັນສິນຄ້າ ເພື່ອສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນນັບມື້ນັບດີຂຶ້ນກວ່າເກົ່າ ແລະ ມີຕົວແບບການ ປູກຝັງ, ລ້ຽງສັດທີ່ພົ້ນເດັ່ນຈຳນວນໜຶ່ງ ເຮັດໃຫ້ຈຳນວນຄອບ ຄົວທຸກຍາກຫຼຸຸດລົງຍັງເຫຼືອ 7,58% ແລະ ບ້ານທຸກຍາກຫຼຸຸດ ລົງຍັງເຫຼືອ 14,78%; ການສ້າງບ້ານພັດທະນາເພີ່ມຂຶ້ນ 24,91%, ໄດ້ເຕົ້າໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່ ຈາກ 724 ບ້ານໃນເມື່ອກ່ອນ ຍັງເຫຼືອ 582 ບ້ານໃນປະຈຸບັນ. ໃນນັ້ນ, ມີບ້ານໃຫຍ່ຈຳນວນໜຶ່ງ ໄດ້ກາຍເປັນໃຈກາງເສດຖະກິດ-ສັງຄົມ ແລະ ກໍ່ຕົວເປັນຮູບຮ່າງ ຂອງຕົວເມືອງນ້ອຍນັບມື້ຫຼາຍ ຂຶ້ນ ເຮັດໃຫ້ໂສມໜ້າຂອງຊົນນະບົດປ່ຽນແປງໃໝ່, ແບບແຜນການ ຜະລິດເສດຖະກິດ, ຂະບວນການພັດທະນາຄອບຄົວ-ສັງຄົມ ຕະຫຼອດ ຮອດແບບແຜນການດຳລົງຊີວິດ ຂອງປະຊາຊົນນັບ ມື້ມີການປ່ຽນແປງໄປສູ່ອັນໃໝ່ທີ່ກ້າວໜ້າ ຕິດພັນກັບຂະບວນ ການແຂ່ງຂັນຮັກຊາດ ແລະ ການພັດທະນາ.
ໄດ້ປຸກລະດົມ, ຊຸກຍູ້ສົ່ງເສີມຜູ້ປະກອບການ ທຸລະກິດຂະ ໜາດນ້ອຍ-ກາງ ດ້ວຍການມອບໂຄງການຕ່າງໆ ແລະ ນະ ໂຍບາຍປ່ອຍກູ້ທຶນທະນາຄານ, ການສະສາງໜີ້ສິນ ເປັນຕົ້ນ ແມ່ນໂຄງການພັດທະນາກະສິກຳ-ປ່າໄມ້ ແລະ ຊົນລະປະທານ, ໂຄງການຜະລິດເປັນສິນຄ້າ-ອຸດສາຫະກຳປຸງແຕ່ງ, ໂຄງການພັດທະນາພະລັງງານ-ບໍ່ແຮ່, ໂຄງການ ພັດທະນາ ພື້ນຖານໂຄງລ່າງ-ເສັ້ນທາງຄົມມະນາຄົມຍຸດທະສາດ, ທາງຊົນນະບົດ, ຊຸກຍູ້ຂະແໜງບໍລິການໃຫ້ມີການຂະຫຍາຍຕົວທັງປະກອບສ່ວນອັນສຳຄັນ ເຂົ້າໃນການ ພັດທະນາໂຄງປະ ກອບເສດຖະກິດ ແລະ ຊ່ວຍຊຸກຍູ້ໃຫ້ເສດຖະກິດ ມີການເຕີບ ໂຕຢ່າງຕໍ່ເນື່ອງ-ຖືກທິດ ແລະ ໝັ້ນທ່ຽງ.
ໄປຄຽງຄູ່ກັບການພັດທະນາເສດຖະກິດ-ແກ້ໄຂຄວາມທຸກຍາກ ພວກເຮົາຍັງໄດ້ເພີ່ມຄວາມເຂັ້ມງວດ ໃນການຄຸ້ມ ຄອງຊັບພະຍາກອນທຳມະຊາດ ແລະ ການປົກປັກ ຮັກສາສິ່ງ ແວດລ້ອມ ເປັນຕົ້ນແມ່ນການຄຸ້ມຄອງປ່າໄມ້ ຕິດພັນກັບການສຳຫຼວດຈັດສັນທີ່ດິນໃຫ້ແກ່ປະຊາຊົນ ເພື່ອນຳໃຊ້ຊັບພະຍາ ກອນທຳມະຊາດ ທີ່ມີຢູ່ຢ່າງຈຳກັດ ໃຫ້ເກີດປະໂຫຍດ ແລະ ມີ ຄວາມຍືນຍົງ. ຈາກນັ້ນ ຍັງໄດ້ຂະຫຍາຍຕາໜ່າງດ້ານໂທລະ ຄົມ, ການສື່ສານທັນສະໄໝທົ່ວເຖິງທຸກພື້ນທີ່, ສາມາດບໍລິ ການປະຊາຊົນໄດ້ດີ.
ໃນດ້ານວຽກງານວັດທະນະທຳ-ສັງຄົມ ກໍໄດ້ຮັບຜົນສຳເລັດເປັນຢ່າງດີເປັນຕົ້ນແມ່ນໄດ້ແກ້ໄຂສະພາບການຂາດຄູ, ການຂະຫຍາຍໂຮງຮຽນປະຖົມ, ມັດທະຍົມຕົ້ນ ໄປສູ່ຊົນນະບົດ-ເຂດຫ່າງໄກສອກຫຼີກ, ສ້າງໂຮງຮຽນສາມັນກິນນອນຊົນເຜົ່າ, ຍົກລະດັບສູນວິຊາຊີບແບບປະສົມ ແລະ ວິທະຍາໄລຄູ ສາລະວັນ ໄປສູ່ຄຸນນະພາບໃໝ່, ອັດຕາສ່ວນການເຂົ້າໂຮງ ຮຽນຂອງນັກຮຽນຊັ້ນປະຖົມ, ມັດທະຍົມເພີ່ມຂຶ້ນ, ສຳເລັດ ການລຶບລ້າງການກືກໜັງສືບຳລຸງປະຖົມ ໃຫ້ປະຊາກອນໃນ ເກນອາຍຸ 15-40 ປີຢູ່ຂັ້ນ ເມືອງ ແລະ ປະກາດແຂວງສາລະ ວັນ ເປັນແຂວງຈົບຊັ້ນປະຖົມບຳລຸງ, ປະຈຸບັນ ກຳລັງສືບຕໍ່ບຳ ລຸງຊັ້ນມັດທະຍົມ. ວຽກງານກິລາກາຍະກຳ ກໍໄດ້ຮັບການພັດ ທະນາອອກ ສູ່ວົງກວ້າງ ສາມາດເຂົ້າສູ່ການແຂ່ງຂັນໃນງານກິ ລາຕ່າງໆ ແລະ ຍາດໄດ້ຂັນລາງວັນ ແລະ ຫຼຽນປະເພດຕ່າງໆ ຫຼາຍຫຼຽນ. ພິເສດ: ໃນງານແຂ່ງຂັນມະຫະກຳກິລາແຫ່ງຊາດ ຢູ່ແຂວງອຸດົມໄຊ ພວກເຮົາສາມາດຍາດໄດ້ 22 ຫຼຽນ ຊຶ່ງບໍ່ ເຄີຍມີມາກ່ອນ ໃນປະຫວັດສາດຂອງແຂວງສາລະວັນ ແລະ ອື່ນໆ.
ໄດ້ເອົາໃຈໃສ່ວຽກງານກັນພະຍາດ, ສົ່ງເສີມສຸຂະພາບ, ການປິ່ນປົວ ແລະ ການບໍລິການ ເປັນວຽກງານຈຸດສຸມ ເປັນຕົ້ນ ແມ່ນການໂຄສະນາສຸຂະສຶກສາ, ການສົ່ງເສີມການ ອອກກຳລັງກາຍເພື່ອສຸຂະພາບ, ການຄວບຄຸມການລະບາດພະຍາດ ເຊັ່ນ:  ວຽກງານແມ່ ແລະ ເດັກ, ການສັກຢາກັນພະຍາດ, ການ ແຜ່ລະບາດພະຍາດຕິດແປດ, ວຽກງານ ສຸຂະອະນາໄມປ້ອງ ກັນພະຍາດ ແລະ ຈັດຫານ້ຳສະອາດ, ປະຕິບັດນະໂຍບາຍ ການປິ່ນປົວບໍ່ເສຍຄ່າໃຫ້ແມ່ຍິງ-ເດັກນ້ອຍ ແລະ ຜູ້ທຸກຍາກ-ດ້ອຍໂອກາດ, ຍົກລະດັບການ ບໍລິການຂອງໂຮງໝໍແຂວງ, ເມືອງ, ສຸກສາລາ ໄປສູ່ຄຸນນະພາບໃໝ່, ສົ່ງເສີມການປູກພືດ ເປັນຢາ, ສົມທົບກັບການປິ່ນປົວຢາຫຼວງ ແລະ ຢາພື້ນເມືອງ, ກວດກາຄຸນນະພາບ ອາຫານ-ຢາ ແລະ ຊຸກຍູ້ຂະບວນການ ສ້າງບ້ານສາທາລະນະສຸກແບບຢ່າງ. ທັງໝົດນັ້ນ ໄດ້ເຮັດໃຫ້ ຄາດໝາຍສະຫັດສະວັດ ແຫ່ງການພັດທະນາດ້ານສາທາລະ ນະສຸກຈຳ ນວນໜຶ່ງ ບັນລຸຕາມແຜນການ ແລະ ປະຊາຊົນ ມີ ອາຍຸຍືນສະເລ່ຍເພີ່ມຂຶ້ນເປັນ 63 ປີ.
ໄດ້ຊຸກຍູ້-ສົ່ງເສີມ ການອະນຸລັກຮັກສາມູນເຊື້ອວັດທະນະ ທຳຂອງຊາດ ແລະ ຂອງທ້ອງຖິ່ນ ດ້ວຍການຈັດຕັ້ງງານເທດ ສະການ, ວັນບຸນປະເພນີຂອງປະຊາຊົນບັນດາເຜົ່າ ຢູ່ແຕ່ລະ ທ້ອງຖິ່ນ, ການຈັດງານປະກວດແຂ່ງຂັນ ແລະ ສະແດງສິລະ ປະວັນນະຄະດີ ໃນງານການສະເຫຼີມສະຫຼອງວັນປະຫວັດ ສາດສຳຄັນຕ່າງໆ, ເປີດການທ່ອງທ່ຽວ ລາວປີ 2012, ຊຸກຍູ້ຂະບວນການສ້າງຄອບຄົວ ແລະ ບ້ານວັດທະນະທຳໃໝ່. ໄປຄຽງຄູ່ກັນນັ້ນ ຍັງໄດ້ພັດທະນາສື່ມວນຊົນຕ່າງໆ ເປັນຕົ້ນ ແມ່ນໂທລະພາບ, ວິທະຍຸ, ໜັງສືພິມທ້ອງຖິ່ນ ເຮັດໃຫ້ປະຊາ ຊົນເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ ໄດ້ຮັບຂ່າວສານ, ສາລະບັນເທີງຫຼາຍຂຶ້ນ.
ອັນພົ້ນເດັ່ນ ແມ່ນພວກເຮົາສຳເລັດ ການກໍ່ສ້າງອະນຸສາ ວະລີອົງແກ້ວ ວິລະບຸລຸດຂອງຊາດລາວ ກ່ອນມີພັກນຳພາ ແລະ ກຳລັງສືບຕໍ່ກໍ່ສ້າງຄືນໃໝ່ຫໍພະໄຕປິດົກກາງນ້ຳ ຢູ່ວັດ ກາງ ແຂວງສາລະວັນ ທີ່ເປັນສູນລວມຈິດໃຈຂອງປະຊາຊົນທີ່ ຖືກສົງຄາມທຳລາຍໃນເມື່ອກ່ອນ. ການປະຕິບັດນະໂຍບາຍ ແລະ ການແກ້ໄຂສັງຄົມ ມີຫຼາຍດ້ານໄດ້ຮັບ ການປັບປຸງດີຂຶ້ນ. ເປັນຕົ້ນ ແມ່ນວຽກງານການພັດທະນາສີມືແຮງງານ ແລະ ການຈັດຫາວຽກເຮັດງານທຳ, ສິດ-ຜົນປະໂຫຍດ ດ້ານສະ ຫວັດດີການຂອງຜູ້ອອກແຮງງານ ໄດ້ຮັບການປົກປ້ອງທາງກົດ ໝາຍ, ລະບົບປະກັນສັງຄົມ ໄດ້ປັບປຸງເປັນຢ່າງດີ, ການປະຕິ ບັດນະໂຍບາຍຕອບບຸນແທນຄຸນ ຕໍ່ຜູ້ທີ່ມີຜົນງານ, ຄຸນງາມ  ຄວາມດີຕໍ່ການ ປະຕິວັດ ມີຈຳນວນເພີ່ມຂຶ້ນ, ການຊ່ວຍເຫຼືອ ສົງເຄາະຜູ້ປະສົບໄພພິບັດຕ່າງໆ ແລະ ຜູ້ດ້ອຍໂອກາດ ໄດ້ຮັບ ການປົກປ້ອງເບິ່ງແຍງດູແລ ຢ່າງເໝາະສົມຕາມເງື່ອນໄຂຕົວຈິງ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...