Homeຂ່າວການສຶກສາຍີ່ປຸ່ນມອບປ໋ອງປາກ່ວາ 49 ພັນໂຕນ ໃຫ້ນັກຮຽນລາວ ຢູ່ເຂດຫ່າງໄກສອກຫລີກ

ຍີ່ປຸ່ນມອບປ໋ອງປາກ່ວາ 49 ພັນໂຕນ ໃຫ້ນັກຮຽນລາວ ຢູ່ເຂດຫ່າງໄກສອກຫລີກ

Published on

educa

ຂປລ. ລັດຖະບານ​ຍີ່ປຸ່ນ​ ໄດ້​ນຳ​ເອົາ​ອາຫານ​ສຳ​ເລັດຮູບ (ປ໋ອງປາ) ຈຳນວນ 49 ພັນກວ່າ​ໂຕນ ມອບ​ໃຫ້​ລັດຖະບານ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 20 ພະຈິກ 2015 ນີ້, ​ເພື່ອ​ນຳ​ໄປມອບ​ໃຫ້​ໂຮງຮຽນ​ເຂດ​ຫ່າງ​ໄກ​ສອກຫລີກ ຕາງໜ້າ​ມອບ​ໂດຍ​ທ່ານ Ryotaro SUZUKI ຜູ້ຕາງໜ້າ​ເອກ​ອັກຄະ​ຣາຊະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ປະ​ເທດ​ຍີ່ປຸ່ນ ປະຈຳ ລາວ ​ແລະ ຮັບ​ໂດຍ ທ່ານ ລີ​ຕູ້ ບົວ​ປາວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ.

ອາຫານສຳ​ເລັດ​ຮູບຈຳນວນ ​ດັ່ງກ່າວ ລັດຖະບານ​ລາວ​ ກໍ​ຄື​ ກະຊວງ​ສຶກສາ​ທິການ ​ແລະ ກິລາ ຈະ​ນຳ​ໄປ​ມອບ​ໃຫ້​ໂຮງຮຽນ​ເຂດ​ຫ່າງ​ໄກ​ສອກ​ຫລີກ ຈຳນວນ 264 ​ໂຮງຮຽນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ໂດຍ​ຜ່ານ​ໂຄງການ​ອາຫານ​ເສີມ​ໃນ​ໂຮງຮຽນ ​​ເພື່ອ​​ເຮັດໃຫ້​ເດັກນ້ອຍ​ລາວບັນດາ​ເຜົ່າ​ ທີ່​ທຸກ​ຍາກ​ຂາດ​ເຂີນ​ດ້ານ​ສະບຽງ​ອາຫານ ຢູ່​ເຂດ​ຊົນນະບົດ ​ໄດ້​ມີອາຫານ​ການ​ກິນ​ພຽງພໍ ​ແລະ ມີ​ຄຸນ​ນະພາ​ບ, ມີ​ການ​ຮັບປະກັນ​ທາງ​ດ້ານ​ໂພ​ຊະ​ນາ​ການ, ທັງ​ເປັນ​ການ​ຊຸກຍູ້​ສົ່ງ​​ເສີມ​ໃຫ້​ເດັກນ້ອຍ​ລາວ​ ບັນດາ​ເຜົ່າ ມີ​ສຸຂະພາບ​ສົມບູນ-​ແຂງ​ແຮງ ​ແລະ ມີ​ຊີ​ວິດ​ການ​ເປັນ​ຢູ່ທີ່​ດີ​.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...