Homeຂ່າວພາຍ​ໃນໄຂງານວາງສະແດງສິນຄ້າບຸນນະມັດສະການ ພະທາດຫຼວງ ປະຈຳປີ 2015

ໄຂງານວາງສະແດງສິນຄ້າບຸນນະມັດສະການ ພະທາດຫຼວງ ປະຈຳປີ 2015

Published on

3-1

ພິທີໄຂງານວາງສະ ແດງສິນຄ້າ ເນື່ອງໃນໂອກາດ ບຸນນະມັດສະການພະທາດຫຼວງ ຄົບຮອບ 449 ປີ ປະຈຳ ປີ 2015 ໄດ້ຈັດຂຶ້ນເມື່ອວັນທີ 20 ພະຈິກນີ້ ທີ່ເດີ່ນພະທາດ ຫຼວງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອາຊາງ ລາວລີ ກຳມະການກົມການເມືອງສູນກາງ ພັກ ຮອງນາຍົກລັດຖະມົນຕີ; ທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງ ນະຄອນຫຼວງວຽງຈັນ, ແຂກຖືກເຊີນ ແລະ ມວນຊົນ ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ໃນພິທີ, ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະ ນະກຳມະການຊີ້ນຳງານບຸນ ນະມັດສະການພະທາດຫຼວງ ວຽງຈັນ ປະຈຳປີ 2015 ໄດ້ ຂຶ້ນລາຍງານການກະກຽມຈັດ ງານບຸນ ແລະ ງານວາງສະ ແດງສິນຄ້າ ປະຈຳປີ 2015 ວ່າ: ງານບຸນນະມັດສະການ ພະທາດຫຼວງ ໄດ້ກາຍເປັນ ງານບຸນປະເພນີອັນສຳຄັນ ແລະ ເປັນກິດຈະກຳໜຶ່ງຂອງ ງານວາງສະແດງ ແລະ ຂາຍ ສິນຄ້າໃນລະດັບນະຄອນຫຼວງ ວຽງຈັນ ກໍຄືລະດັບຊາດ, ການຈັດງານບຸນ ແລະ ວາງຂາຍສິນຄ້າ ປະຈຳປີ 2015 ແມ່ນ ປະກອບມີ 2 ຈຸດຄື: ຢູ່ເດີ່ນ ທາດຫຼວງ (ທາງດ້ານໃນ) ແລະ ສູນການຄ້າລາວ-ໄອເຕັກ. ສຳ ລັບການວາງສະແດງ ແລະ ຂາຍສິນຄ້າຢູ່ເດີ່ນພະທາດຫຼວງ ແມ່ນມີການ ວາງຂາຍສິນ ຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດອບ), ສິນຄ້າຄອບຄົວຕົວແບບ, ຫົວໜ່ວຍການຜະລິດ, ທຸລະກິດ, ກະສິກຳ, ໂຮງງານ ອຸດສາຫະກຳ, ບັນດາບໍລິສັດ ລັດວິສາຫະກິດ, ສິນຄ້າອຸດສາ ຫະກຳໃຊ້ສອຍທົ່ວໄປ, ຮ້ານ ຄ້າຍ່ອຍ ແລະ ບໍລິການຕ່າງໆ, ຮ້ານອາຫານ, ວົງດົນຕີລວມ ທັງໝົດ 258 ຫົວໜ່ວຍ. ສ່ວນຢູ່ສູນການ ຄ້າລາວ-ໄອເຕັກ ແມ່ນມີບັນດາຫົວໜ່ວຍການຜະລິດ ແລະ ທຸລະກິດພາຍ ໃນ, ບັນດາບໍລິສັດ, ລັດວິສາຫະກິດ, ສິນຄ້າອຸດສາຫະກຳ ໃຊ້ສອຍທົ່ວໄປຈາກ ຕ່າງປະ ເທດ, ຮ້ານວາງສະແດງຂອງ ສະຖານທູດຕ່າງໆ ປະຈຳຢູ່ ສປປ ລາວ, ຮ້ານຄ້າຂາຍຍ່ອຍ ແລະ ບໍລິການຕ່າງໆ, ຮ້ານອາ ຫານ ລວມທັງໝົດ 350 ຫົວ ໜ່ວຍ, ທ່ານກ່າວຕື່ມວ່າ: ຈຸດ ປະສົງຂອງງານບຸນນະມັດສະ ການພະທາດຫຼວງ ປະຈຳປີ 2015 ນີ້ ແມ່ນແນໃສ່ຮັບປະ ກັນໃຫ້ອະນຸລັກຮັກສາ, ສົ່ງ ເສີມວັດທະນະທຳຮີດຄອງປະ ເພນີອັນດີງາມ ທີ່ໄດ້ສືບທອດ ກັນມາຫຼາຍຮຸ່ນຄົນໃຫ້ມີຄວາມ ຍືນຍົງຄົງຢູ່ຄູ່ກັບຄົນລາວຕະ ຫຼອດໄປ, ເປັນການສ້າງຂະ ບວນການຄຳນັບຮັບຕ້ອນ 2 ວັນປະຫວັດສາດທີ່ມີຄວາມ ໝາຍ ແລະ ຄວາມສຳຄັນຂອງ ສປປ ລາວ ກໍຄືວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 65 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີທີ່ຈະມາເຖິງ, ເປັນການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງຄອບຄົວຕົວແບບຫຼືສິນຄ້າໂອດອບ ຂອງແຕ່ລະເມືອງພາຍໃນນະຄອນຫຼວງວຽງຈັນ ກໍຄືພາຍໃນປະເທດ ໄດ້ມີໂອກາດເສີມ ຂະຫຍາຍ ທ່າແຮງບົ່ມຊ້ອນຂອງສິນຄ້າດັ່ງກ່າວ ເພື່ອໃຫ້ປະຊາຊົນ ລາວຊາວນະຄອນຫຼວງວຽງຈັນ ແລະ ແຂກຕ່າງປະເທດທີ່ເຂົ້າມາຢ້ຽມຊົມໃຫ້ໄດ້ເຫັນ ແລະ ຊົມໃຊ້ສິນ ຄ້າພາຍໃນໃຫ້ຫຼາຍຂຶ້ນ, ໃນນັ້ນເປັນການແລກ ປ່ຽນບົດຮຽນນັກທຸລະກິດພາຍ ໃນດ້ວຍກັນ ແລະ ຕ່າງປະເທດຕື່ມອີກ. ງານວາງສະແດງດັ່ງ ກ່າວ ສຳລັບຢູ່ເດີ່ນ ພະທາດຫຼວງ ແມ່ນໄດ້ເລີ່ມແຕ່ວັນທີ 19-25 ພະຈິກ 2015, ສ່ວນຢູ່ສູນ ການຄ້າລາວ-ໄອເຕັກ ແມ່ນເລີ່ມ ແຕ່ວັນທີ 14-25 ພະຈິກ 2015.
ໂອກາດດັ່ງກ່າວ, ທ່ານ ອາຊາງ ລາວລີ; ທ່ານ ດຣ. ສິນລະວົງ ຄຸດໄພທູນ ໄດ້ໃຫ້ກຽດຂຶ້ນຕັດແຖບຜ້າ ເພື່ອໄຂງານ ບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງ ຂາຍສິນຄ້າ ປະຈຳປີ 2015 ຢ່າງເປັນທາງການ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...