Homeຂ່າວຕ່າງປະເທດຜູ້ນຳອາຊຽນ ລົງນາມສ້າງຕັ້ງ ປະຊາຄົມເສດຖະກິດອາຊຽນ (AEC) ຢ່າງເປັນທາງການ!

ຜູ້ນຳອາຊຽນ ລົງນາມສ້າງຕັ້ງ ປະຊາຄົມເສດຖະກິດອາຊຽນ (AEC) ຢ່າງເປັນທາງການ!

Published on

558000013417601

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ພະຈິກຜ່ານມານີ້ວ່າ ຜູ້ນຳ 10 ປະເທດອາຊຽນ ໄດ້ລົງນາມເພື່ອສ້າງຕັ້ງ ປະຊາຄົມເສດຖະກິດອາຊຽນ ຫລື ເອອີຊີ (AEC) ຢ່າງເປັນທາງການແລ້ວ ໃນວັນທີ 22 ພະຈິກ 2015 ທີ່ນະຄອນຫລວງ ກົວລາລຳເປີ ປະເທດມາເລເຊຍ ຊຶ່ງເປັນຜົນສຳເລັດ ຈາກແນວຄິດລິເລີ່ມ ຕັ້ງແຕ່ປີ 2002 ເປັນຕົ້ນມາ.  ການລວມຕົວກັນ ເພື່ອກາຍເປັນປະຊາຄົມເສດຖະກິດດຽວກັນ ຄືດັ່ງກ່າວນີ້ ຈະຊ່ວຍໃນການເສີມສ້າງ ລາຍໄດ້ ແລະ ການຈ້າງງານ ລວມທັງເຮັດໃຫ້ ເສດຖະກິດຂອງອາຊຽນ ເຂັ້ມແຂງຂຶ້ນ ສາມາດຖ່ວງດູນ ກັບມະຫາອຳນາດທາງດ້ານເສດຖະກິດຢູ່ໃນໂລກ.  ທັງນີ້, ການລົງນາມດັ່ງກ່າວ ຈະສົ່ງຜົນ ເຮັດໃຫ້ທົ່ວອາຊຽນ ເປີດປະຕູສູ່ເອອີຊີ ຢ່າງເປັນທາງການ ໃນວັນທີ 31 ທັນວາ 2015 ນີ້.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...