spot_img
Homeຂ່າວທ້ອງຖິ່ນສກຂ ຫົວພັນ ສໍາເລັດກອງປະຊຸມຖອດຖອນບົດຮຽນ ວຽກງານບໍລິຫານ-ການເງິນ ທົ່ວແຂວງ

ສກຂ ຫົວພັນ ສໍາເລັດກອງປະຊຸມຖອດຖອນບົດຮຽນ ວຽກງານບໍລິຫານ-ການເງິນ ທົ່ວແຂວງ

Published on

ກອງປະຊຸມຖອດຖອນບົດຮຽນວຽກງານບໍລິຫານ-ການເງິນ ທົ່ວແຂວງຫົວພັນ ສົກປີ 2014-2015 ແລະ ແຜນການ ສົກປີ 2015-2016 ໄດ້ສຳເລັດລົງຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 20 ພະຈິກ 2015 ຢູ່ທີ່ຫ້ອງປະຊຸມໂຮງຮຽນມັດທະຍົມສົມບູນສາມັນກິນນອນຊົນເຜົ່າ ເມືອງວຽງໄຊ ແຂວງຫົວພັນ ໂດຍການເຂົ້າຮ່ວມຂອງ ທ່ານ ເພີດ ມາປັນຍາ ຄະນະບໍລິຫານງານພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ, ມີຜູ້ຮັບຜິດຊອບວຽກງານບໍລິຫານ-ການເງິນ ທີ່ມາຈາກໂຮງຮຽນອ້ອມຂ້າງແຂວງທີ່ຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາ 10 ເມືອງທົ່ວ ແຂວງຫົວພັນ ເຂົ້າຮ່ວມຢ່າງຕັ້ງໜ້າ ໃນພິທີທ່ານ ພູວົງ ອ່ອນແສນາມ, ທ່ານ ຄຳໝັ້ນ ສິງວົງຄຳ ແລະ ທ່ານ ນາງ ມະນີຈັນ ພັດທະວົງ ຄູເຝິກວຽກງານການເງິນ-ການບັນຊີ ແລະ ຄັງເງິນສົດ ຈາກພະແນກ ສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນເຜີຍແຜ່ເອກະສານເຊັ່ນ: ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ເລກທີ 2066, 25 ມີຖຸນາ 2015 ວ່າດ້ວຍການໃຊ້ຈ່າຍງົບປະມານລັດ( ສະບັບປັບປຸງໃໝ່)ລັດຖະບັນຍັດເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ບົດແນະນຳເລກທີ 3617/ກງ,ລົງວັນທີ 15 ຕຸລາ 2015 ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກ 2015-2016, ວິທີການຂຶ້ນແຜນ-ສະຫຼຸບງົບປະມານລັດ, ລາຍຮັບ-ລາຍຈ່າຍວິຊາການ, ການໃຊ້ຈ່າຍງົບປະມານເງິນບໍລິຫານໂຮງຮຽນ, ສະເໜີແບບຟອມວິທີແລ່ນເງິນປະສູດ, ເງິນອູດໜູນເສຍຊີວິດ, ການສ້າງແຜນ ແລະ ສະຫຼຸບງົບປະມານໄປເຮັດວຽກງທາງການ, ການສ້າງແຜນປະຈຳສົກປີ, ການໃຊ້ຈ່າຍເງິນແຕ່ລະພາກ, ແຕ່ລະຮ່ວງເຂົ້າສາລະບານງົບປະມານໃນແຕ່ລະເດືອນ, ງວດ 6 ເດືອນ, 9 ເດືອນ ແລະ ແຜນປີ, ແບບຟອມການສັ່ງຈ່າຍເງິນສົດ ແລະ ປຶ້ມບັນຊີປະຈຳວັນ, ການຂຶ້ນແຜນຈ່າຍປະຈຳວັນ, ການເກັບມ້ຽນເອກະສານເຊັ່ນ: ບົງ, ບິນ

ຈາກນັ້ນທາງຄະນະຮັບຜິດຊອບກອງປະຊຸມໄດ້ຈັດແບ່ງກຸ່ມຄົ້ນຄ້ວາກ່ຽວກັບບັນດາເອກະສານ, ນິຕິກຳຕ່າງໆ ແລ້ວຈັດຕັ້ງໃຫ້ມີຜູ້ຕາງໜ້າກຸ່ມຂຶ້ນລາຍງານໂດຍສົມທຽບເຂົ້າໃສ່ໃນພາກຕິບັດຕົວຈິງທີ່ແຕ່ລະພາກສ່ວນຈັດຕັ້ງປະຕິບັດຢູ່ກົມກອງທ້ອງຖິ່ນຂອງຕົນເພື່ອສົນທະນາແລກປ່ຽນບົດຮຽນທັງນີ້ກໍ່ເພື່ອເປັນການຊອກຫາຈຸດຄົງຄ້າງແລ້ວນຳມາປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ ໂອກາດດຽວກັນ ຜູ້ບໍລິຫານ ວຽກງານບໍລິຫານ-ການເງິນ ທັງ 10 ເມືອງໄດ້ປ່ຽນກັນຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາເຊິ່ງເຮັດໃຫ້ທາງຄະນະຮັບຜິດຊອບ ແລະ ຜູ້ເຂົ້ຮ່ວມຮັບຮູ້ນຳເຊິ່ງເຫັນໄດ້ເຖິງດ້ານດີທີ່ເປັນຜົນງານໃນຫຼາຍດ້ານ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າເປັນຕົ້ນແມ່ນ: ການສະຫຼຸບງົບປະມານເງິນເດືອນຍັງຊັກຊ້າ, ພະນັກງານມີການຊັບປ່ຽນໜ້າທີ່ຮັບຜິດຊອບໂດຍສະເພາະແມ່ນພະນັກງານຮັບຜິດຊອບວຽກງານການເງິນໄປຮັບໜ້າທີ່ໃໝ່ຕະຫຼອດ ແລະ ພະນັກງານການເງິນບາງເມືອງບໍ່ໄດ້ຮຽນຈົບວິຊາການເງິນ-ການບັນຊີ ຈິ່ງເຮັດໃຫ້ພົບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

ທ້າຍພິທີ ທ່ານ ເພີດ ມາປັນຍາ ຄະນະບໍລິຫານງານພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ປະທານກອງປະຊຸມຍັງໄດ້ມີຄຳເຫັນໂອ້ລົມຕໍ່ທີ່ປະຊຸມ ໂດຍສະເພາະແມ່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານຂອງແຕ່ລະພາກສ່ວນທີ່ໄດ້ຈັດຕັ້ງປະຕິບັດໃນແຕ່ລະໜ້າວຽກຜ່ານມາຈົນໄດ້ຮັບຜົນສຳເລັດແລ້ວນຳເອົາບົດຮຽນດັ່ງກ່າວຂອງກອງປະຊຸມໃນຄັ້ງນີ້ກັບໄປຜັນຂະຫຍາຍຢູ່ໃນແຕ່ລະທ້ອງຖິ່ນຂອງຕົນໃຫ້ເກີດຜົນປະໂຫຍດສູງສຸດເປັນຕົ້ນແມ່ນ: ວຽກງານການບໍລິຫານ-ການເງິນ, ການເປັນເສນາທິການທີ່ດີ, ວຽກງານຊັບສິນ, ວຽກງານໂຄສະນາຂ່າວສານ ແລະ ສື່ສານ, ການຈັດສົ່ງຂໍ້ມູນຂ່າວສານຜ່ານລະບົບອິເຕີເນັດ ຜ່ານການດຳເນີນກອງປະເປັນເວລາ 3 ວັນ ນັບແຕ່ວັນທີ 18-20 ພະຈິກ 2015 ເປັນຕົ້ນມາເຫັນວ່າຜູ້ເຂົ້າຮ່ວມໄດ້ມີຄວາມເອົາໃຈໃສ່,ມີຄວາມເຂົ້າໃຈ, ມີຄວາມສົນໃຈ ຕໍ່ບັນດາຫົວຂໍ້ທີ່ຄະນະຮັບຜິດຊອບນຳມາສະເໜີໃນກອງປະຊຸມ ແລະ ໄດ້ພ້ອມກັນປະກອບຄຳເຫັນທີ່ກົງກັນຢ່າງມີຄວາມເປັນເອກະພາບກັນ.

12295490_1675141209439676_5246418924483459007_n

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...