Homeມູມໄອທີລາວກຸ່ມແຮັກເກີ້ Anonymous ປະກາດແຜນໂຈມຕີຂອງກຸ່ມ ISIS ມື້ນີ້ທົ່ວໂລກ

ກຸ່ມແຮັກເກີ້ Anonymous ປະກາດແຜນໂຈມຕີຂອງກຸ່ມ ISIS ມື້ນີ້ທົ່ວໂລກ

Published on

 

image

  ກຸ່ມແຮັກເກີ້ Anonymous ເປີດເຜີຍເຖິງກຸ່ມ ISIS ວ່າກຳລັງວາງແຜນກໍ່ການຮ້າຍໃນທົ່ວໂລກຫຼັງຈາກທີ່ສາມາດເຈາະເຂົ້າໄປໃນເຄື່ອຂ່າຍຂໍ້ມູນລັບໄດ້.

  ເມື່ອອາທິດແລ້ວນີ້ ກຸ່ມແຮັກເກີ້ Anonymous ໄດ້ປະກາດສົງຄາມໄຊເບີ້ກັບກຸ່ມກໍ່ການຮ້າຍ ISIS ຢ່າງເປັນທາງການຫຼັງຈາກເຫດການໂຈມຕີປາຣີດຂອງກຸ່ມ ISIS ແລະມື້ນີ້ເອງກຸ່ມແຮັກເກີ້ດັ່ງກ່າວກໍໄດ້ອອກມາເປີດເຜີຍຂໍ້ມູນດັ່ງນີ້:

“This is a warning to anyone going to any of the events listed below or going to any event with a lot of people, church services included – but the risk of any churches outside Paris/France being targeted is low.”

“ນີ້ແມ່ນຄຳເຕືອນສຳລັບໃຜກໍຕາມທີ່ຈະເຂົ້າຮ່ວມງານຕໍ່ໄປນີ້ ຫຼືວາງແຜນຈະເຂົ້າຮ່ວມງານໃດໆກໍຕາມທີ່ມີຄົນເຂົ້າຮ່ວມເປັນຈຳນວນຫຼາຍ ລວມໄປເຖິງກິດຈະກຳພາຍໃນໂບດທັັງຫຼາຍ ແຕ່ທັງນີ້ໂອກາດທີ່ກິດຈະກຳໃນໂບດຂອງເມືອງຫຼືນອກເໜືອໄປຈາກປາຣີດຫຼືໃນຝຣັ່ງນັ້ນມີໂອກາດທີ່ເປັນໄປໄດ້ໜ້ອຍ”

“There will be big events worldwide on the 22nd, go at your own risk.”

“ທັງນີ້ຈະມີງານໃຫຍ່ໆ ຈັັດຂຶ້ນພ້ອມກັນທົ່ວໂລກໃນວັນທີ 22 ນີ້ ຖ້າຫາກໃຜຈະເຂົ້າຮ່ວມກໍຂໍໃຫ້ຮັບເອົາຄວາມສ່ຽງໄວ້ນຳ”

  ສຳລັບລາຍຊື່ງານສຳຄັນທົ່ວໂລກໃນມື້ນີ້ໄດ້ແກ່:

•    Cigales Electroniques with Vocodecks, RE-Play & Rawtor at Le Bizen (ປາຣີດ)
•    Concrete Invites Drumcode: Adam Beyer, Alan Fitzpatrick, Joel Mull at Concrete (ປາຣີດ)
•    Demonstration by Collectif du Droit des Femmes, group for women’s rights, (ປາຣີດ)
•    Feast of Christ the King celebrations (ໂຣມ/ທົ່ວໂລກ)
•    Al-Jihad, One Day One Juz (ອິນໂດເນເຊຍ)
•    Five Finger Death Punch (ມີລານ)
•    University Pastoral Day (Holy Spirit University of Kaslik, ເລບານອນ)
•    WWE Survival Series (ອາເມຣິກາ)

image

  ເຖິງວ່າຂໍ້ມູນດັ່ງກ່າວນີ້ຈະເປັນຄວາມຈິງຫຼືບໍ່ເປັນຄວາມຈິງຫຼືບໍ່ນັ້ນເຮົາທຸກຄົນກໍຄວນຮັບເອົາໄວ້ພິຈາລະນາໄວ້ກໍດີເພາະຢ່າງໃດກໍຕາມການໃຊ້ຊີວິດທຸກມື້ນີ້ເຮົາເອງກໍຄວນລະວັັງໂຕເອງໄວ້ຕະຫຼອດເວລາຢູ່ແລ້ວ

ທີ່ມາ: Express.co.uk

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...