Homeຂ່າວການພັດທະນາສູນກາງຊາວໜຸ່ມຯ ຈະສ້າງວັງເຍົາວະຊົນ ແລະ ຫໍມູນເຊື້ອ ຢູ່ບ້ານດົງໝາກຄາຍ

ສູນກາງຊາວໜຸ່ມຯ ຈະສ້າງວັງເຍົາວະຊົນ ແລະ ຫໍມູນເຊື້ອ ຢູ່ບ້ານດົງໝາກຄາຍ

Published on

20130926_IMG_0026

ຂປລ. ສູນ​ກາງ​ຊາວ​ໜຸ່ມ ປະຊາຊົນ ປະຕິວັດ​ລາວ (ຊປປລາວ) ​ແລະ ບໍລິສັດ ສຸກ​ປະ​ເສີດ ອອກ​ແບບ​ກໍ່ສ້າງ​ເຄຫາ​ຂົວ​ທາງ ​ແລະ ຊົນລະປະທານ ຈໍາກັດ ຜູ້​ດຽວ ​ໄດ້​ເຊັນ​ສັນຍາ​ໂຄງການ​ກໍ່ສ້າງ​ ວັງ​ເຍົາວະ​ຊົນ ​ແລະ ຫໍ​ມູນ​ເຊື້ອ​ຊາວ​ໜຸ່​ມໃນ​ມູນ​ຄ່າ 101.838 ຕື້​​ກີບ  ​ເຊິ່ງ​ ໄລຍະ​ການ​ກໍ່ສ້າງ​ແມ່ນ 3 ປີ ຈະ​​ໃຫ້​ສໍາ​ເລັດ. ໜ້າ​ວຽກ​ປະກອບ​ມີ: ສະຖານ​ທີ່​ປະດິດສະຖານ​ຮູບ​ປັ້ນ ​ປະທານ ​ໄກສອນ ພົມວິຫານ, ຫໍ​ມູນ​ເຊື້ອ​1​ ຫລັງ​ເປັນ​ອາຄານ 3 ຊັ້ນ, ຂະໜາດ 55X30 ​ແມັດ, ​ເຮືອນ​ຮັບ​ແຂກ​ 1 ຫລັງ ​ ເປັນ​ອາຄານ 2 ຊັ້ນ ຂະໜາດ 50 ຫ້ອງ​ນອນ, ​ເດີ່ນ​ກິລາ​ໃນ​ຮົ່ມ 1 ຫລັງ, ຮ້ານ​ອາຫານ, ​ເດີ່ນ​ເຕະບານ​ຫຍ້າ​ທຽມ, ສະຖານ​ທີ່​ສອນ​ຂັບ​ລົດ​ໃຫຍ່​ປະ​ເພດ​ລົດ​ເບົາ, ບ່ອນ​ຈອດ​ລົດ, ກໍາ​ແພງ​ອ້ອມ, ສະ​ລອຍ​ນໍ້າ ແລະ ອື່ນໆ. ​ໂຄງການ​ດັ່ງກ່າວ ຈະ​ສ້າງ​ຢູ່​ບ້ານ​ດົງ​ໝາກຄາຍ ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ ​ໃນ​ເນື້ອ​ທີ 4 ​ເຮັກຕາ.

ພິທີ ​ເຊັນ​ສັນຍາ​ໄດ້​ຈັດ​ຂຶ້ນ​ ໃນ​ວັນ​ທີ 19 ພະຈິກ 2015 ທີ່​ສູນກາງ​ຊາວ​ໜຸ່ມ ຊປປ ລາວ ລະຫວ່າງ ​ທ່ານ ອາລຸນ​ໄຊ ສຸນ​ນະລາດ ຫົວໜ້າ​ຫ້ອງການ​ສູນ​ກາງ ຊປປ ລາວ ​ແລະ ທ່ານນາງ ວັນ​ສີ ສຸວັນນະ​ແ​ສງ ປະທານ​ບໍລິສັດ ສຸກປະ​ເສີດ ອອກ​ແບບ​ກໍ່ສ້າງ​ເຄຫາ​ຂົວ​ທາງ ​ແລະ ຊົນລະປະທານ ຈໍາກັດ ຜູ້​ດຽວ ​ໂດຍ​ມີ​ທ່ານ ດຣ.ວິ​ໄລ​ວົງ ບຸດ​ດາ​ຄໍາ ​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ ຊປປ ລາວ, ​ບັນດາ​ຫົວໜ້າ​ກົມ-ຮອງ​ກົມ, ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ ເຂົ້າ​ຮ່ວມ​ເປັນ​ສັກຂີພິຍານ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...