spot_img
Homeຂ່າວການພັດທະນາພັນລະຍາປະທານປະເທດ ມອບຄອມພິວເຕີ ໃຫ້ຫລາຍພາກສ່ວນ

ພັນລະຍາປະທານປະເທດ ມອບຄອມພິວເຕີ ໃຫ້ຫລາຍພາກສ່ວນ

Published on

keosaiyjai

ຂປລ.ໃນຕອນບ່າຍຂອງວັນທີ 19 ພະຈິກ 2015, ທ່ານ ດຣ. ນາງແກ້ວສາຍໃຈໄຊຍະສອນ ພັນລະຍາ ທ່ານປະທານປະເທດ ຈູມມາລີໄຊຍະສອນໄດ້ຕາງໜ້າ ໃຫ້ບັນດາພັນລະຍາການນຳ ພັກລັດ ມອບ​​ເຄື່ອງຄອມພິວ ເຕີ ຈຳນວນໜຶ່ງໃຫ້ພາກສ່ວນຕ່າງໆ ທັງສູນກາງແລະ ທ້ອງຖິ່ນ ທີ່ຍັງຂາດເຂີນ ນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ມີປະສິດທິຜົນ, ​ໂດຍສະເພາະ ບັນດາຫ້ອງສະໝຸດຂອງໂຮງຮຽນຕ່າງໆ ທີ່ຢູ່ເຂດຫ່າງໄກສອກຫລີກແລະ ຍັງຂາດທຶນຮອນແລະ ວັດຖຸທັນສະໄໝ. ​ເຊິ່ງຄອມພິວເຕີທັງໝົດແມ່ນການສະໜັບສະໜູນ ຊ່ວຍເຫລືອຈາກບໍລິສັດ ມັງກອນຄຳ.

ສຳລັບ​ບັນດາພາກສ່ວນ ທີ່ໄດ້ຮັບເຄື່ອງຄອມພິວເຕີໃນຄັ້ງນີ້ ປະກອບມີ: ພະແນກສຶກສາທິການແລະ ກິລາແຂວງບໍລິຄຳໄຊຄອມພິວເຕີ 8 ຊຸດ, ​ໂນດບຸກ 14 ​ເຄື່ອງ; ພະແນກສຶກສາທິການແລະ ກິລາແຂວງວຽງຈັນ ຄອມພິວເຕີ 8 ຊຸດ, ​ໂນດບຸກ 14 ​ເຄື່ອງ; ພະແນກສຶກສາທິການແລະ ກິລາແຂວງຊຽງຂວາງ ຄອມ​ພິວ​ເຕີຕັ້ງໂຕະ 2 ​ເຄື່ອງ, ​ໂນດບຸກ 4 ​ເຄື່ອງ, ພະແນກສຶກສາທິການແລະ ກິລານະຄອນຫລວງວຽງຈັນ ໂນດບຸກ 10 ​ເຄື່ອງ​; ຫ້ອງການເມືອງເຊໂປຄອມພິວເຕີ 5 ຊຸດ, ​ໂນດບຸກ 5 ​ເຄື່ອງ; ຫ້ອງການທະຫານແຂວງ ອຸດົມໄຊຄອມພິວເຕີ 2 ຊຸດ, ​ໂນດບຸກ 3 ​ເຄື່ອງ; ຫ້ອງການຊາວໜຸ່ມເມືອງແມດແຂວງວຽງຈັນ ​​ໂນດບຸກ 2 ​ເຄື່ອງ; ຫ້ອງການສະຖາບັນການຕ່າງປະເທ ກະຊວງການຕ່າງປະເທດ 2 ​ເຄື່ອງແລະ ຫ້ອງການກອງບັນຊາການທະຫານ ປ້ອງກັນປະທານປະເທດ 10 ​ເຄື່ອງ.

ໃນໄລຍະຜ່ານມາ ບັນດາພັນລະຍາການນຳ ກໍໄດ້ຮິບໂຮມທຶນສ່ວນຕົວແລະ ການສະໝັກໃຈ ຈາກພາກ ສ່ວນທຸລະກິດຈຳນວນໜຶ່ງ ທີ່ຢາກປະກອບສ່ວນຊ່ວຍເຫລືອສັງຄົມໂດຍສະເພາະແມ່ນ ອຸປະກອນການຮຽນ, ປຶ້ມແບບຮຽນ, ວາລະສານຕ່າງໆ ລວມທັງເຄື່ອງອຸປະກອນກິລາແລະ ອື່ນໆເພື່ອປະກອບສ່ວນ ໃຫ້ບັນດາໂຮງຮຽນ ທີ່ຢູ່ເຂດຫ່າງໄກສອກຫລີກ ໃນທົ່ວປະເທດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...