Homeຂ່າວຕ່າງປະເທດກອງປະຊຸມລັດຖະມົນຕີ ເອເປັກ ທີ່ມະນີລາ

ກອງປະຊຸມລັດຖະມົນຕີ ເອເປັກ ທີ່ມະນີລາ

Published on

ຕາມການລາຍງານຂ່າວຕ່າງປະເທດລາຍງານວ່າ: ວັນທີ 16-17 ພະຈິກຜ່ານມາ, ລັດຖະມົນຕີ ບັນດາປະເທດສະມາຊິກຮ່ວມ ມືເສດຖະກິດອາຊີ-ປາຊີຟິກ (APEC) ໄດ້ໄຂກອງ ປະຊຸມ ສົນທະນາຢູ່ນະຄອນຫຼວງມະ ນີລາ ຂອງຟີລິບປີນ.
ຂ່າວລາຍງານວ່າ: ໃນ ກອງປະຊຸມຄັ້ງນີ້, ໄດ້ມີການ ປຶກສາຫາລືກັນກ່ຽວກັບວຽກ ງານການຮ່ວມມືຕ້ານການກໍ່ ການຮ້າຍ ຫຼັງເກີດເຫດການກໍ່ ການຮ້າຍຢູ່ນະຄອນ ຫຼວງປາຣີ ຂອງຝຣັ່ງ ທີ່ເຮັດໃຫ້ມີຜູ້ເສຍ ຊີວິດຈຳນວນຫຼວງຫຼາຍເມື່ອ ອາທິດຜ່ານມາ. ພ້ອມນີ້, ກອງ ປະຊຸມລັດຖະມົນຕີ APEC ຍັງ ໄດ້ປຶກສາຫາລືກັນຕາມແນວ ຄວາມຄິດການຄ້າເສລີພາກ ພື້ນ ພາຍຫຼັງບັນລຸສັນຍາຄູ່ຮ່ວມ ມືອາຊີ-ປາຊີຟິກ TPP.
ຂ່າວລະບຸວ່າ: ສະມາຊິກ APEC 21 ປເທດທີ່ເຂົ້າຮ່ວມ ປະຊຸມໄດ້ຮ່ວມກັນປຶກສາຫາ ລືກ່ຽວກັບການປ້ອງກັນຄວາມ ບໍ່ສະຫງົບທີ່ເກີດຂຶ້ນ, ລວມທັງສຸມໃສ່ບັນດາ ວິທີການຕ່າງໆ ຂອງພື້ນຖານເສດຖະກິດຂອງ ປະເທດສະມາຊິກ ເພື່ອປະ ສານງານກັນດ້ວຍເປົ້າໝາຍ ການຄ້າເສລີພາກພື້ນອາຊີ-ປາ ຊີຟິກ ໃຫ້ແທດເໝາະກັບ TPP ຊຶ່ງປະເທດສະມາຊິກ APEC ບັນລຸໄດ້.

APEC-Manila-2015_articleimage_hoch

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...