Homeຂ່າວຕ່າງປະເທດຄົນໄທກຽມລຸ້ນ ຄາລາຄ່າໄຟຟ້າປີໜ້າ ອາດມີທ່າອ່ຽງຫລຸດລົງ

ຄົນໄທກຽມລຸ້ນ ຄາລາຄ່າໄຟຟ້າປີໜ້າ ອາດມີທ່າອ່ຽງຫລຸດລົງ

Published on

EyWwB5WU57MYnKOuYBnicBLrLnewnl79sSCdEFci7jfTx7AGrEsxui

ສຳນັກຂ່າວໄທຣັດຂອງໄທ ລາຍງານໃນວັນທີ 20 ພະຈິກນີ້ວ່າ ທ່ານ ສູນໄຊ ຄຳນູນເສດ ຜູ້ວ່າການໄຟຟ້າຝ່າຍຜະລິດ ແຫ່ງປະເທດໄທ ໄດ້ເປີດເຜີຍວ່າ ທິດທາງລາຄາ ຄ່າໄຟຟ້າຂອງໄທ ໃນປີໜ້າ ຄາດວ່າຈະຫລຸດລົງ ຕາມການຫລຸດລົງຂອງລາຄາແກັສທຳມະຊາດ ແລະ ລາຄາຖ່ານຫີນ ຊຶ່ງເປັນເຊື້ອໄຟສຳລັບການຜະລິດໄຟຟ້າ ໃນໂຮງງານຜະລິດໄຟຟ້າ ພະລັງງານແກັສ ແລະ ຖ່ານຫີນຂອງໄທ ເຮັດໃຫ້ຕົ້ນທຶນການຜະລິດ ມີທ່າອ່ຽງຫລຸດລົງ.

ແນວໃດກໍຕາມ ທ່ານ ສູນໄຊ ໄດ້ກ່າວວ່າ ຍັງມີປັດໄຈທີ່ຕ້ອງໄດ້ຕິດຕາມອີກ ຄືຄ່າເງິນບາດ ແລະ ຜົນກະທົບຈາກໂຄງການ ພະລັງງານແສງອາທິດ ທີ່ຈະເຂົ້າມາໃນລະບົບເພີ່ມເຕີມ ຊຶ່ງອາດຈະມີຜົນເຮັດໃຫ້ ລາຄາຄ່າໄຟຟ້າ ເພີ່ມຂຶ້ນເລັກໜ້ອຍອີກດ້ວຍ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...