Homeຂ່າວທ້ອງຖິ່ນຮອງນາຍົກ ຕ້ອນຮັບຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ

ຮອງນາຍົກ ຕ້ອນຮັບຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ

Published on

ທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບຄະນະຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ນຳພາໂດຍທ່ານ ຮິເດກິ ອຸເອມຸລະ ຫົວໜ້າຄະນະບໍລິຫານງານໂຄງການໃນວັນທີ 19 ພະຈິກ 2015 ນີ້ ທີ່ຫ້ອງວ່າການລັດຖະບານນະຄອນຫຼວງວຽງຈັນ.

ໃນໂອກາດດັ່ງກ່າວນີ້ ທ່ານ ດຣ. ບຸນປອນ ບຸດຕະນະວົງ ກໍໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ຄະນະຊາວໜຸ່ມເດີນທະເລອາຊຽນ- ຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມ ຢາມ ສປປ ລາວ ແຕ່ວັນທີ 18-20 ພະຈິກ 2015 ນີ້ ອັນໄດ້ເປັນການສະແດງອອກທາງດ້ານການແລກປ່ຽນວັດທະນະທຳຂອງບັນດາປະເທດສະມາຊິກອາຊຽນ ແລະ ຍີ່ປຸ່ນ, ຫວັງວ່າການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ບັນດາຊາວໜຸ່ມຈາກປະເທດອາຊຽນ ແລະ ຍີ່ປຸ່ນ ຈະໄດ້ນຳເອົາວັດທະນະທຳຂະໜົບທຳນຽມ, ປະເພນີຂອງລາວໄປເຜີຍແຜ່ຕໍ່ບັນດາປະເທດອາຊຽນ ແລະ ຍີ່ປຸ່ນ ເພື່ອໃຫ້ 9 ປະເທດອາຊຽນ ແລະ ຍີ່ປຸ່ນ ໄດ້ຮັບຮູ້ເພາະພວກທ່ານໄດ້ເດີນທາງໄປສຳຜັດ ແລະ ຮ່ວມພັກເຊົາກັບປະຊາຊົນລາວ ຕະຫຼອດໄລຍະທີ່ພວກທ່ານມາຢ້ຽມ ຢາມ ສປປ ລາວ ຂອງພວກຂ້າພະເຈົ້າ.

ໂຄງການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ເປັນໂຄງການສະໜັບສະໜູນງົບປະມານໂດຍລັດຖະບານປະເທດ ຍີ່ປຸ່ນ ພາຍໃຕ້ການຮ່ວມມືຂອງບັນດາປະເທດ ສະມາຊິກອາຊຽນ, ໂຄງການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ໄດ້ເລີ່ມດຳເນີນໂຄງການແຕ່ປີ 1974 ເປັນຕົ້ນມາ ເຊີ່ງເບື້ອງຕົ້ນມີພຽງ 5 ປະເທດອາຊຽນ ແລະ ຍີ່ປຸ່ນ ເປັນຜູ້ສ້າງຂຶ້ນ ຊຶ່ງ ປະກອບມີຍີ່ປຸ່ນ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ.

ສຳລັບ ສປປ ລາວ ໄດ້ ເຂົ້າຮ່ວມສັງເກດການໃນປີ 1997 ແລະ ປີ 1998 ກໍໄດ້ເຂົ້າຮ່ວມໂຄງການຢ່າງເປັນທາງການ, ຈາກນັ້ນລັດຖະບານແຫ່ງ ສປປ ລາວ ກໍໄດ້ ມອບໃຫ້ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງປະຕິບັດໂດຍກົງຮ່ວມກັບບັນດາປະເທດອາຊຽນ-ຍີ່ປຸ່ນ, ແຕ່ລະປີສູນກາງຊາວໜຸ່ມເຂົ້າຮ່ວມແຕ່ປີ 1998- 2002 ຊາວໜຸ່ມລາວຈຳນວນປີລະ 33 ຄົນເຂົ້າຮ່ວມ, ຕໍ່ມາເລີ່ມແຕ່ປີ 2003-2015 ແມ່ນໄດ້ສົ່ງຊາວໜຸ່ມເຂົ້າຮ່ວມປີລະ 29 ຄົນ ລວມຫົວໜ້າຄະນະ, ມາຮອດປະຈຸບັນ ມີຊາວໜຸ່ມລາວຈຳນວນ 400 ກວ່າຄົນທີ່ເຄີຍໄດ້ເຂົ້າຮ່ວມໂຄງການແລ້ວ.
ໃນວັນດຽວກັນນີ້ ຄະນະດັ່ງກ່າວ ກໍໄດ້ເຂົ້າຢ້ຽມຄຳນັບ ທ່ານ ດຣ. ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ ເຊັ່ນດຽວກັນ.
3-1

ຂ່າວຈາກ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...