Home​ຂ່າວບັນເທິງວົງດົນຕີຊີມໂຟນີລາວ ພ້ອມແລ້ວທີ່ຈະສະແດງ ຮັບໃຊ້ງານວັນຊາດ 40 ປີ!

ວົງດົນຕີຊີມໂຟນີລາວ ພ້ອມແລ້ວທີ່ຈະສະແດງ ຮັບໃຊ້ງານວັນຊາດ 40 ປີ!

Published on

810._n

ຂປລ. ວົງ​ດົນຕີ ຊີມ​ໂຟນີລາວ ກຽມພ້ອມ​ແລ້ວທີ່​ຈະ​ສະ​ແດງ​ ໃນ​ງານສະຖາປະນາ ສປປ ລາວ ຄົບຮອບ 40 ປີ ​ເຊິ່ງຈະ​ສະ​ແດງ ​ໃນ​ຄ່ຳ​ຄື່ນ​ຂອງ​ວັນ​ທີ 30 ພະຈິກ 2015 ທີ່ຫໍ​ວັດທະນະທຳ​ແຫ່ງ​ຊາດ.
ທ່ານ ດຣ. ສົມ​ຈິດ ​ໄຊ​ສຸວັນ ຮອງ​ຫົວໜ້າກົມ​ສີ​ລະ​ປະການສະ​ແດງ, ຫົວໜ້າຄະນະ​ຮັບຜິດ​ຊອບວົງ​ດົນຕີ  ຊີ​ມໂຟນີລາວ ​​ເປີດເຜີຍ​ໃຫ້​ຮູ້​ວ່າ: ວົງ​ດ​ົນຕີຊີ​ນ​ໂຟນີ ​ໄດ້​ເລີ່ມ​ທຳ​ການ​ຝຶກ​ຊ້ອມ​ມາ​ແຕ່​ ຕົ້ນ​ເດືອນຕຸລາ ທີ່​ຜ່ານ​ມາ ​ໂດຍ​ມີ​ນັກ​ດົນຕີ ​ແລະ ນັກ​ຮອງ​ປະສານ​ສຽງທັງ​ໝົດ ຫລາຍ​ກວ່າ 200 ຄົນ ​ແລະ ​ມາ​ຈາກ​ 3 ພາກ​ສ່ວນ​​ໃຫຍ່ ຄື​: ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທຽວ, ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ປ້ອງ​ກັນ​ຄວາ​ມ ສະຫງົບ, ນັກ​ດົນຕີ​ອິດສະລະ​ ​ແລະ ນັກຮຽນອີກຈຳນວນໜຶ່ງ.  ​ບົດ​ເພງ​ທີ່​ຈະນຳ​ມາສະ​ແດງ​ໃນ​ຄັ້ງ​ນີ້​ ປະກອບ​ມີ 7 ບົດ​ເພງ ຄື:​ ເພງສັນລະ​ເສີນ​ວັນ​ຊາດ 2 ທັນວາ, ສັນລະ​ເສີນ​ພັກ, ດິນ​ແດນ​ແຫ່ງ​ອິດສະລະ, ​ເມືອງ​ລາວ​ໃໝ່ຢັງ​ຍືນ, ​ເຕີ້ຍ​ລ່ອງ​ຂອງ, ຊົມ​ເຊີຍ​ໄຊຊະນະ​ນ້ຳ​ບາກ ​ແລະ ​ໂມ​ສາດ.

ຈຳນວນ​​ບົດ​ເພງ​ດັ່ງກ່າວ ​ແມ່ນ​ໄດ້​ສ່ອງ​​ແສງ​ໃຫ້​​ເຫັນເຖິງຄວາມ​ເປ​ັນ​ລາວ ພາຍ​ໃຕ້ກາ​ນນຳພາ​ ອັນປີ​ຊາ​ສາມາດ ​ແລະ ​ສະຫລາດ​ສ່ອງ​ໃສ​ຂອງ​ພັກ, ທັງ​​ເປັນ​ການປຸກ​ລະດົມ ​ຄົນ​ລາວ​ໃຫ້​ຮັກ​ຊາດ​ຮັກ​ບ້ານ​ເກີດ​ເມືອງ​ນອນ, ທຸກ​​ເພດ ​ແລະ ຊົນ​ເຜົ່າ​ມີ​ຄວາມ​ເດັດດ່ຽວໜຽວ​ແໜ້ນຕໍ່​ສູ້ບໍ່ຍອມ​ຈຳນົນ ​ເພື່ອປົດ​ປ່ອຍ​ຊາດໃນ​​ເມື່ອ​ກ່ອນ ຈົນ​ກາຍ​ມາ​ເປັນສາລະ​ນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຄື​ດັ່ງ​ທຸກ​ວັນ​ນີ້.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...