Homeຂ່າວພາຍ​ໃນກົມກິລາລະດັບສູງ ຈັດການແຂ່ງຂັນກິລາບານສົ່ງ ໃນຮົ່ມຊາຍ-ຍິງ

ກົມກິລາລະດັບສູງ ຈັດການແຂ່ງຂັນກິລາບານສົ່ງ ໃນຮົ່ມຊາຍ-ຍິງ

Published on

ກະຊວງສຶກສາທິການ ແລະ ກິລາ ອະນຸມັດໃຫ້ສະຫະ ພັນບານສົ່ງແຫ່ງຊາດລາວ ຮ່ວມກັບກົມກິລາລະດັບສູງ ຈັດການແຂ່ງຂັນກິລາບານສົ່ງ ໃນຮົ່ມຊາຍ-ຍິງລະຫວ່າງ ວັນທີ 24-30 ພະຈິກ 2015 ນີ້, ຊີງຂັນທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ຄັ້ງທີ III ປະຈຳປີ 2015.
ພິທີຖະແຫຼງຂ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີວ່າ ການກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານ ແລະ ເລຂາທິການຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ນາງ ພູນສະຫວັດ ອຸນນະລົງ ຜູ້ຈັດການພົວພັນພາກລັດຂອງບໍລິສັດເບຍລາວຈຳກັດ, ທ່ານ ນາງ ພູໄຊ ແພງພົງ ຮອງຫົວໜ້າກົມ ກິລາລະດັບສູງ ຊຶ່ງມີສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

ທ່ານ ຈັນສະໝອນ ຜອງຈັນທາ ຮັກສາການປະທານ ສະຫະພັນບານສົ່ງແຫ່ງຊາດລາວ ກ່າວວ່າ: ຈຸດປະສົງຂອງການຈັດການແຂ່ງຂັນໃນຄັ້ງນີ້ ເພື່ອປະຕິບັດຕາມແຜນການ ເຄື່ອນໄຫວ ແລະ ຈັດການແຂ່ງຂັນປະຈຳປີຂອງສະຫະພັນບານສົ່ງແຫ່ງຊາດລາວປະຈຳປີ 2015 ທັງເປັນການສ້າງຂະບວນການເພື່ອສະເຫຼີມສະຫຼອງ 2 ວັນປະຫວັດສາດຄື: ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 60 ປີ, ພ້ອມດຽວກັນນີ້ກໍເພື່ອໃຫ້ຊາວໜຸ່ມ, ນັກຮຽນ, ນັກສຶກ ສາໄດ້ມີສ່ວນຮ່ວມໃນການເຄື່ອນໄຫວຫຼິ້ນກິລາ ແລະ ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ຫ່າງໄກຈາກສິ່ງເສບຕິດຕ່າງໆ ແລະ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງຄະ ນະນຳ, ຄູຝຶກ, ນັກກິລາແຕ່ລະສະໂມສອນ, ທັງເປັນການທົດສອບຄວາມພ້ອມຂອງບັນດາທີມແຕ່ລະສະໂມສອນ, ເປັນການພັດທະນາ, ຍົກລະດັບວິຊາການ, ລະບົບການຈັດການແຂ່ງຂັນ, ກຳມະການຕັດສິນຂອງສະຫະພັນບານສົ່ງແຫ່ງຊາດໃຫ້ມີທ່າກ້າວຂຶ້ນສູ່ລະດັບພາກພື້ນ ແລະ ສາກົນ.

ຈຳນວນສະໂມສອນເຂົ້າຮ່ວມແຂ່ງຂັນມີດັ່ງລຸ່ມນີ້: ທີມຊາຍມີ 9 ສະໂມສອນຄື: ສະໂມສອນກອງກິລາກອງທັບ, ລາວເດີນອາກາດ, ຊ່າງແສງ, ປ້ອງກັນຄວາມສະຫງົບ, ລວມດາວ, ວຽງຈັນ, ມສ ສຸພານຸວົງ, ມະຫາວິທະຍາໄລແຫ່ງຊາດ ແລະ ສະໂມສອນ ມະຫາວິທະຍາໄລ-ວິທະຍາສາດສຸຂະພາບ, ທີມຍິງມີ 6 ສະໂມ ສອນຄື: ສະໂມສອນກົມວິທະຍາສາດ- ປະຫວັດສາດການທະຫານ,ກອງກິລາກອງທັບ, ວຽງຈັນ, ປ້ອງກັນຄວາມສະຫງົບ, ມະຫາວິທະຍາໄລແຫ່ງຊາດ ແລະ ສະໂມສອນແຂວງສະຫວັນນະເຂດ.

ການແຂ່ງຂັນຈະຈັດຂຶ້ນ ຢູ່ທີ່ເດີ່ນກິລາໃນຮົ່ມບຶງຂະຫຍອງ ພິເສດປີນີ້ສະຫະພັນຈະໄດ້ນຳເອົາພື້ນຢາງທີ່ຮັບໃຊ້ການແຂ່ງຂັນລະດັບສາກົນມາປູໃຫ້ນັກກິລາໄດ້ສຳຜັດກັບເດີ່ນມາດຖານສາກົນ, ສະເພາະການແຂ່ງຂັນໃນລາຍການນີ້ໄດ້ຮັບອຸປະຖຳຫຼັກຈາກບໍລິສັດ ເບຍລາວ ຈຳກັດ. ເຂົ້າຊົມໂດຍບໍ່ເສຍຄ່າ.

S1-1

ຂ່າວຈາກ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...