Homeວິທະຍາສາດ-ວິທະຍາການຂັບລົດເປັນຄົນເຖົ້າຢູ່ ຫລື ບໍ່? ລອງທົດສອບເບິ່ງ!

ຂັບລົດເປັນຄົນເຖົ້າຢູ່ ຫລື ບໍ່? ລອງທົດສອບເບິ່ງ!

Published on

9b7d4ff347a096b578696711f14da678

ຕ້ອງ​ພິສູດ​ກັນ​ແດ່​ວ່າ​ເຈົ້າ​ບໍ່​ໄດ້​ຂັບ​ລົດ​ເປັນຄົນເຖົ້າ! ເກມ​ນີ້​ອາດ​ຊ່ວຍ​ພິສູດ​ໄດ້ ສິ່ງ​ທີ່​ເຈົ້າ​ຕ້ອງ​ເຮັດ​ກໍ​ບໍ່​ໄດ້​ມີ​ຫຍັງ​ຫລາຍ ພຽງແຕ່​ກົດ​ແປ້ນ​ພິມ​ເມື່ອ​ເຫັນ​ເຄື່ອງ​ໝາຍ​ທີ່​ບອກ​ໃຫ້​ຢຸດ ຊຶ່ງ​ການ​ຄາດ​ເດົາ​ອາ​ຍຸ​ຂອງ​ເຈົ້າ​ຈະ​ຂຶ້ນ​ຢູ່​ກັບ​ຄວາມ​ໄວ​ຂອງ​ປະຕິ​ກິ​ລິ​ຍາ​ຕອບສະໜອງ

ເກມ​ນີ້​ຖືກ​ສ້າງ​ຂຶ້ນ​ໂດຍ JustPark ຜູ້​ໃຫ້​ບໍລິການ​ຈັດ​ຫາ​ທີ່​ເຊົ່າ​ຈອດ​ລົດ​ໃນ​ລອນ​ດອນ ໂດຍ​ອັນ​ກໍ​ລິ​ທຶມ​ທີ່​ໃຊ້​ກຳນົດ​ອາ​ຍຸ​ການ​ຂັບ​ຂີ່​ຂອງ​ເຈົ້າ​ມາ​ຈາກ​ການ​ບັນ​ທຶກ​ເວລາ​ຂອງ​ປະຕິກິລິຍາ​ຕອບສະໜອງ​ຂອງ​ຄົນ 2,000 ຄົນ ທີ່​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປ

The Daily Mail ລາຍ​ງານ​ບາງ​ສ່ວນ​ຂອງ​ຜົນ​ງານ​ວິ​ໄຈ​ອື່ນໆ ພົບ​ວ່າ ຜູ້​ທີ່​ດື່ມ​ຊາ​ແລະ​ກາ​ເຟ 1-5 ແກ້ວ ຈະ​ມີ​ປະຕິກິລິຍາ​ຕອບສະໜອງ​ທີ່​ດີ ໃນ​ຂະນະ​ທີ່​ການ​ດື່ມ​ທີ່​ໜັກ​ຂຶ້ນ ໂດຍ​ດື່ມ​ແອລ​ກໍ​ຮໍ​ລະຫວ່າງ 31-40 ຫນ່ວຍ​ບໍລິ​ໂພກ​ແອລ​ກໍ​ຮໍ​ແຕ່​ລະ​ຊະນິດ (unit of alcohol) ຕໍ່​ອາທິດ​ຈະ​ມີ​ປະຕິ​ກິ​ລິ​ຍາ​ຕອບສະໜອງ​ທີ່​ຊ້າລົ​ງ

ບໍ່​ໜ້າ​ແປກ​ໃຈ​ເລີຍ​ທີ່​ຜູ້​ທີ່​ໃຊ້​ລົດ​​ເປັນ​ປະຈຳ​ຈະ​ມີ​ປະຕິ​ກິ​ລິ​ຍາ​ທີ່​ຕອບສະໜອງ​ທີ່​ດີກວ່າ

ໃນ​ສ່ວນ​ຂອງ​ການ​ປຽບທຽບ​ລະຫວ່າງ​ເພດ ຜູ້​ຊາຍ​ຈະ​ມີ​ຄ່າ​ສະເລ່ຍ​ການ​ຕອບສະໜອງ​ຢູ່​ທີ່ 547 milliseconds ໃນ​ຂະນະ​ທີ່​ຜູ້ຍິງ​ຢູ່​ທີ່ 566 milliseconds

ແລະ​ທີ່​ໜ້າ​ແປກ​ໃຈ​ຄື ຜູ້​ທີ່​ຖະຫນັດ​ຊ້າຍ​ຈະ​ໃຊ້​ເວລາ​ສະເລ່ຍຢູ່​ທີ່ 461 milliseconds ຊຶ່ງ​ດີກວ່າ​ຄົນ​ຖະຫນັດ​ຂວາ​ທີ່​ມີ​ຄ່າ​ສະເລ່ຍ​ຢູ່​ທີ່ 525 milliseconds

ລອງ​ຫລິ້ນ​ເກມ​ນີ້​ເບິ່ງ ພຽງແຕ່​ຄລິກ start ແລ້ວ​ກົດ​ແປ້ນ​ພິມ​ທັນ​ທີ​ທີ່​ສັນ​ຍານ​ຢຸດ​ປາກົດ​ຂຶ້ນ ເບິ່ງ​​ວ່າ​ອາ​ຍຸ​ຂອງ​ເຈົ້າ​ຢູ່​ທີ່​ເທົ່າໃດ?

32a437ea4c2f40254e4542bab68e17f5

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...