spot_img
Homeຂ່າວຕ່າງປະເທດນາຍົກຣັດເຊຍ ຈະເດີນທາງຢ້ຽມຢາມກຳປູເຈຍຄັ້ງທຳອິດ ກຳນົດລົງນາມ 6 ເອກະສານຮ່ວມມື

ນາຍົກຣັດເຊຍ ຈະເດີນທາງຢ້ຽມຢາມກຳປູເຈຍຄັ້ງທຳອິດ ກຳນົດລົງນາມ 6 ເອກະສານຮ່ວມມື

Published on

PHILIPPINES-APEC-SUMMIT

ສຳນັກຂ່າວ​ຕ່າງປະ​ເທດ ລາຍງານໃນວັນ​ທີ 18 ພະຈິກຜ່ານມານີ້ວ່າ ​ເຈົ້າ​ໜ້າ​ທ່ີກະຊວງການ​ຕ່າງປະ​ເທດກຳປູ​ຈຍ ​ໄດ້ຖະແຫລງວ່າ ທ່ານ ດິມີ​ທຣີ ​ເມດ​ເວ​ເດ​ບ ນາຍົກລັດຖະມົນຕີຣັດ​ເຊຍ ຈະເດີນທາງ​​ຢ້ຽມຢາມ ຣາຊະອານາຈັກກຳປູ​ເຈຍ ​ເປັນ​ຄັ້ງ​ທຳ​ອິດ ​ໃນລະຫວ່າງວັນ​ທີ 22-24 ພະຈິກ ​ໂດຍໃນລະຫວ່າງການຢ້ຽມຢາມ ຈະມີການເຂົ້າ​ຮ່ວມ​ເປັນ​ສັກ​ຂີພະ​ຍານ ​ໃນ​ພິທີລົງ​ນາມ​ເອກະສານຮ່ວມ​ມື 6 ສະບັບ ຊຶ່ງປະກອບດ້ວຍ ຂໍ້ຕົກລົງຮ່ວມມື ລະຫວ່າງພັກປະຊາຊົນກຳປູເຈຍ ແລະ ພັກຢູໄນເຕັດຣັດເຊຍ, ຂໍ້ຕົກລົງໃນການແລກປ່ຽນຂໍ້ມູນ ດ້ານການຟອກເງິນ ແລະ ການກໍ່ການຮ້າຍທາງການເງິນ, ຂໍ້ຕົກລົງກ່ຽວກັບການຮ່ວມມື ດ້ານການລົງທຶນ ແລະ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງສຳນັກຂ່າວ ແລະ ວິທະຍຸແຫ່ງຊາດກຳປູເຈຍ – ສຳນັກຂ່າວຣັດເຊຍ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...