Homeຂ່າວຕ່າງປະເທດເຮືອບິນໂປໂລຍ ລົງຈອດສຸກເສີນຢູ່ບູນກາຣີ ເຫດຜູ້ໂດຍສານປະກາດ ມີລະເບີດຢູ່ເທິງຍົນ!

ເຮືອບິນໂປໂລຍ ລົງຈອດສຸກເສີນຢູ່ບູນກາຣີ ເຫດຜູ້ໂດຍສານປະກາດ ມີລະເບີດຢູ່ເທິງຍົນ!

Published on

EyWwB5WU57MYnKOuYBniyncOKsVNPSJ6QR8iSMV5eXMiFsoAIdMe84

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ພະຈິກນີ້ວ່າ ເຮືອບິນນັກທ່ອງທ່ຽວຈາກໂປໂລຍ ຖ້ຽວບິນ LLP 8015 ບັນທຸກຜູ້ໂດຍສານ ແລະ ລູກເຮືອທັງໝົດ 161 ຄົນ ມຸ່ງໜ້າໄປຍັງປະເທດເອຢິບ ໄດ້ລົງຈອດສຸກເສີນທີ່ບູນກາຣີ ເນື່ອງຈາກມີຜູ້ໂດຍສານຄົນໜຶ່ງ ໄດ້ປະກາດວ່າມີລະເບີດ ຢູ່ເທິງເຮືອບິນລຳດັ່ງກ່າວ ໂດຍພາຍຫລັງລົງຈອດສຸກເສີນ ເຈົ້າໜ້າທີ່ບູນກາຣີ ໄດ້ທຳການກວດຄົ້ນ ຊອກຫາວັດຖຸລະເບີດ ຢ່າງຮີບດ່ວນ ແຕ່ກໍບໍ່ພົບ ເຮັດໃຫ້ເຈົ້າໜ້າທີ່ ໄດ້ທຳການນຳຕົວຊາຍຄົນໜຶ່ງ ຜູ້ປະກາດວ່າມີລະເບີດ ໄປທຳການສອບສວນທັນທີ.

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...