spot_img
Homeຂ່າວຕ່າງປະເທດອັດຊາດເຜີຍ ຊີຣີບໍ່ແມ່ນແຫລ່ງກຳເນີດໄອເອັສ ແຕ່ເກີດຈາກນະໂຍບາຍ ຂອງຊາດຕາເວັນຕົກ!

ອັດຊາດເຜີຍ ຊີຣີບໍ່ແມ່ນແຫລ່ງກຳເນີດໄອເອັສ ແຕ່ເກີດຈາກນະໂຍບາຍ ຂອງຊາດຕາເວັນຕົກ!

Published on

SYRIA-CONFLICT-FRANCE-ATTACKS

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ພະຈິກນີ້ວ່າ ທ່ານ ບາຊາ ອັນ-ອັດຊາດ ປະທານາທິບໍດີຊີຣີ ໄດ້ໃຫ້ສຳພາດ ຜ່ານສື່ມວນຊົນ ຫລ້າສຸດໃນວັນທີ 18 ພະຈິກຜ່ານມາວ່າ ປະເທດຊີຣີ ບໍ່ແມ່ນແຫລ່ງກຳເນີດກຸ່ມລັດອິດສະລາມ ຫລື ໄອເອັສ ແຕ່ວ່ານັກຮົບເຫລົ່ານີ້ ເກີດຂຶ້ນຈາກນະໂຍບາຍ ຂອງໂລກຕາເວັນຕົກ ທີ່ສະໜັບສະໜູນ ການກໍ່ການຮ້າຍໃນຫລາຍໆທາງ ໂດຍທ່ານໄດ້ຢືນຢັນວ່າ ກຸ່ມນັກຮົບໄອເອັສ ໄດ້ເຂົ້າມາຝຶກແອບໃນຊີຣີ ແລ້ວອອກໄປກໍ່ເຫດສັງຫານໝູ່ ຢູ່ນະຄອນຫລວງປາຣີ ແລະ ສະຖານທີ່ອື່ນໆນັ້ນ ແມ່ນໄດ້ຮັບການສະໜັບສະໜູນ ດ້ວຍນະໂຍບາຍຂອງຊາດຕາເວັນຕົກ.

ທ່ານ ອັດຊາດ ເວົ້າວ່າ ” ກຸ່ມໄອເອັສ ບໍ່ໄດ້ເລີ່ມຕົ້ນໃນຊີຣີ ແຕ່ເລີ່ມຕົ້ນໃນອີຣັກ ແລະ ເກີດຂຶ້ນກ່ອນທີ່ຈະມີສົງຄາມ ໃນອັບການິສະຖານ “ ແລະ ຍັງລະບຸອີກວ່າ ເວລາສຳລັບການຂ້າມຜ່ານ ເພື່ອນຳໄປສູ່ການເລືອກຕັ້ງໃນຊີຣີນັ້ນ ຈະບໍ່ສາມາດເກີດຂຶ້ນໄດ້ ຕາບໃດທີ່ດິນແດນບາງສ່ວນຂອງຊີຣີ ຍັງຖືກຍຶດຄອງໂດຍ ກຸ່ມກໍ່ການຮ້າຍ.

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...