Homeຂ່າວພາຍ​ໃນເຊີນຮ່ວມວາງສະແດງຜົນງານໃນງານວຽງຈັນ EXPO 2015 ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ

ເຊີນຮ່ວມວາງສະແດງຜົນງານໃນງານວຽງຈັນ EXPO 2015 ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ

Published on

Vientiane Expo 2015

ວັນທີ 18 ພະຈິກນີ້, ທ່ານ ສົມຈິດ ອິນທະມິດ ລັດຖະມົນຕີຊ່ວຍວ່າການກະຊວອຸດສາຫະກຳ ແລະ ການຄ້າໄດ້ຖະແຫຼງຕໍ່ສື່ມວນຊົນກ່ຽວກັບການກະກຽມການຈັດງານວາງສະແດງຜົນສຳ ເລັດຂອງການພັດທະນາເສດຖະກິດ-ສັງຄົມແລະການຄ້າ 40 ປີຫຼືວຽງຈັນ EXPO 2015 ຊຶ່ງຈະຈັດຂຶ້ນ, ຢູ່ສູນການຄ້າໄອເຕັກມໍຊັ້ນ 7, ໃນວັນທີ 28 ພະຈິກ – 7 ທັນວານີ້ວ່າ: ງາວາງສະ ແດງດັ່ງກ່າວເປັນກິດຈະກຳໜ່ຶງທີ່ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຮັບມອບໝາຍໃຫ້ຈັດຂື້ນເນື່ອງໃນໂອກາດການສະເຫຼີມສະຫຼອງວັນຊາດທີ 2 ທັນວາທັງເປັນການໂຄສະນາເຜີຍແຜ່ຜົນສຳ ເລັດຕ່າງໆແຫງການສ້າງສາພັດທະນາປະເທດຕະຫຼອດໄລຍະ 40 ຜ່ານມາໃຫ້ປະຊາຊົນບັນດາ ເຜົ່າໄດ້ຮັບຮູ້ເຖິງການເຕີບໃຫຍ່ຂອງຫຍາຍຕົວຂອງປະເທດ, ຊຶ່ງມາຮອດປັດຈຸບັນມີບັນດາແຂວງ,ຫົວໜ່ວນທຸກລະກິດ ແລະ ອົງການຈັດຕັ້ງຕ່າງໆ, ທັງພາກລັດ ແລະ ເອກະຊົນໄດ້ແຈ້ງຊື່ເຂົ້າຮ່ວມງານສະແດງແລ້ວເປັນຈຳນວນຫຼາຍ ແລະ ຄາດວ່ານັບແຕ່ນີ້ຫາວັນທີ 28 ພະຈິກນີ້ຈຳນວນຜູ້ເຂົ້າຮ່ວມວາງສະແດງຍັງຈະຫຼາຍ

ຂຶ້ນ, ສຳລັບທຸກຜະລິດຕະພັນທີ່ເຂົ້າຮ່ວມວາງສະແດງລ້ວນແລ້ວແຕ່ເປັນຜະລິດຕະພັນທີ່ມີຄວາມໂດດເດັ່ນ, ເປັນທ່າແຮງ, ສາມາດແຂ່ງຂັນ ແລະ ສົ່ງອອກຕ່າງປະເທດໄດ້ ແລະ ນອກນັ້ນຍັງຈະມີສິນຄ້າ ແລະ ຜະລິດຕະພັນຈາກບັນດາປະເທດອາຊຽນຫຼາຍກວ່າ 50 ຫົວໜ່ວຍທຸລະກິດເຂົ້າຮ່ວມນຳດ້ວຍ.

ລັດຖະມົນຕີຊ່ວຍກ່າວວ່າ: ວຽງຈັນ EXPO 2015 ເປັນງານວາງສະແດງສິນຄ້າລະດັບພາກພື້ນແລະ ສາກົນ, ຈຸດປະສົງຫຼັກແມ່ນເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 40 ປີ, ພ້ອມທັງເປັນການເປີດໂອກາດໃຫ້ພາກທຸລະກິດຫຼືອົງການຈັດຕັ້ງຕ່າງໆທັງພາຍໃນ ແລະຕ່າງປະເທດໂຄສະນາຜະລິດຕະພັນຂອງຕົນຈາກກິດຈະກຳຕ່າງໆເຊັ່ນ: ການວາງສະແດງສິນຄ້າຜົນງານການພັດທະນາເສດຖະກິດສັງຄົມປະເທດເຮົາໃນໄລຍະ40 ປີຜ່ານມາ, ນອກຈາກນີ້ຍັງມີການສາທິດການຜະລິດສິນຄ້າທີ່ເປັນເອກະລັກຂອງປະເທດເຮົາເຊັ່ນ: ການຕ່ຳຫູກ,ສາວໄໝ, ການຈັກສານ, ແກະສະຫລັກ ແລະ ອື່ນໆ, ດັ່ງນັ້ນ ຈຶ່ງເຊີນຊວນທຸກພາກສ່ວນໃນສັງຄົມເຂົ້າຮ່ວມວາງສະແດງຜົນງານຂອງຕົນປະກອບສ່ວນໃຫ້ແກ່ການສະເຫຼີມສະຫຼອງວັນປະຫວັດສາດສຳຄັນດັ່ງກ່າວມີບັນຍາກາດຟົດຟື້ນຍິ່ງຂື້ນ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...