Homeຂ່າວເຫດການປກສ ເມືອງໄຊເສດຖາຈັບຜູ້ຄ້າຂາຍຢາເສບຕິດມາດໍາເນີນຄະດີ

ປກສ ເມືອງໄຊເສດຖາຈັບຜູ້ຄ້າຂາຍຢາເສບຕິດມາດໍາເນີນຄະດີ

Published on

yaba copy

ທ້າວ ຄຳ​ແດງ ອາຍຸ 35 ປີ ຢູ່​ບ້ານ​ຫົວ​ຂົວ ​ເມືອງ​ໄຊ​ເສດ​ຖານະຄອນຫລວງ​ວຽງ​ຈັນ ຖືກເຈົ້າໜ້າທີ່ປກສເມືອງດັ່ງກ່າວຈັບຕົວມາດໍາເນີນຄະດີຕາມກົດໝາຍເມື່ອບໍ່ດົນນີ້, ພາຍຫລັງກວດພົບຢາເສບຕິດຈໍານວນຮ້ອຍເມັດ, ຊຸກເຊື່ອງໄວ້ໃນຫ້ອງເຊົ່າຂອງຜູ້ກ່ຽວຢູ່ບ້ານຂາມງອຍ ເມືອງໄຊເສດຖາຫລັງຈາກໄດ້ຮັບແຈ້ງຈາກພົນລະເມືອງວ່າຫ້ອງແຖວດັ່ງກ່າວເປັນແຫລ່ງມົ້ວສຸມຢາເສບຕິດອັນຕະລາຍ. ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວເປັນຂອງຕົນແທ້, ໂດຍຊື້ມາຈາກເຄືອຂ່າຍຄ້າຢາເສບຕິດໃນນະຄອນຫລວງວຽງຈັນ ເພື່ອມາຈໍາໜ່າຍໃຫ້ໄວໄວລຸ້ນໃນເຂດບ້ານຂາມງ່ອຍ ແລະ ບ້ານໃກ້ຄຽງ.

ປັດຈຸບັນ, ເຈົ້າໜ້າທີ່ພວມຂະຫຍາຍຜົນຕິດຕາມຜູ້ຮ່ວມຄະບວນການໃນຄະດີຢາເສບຕິດລາຍນີ້ມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...