Homeຂ່າວການພັດທະນານະຄອນຫຼວງວຽງຈັນເລັ່ງປະຕິບັດມາດຕະການສະອາດເພື່ອຄ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ

ນະຄອນຫຼວງວຽງຈັນເລັ່ງປະຕິບັດມາດຕະການສະອາດເພື່ອຄ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ

Published on

IMG_8075

ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ,ອານຸກຳມະການອະນາໄມ, ປະດັບປະດາຕົວເມືອງ ແລະ ແກ້ໄຂຄວາມແອອັດໃນນະຄອນຫຼວງວຽງຈັນເພື່ອກະ ກຽມໃຫ້ແກ່ການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ກ່າວວ່າ: ປັດຈຸບັນນະຄອນຫຼວງພວມເລັ່ງໃສ່ຮັກສາອະນາໄມ ແລະ ປະດັບປະດາຕົວເມືອງດ້ວຍຄວາມຕັ້ງໜ້າເພື່ອກຽມໃຫ້ແກ່ການສະເຫຼີມສະຫຼອງວັນປະຫວັດສາດສຳຄັນດັ່ງກ່າວ, ຊຶ່ງເລັ່ງໃສ່ປະຕິບັດມາດຕະ ການສະອາດຄື: ໃຫ້ທຸກພາກສ່ວນນັບທັງສຳນັກງານອົງການແດລະເຮືອນຊານປະຊາຊົນເອົາ ໃຈໃສ່ການຮັກສາອະນາໄມຕາມເສັ້ນທາງບໍ່ໃຫ້ມີຂີ້ຝຸ່ນ ແລະ ນ້ຳຂັງເປີະເປື້ອນ, ພ້ອມທັງບູລະນະເສັ້ນທາງທີ່ມີສະພາບຊຸດໂຊກເປ່ເພ ແລະ ຫ້າມນຳໃຊ້ທາງຍ່າງເປັນບ່ອນຄ້າຂາຍຫຼືກິດຈະກຳອື່ນໆອັນເປັນສິ່ງກີດຂວາງການສັນຈອນ, ສວນສາທາລະນະທຸກແຫ່ງໃຫ້ມີຄວາມສະອາດ ແລະ ຂຽວ ງາມຢູ່ຕະຫຼອດເວລາ,ສະຖານທີ່ຈອດລົດ, ທ່າເຮືອ ແລະ

ສະໜາມບິນທຸກແຫ່ງບໍ່ໃຫ້ມີສະພາບເປື້ອນເປືະຂາດຄວາມເປັນລະບຽບຮຽບຮ້ອຍ, ຕະຫຼາດສູນການຄ້າ ແລະ ຮ້ານອາຫານຕ່າງາໆໃນຕົວເມືອງຕ້ອງມີສະພາບແວດລ້ອມທີ່ດີບໍ່ສົ່ງຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ຜູ້ບໍລິໂພກບໍ່ຖິ້ມຂີ້ເຫຍື້ອຊະຊາຍ ແລະ ຕ້ອງມີບ່ອນຈອດລົດໃຫ້ພຽງພໍ, ໂຮງຮຽນ, ໂຮງໝໍ, ສະໂມສອນ, ໂຮງລະຄອນ, ຫໍວັດທະນະທຳ, ຫໍສະໝຸດ, ສະໜາມກິລາ ແລະອື່ນໆກໍຕ້ອງມີສະພາບແວດລ້ອມທີ່ດີມີຄວາມສະອາດສວຍງາມ, ໂຮງຈັກໂຮງງານບໍ່ໃຫ້ມີສານເຄມີຕົກຄ້າງບໍ່ປ່ອຍຄວັນ, ກິ່ນ ແລະ ສຽງດັງອອກທາງນອກເກີນມາດຕະຖານທີ່ກຳນົດໄວ້ ແລະຕອງມີລະບົບບຳບັດນ້ຳເສຍນ້ຳເປື້ອນກ່ອນຈະປ່ອຍລົງສູ່ໜອງນ້ຳທຳມະຊາດ, ເຂດຊຸມຊົນ,ຕະຫຼາດ ແລະ ບ່ອນຈຳໜ່າຍສິນຄ້າອຸປະ ໂພກ, ບໍລິໂພກຕ່າງໆຕ້ອງມີສະພາບແວດລ້ອມທີ່ດີ, ມີຄວາມສະອາດ, ໂດຍສະເພາະແມ່ນອາຫານການກິນຕ່າງໆຕ້ອງມີຄວາມປອດໄພບໍ່ໃຫ້ມີສານປົນເປື້ອນໃດໆ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດ ລ້ອມ, ຄອງລະບາຍນ້ຳຕ່າງໆໃນຕົວເມືອງບໍ່ໃຫ້ມີກິນເໝັ່ນ, ບໍ່ໃຫ້ມີຂີ້ເຫຍື້ອ, ນ້ຳດື່ມທຸກປະເພດທີ່ນຳອອກຈຳໜ່າຍຕ້ອງມີຄວາມສະອາດຕາມມາດຕະຖານຫຼັກອະນາໄມ,ຫ້າມເດັດຂາດບໍ່ໃຫ້ມີການຈູດຂີ້ເຫຍື້ອຊະຊາຍສົ່ງສິ່ງປົນເປື້ອນໃນອາກາດ, ທັງເປັນການຮັກສາບໍ່ໃຫ້ເກີດມົນລະພິດໃນສິ່ງແວດລ້ອມ ແລະ ອື່ນໆ, ດັ່ງນັ້ນຈຶ່ງຮຽຮ້ອງໃຫ້ທຸກພາກສ່ວນ, ທັງພາກລັດ ແລະ ເອກະຊົນ, ຕະຫຼອດຮອດປະຊາຊົນຊາວນະຄອນຫຼວງວຽງຈັນຈົ່ງພ້ອມກັນເອົາໃຈໃສ່ເປັນເຈົ້າການໃນການ ຈັດຕັ້ງປະຕິບັດ, ເພື່ອສ້າງຜົນງານຄຳນັບຮັບຕ້ອງວັນຊາດທີ 2 ທັນວາຄົບຮອບ 40 ປີຈະມາເຖິງ ແລະ ເເຮັດໃຫ້ນະຄອນຫຼວງວຽງຈັນມີຄວາມສະອາດສວຍງາມ, ມີຄວາມເປັນລະບຽບຮຽບຮ້ອຍເປັນເມືອງທີ່ໜ້າຢູ່, ດັ່ງຄຳຂວັນ 6 ສ ທີ່ນະຄອນຫຼວງວຽງຈັນໄດ້ວາງໄວ້.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...