spot_img
Homeຂ່າວການສຶກສາຄູອາສາສະໝັກໂຮງຮຽນປະຖົມບ້ານປາກຊາວຢຸດ ການສອນຫລັງບໍ່ໄດ້ຮັບການບັນຈຸເປັນລັດຖະກອນ

ຄູອາສາສະໝັກໂຮງຮຽນປະຖົມບ້ານປາກຊາວຢຸດ ການສອນຫລັງບໍ່ໄດ້ຮັບການບັນຈຸເປັນລັດຖະກອນ

Published on

lao student

ຄູສອນອາສາສະໝັກຢູ່ໂຮງຮຽນປະຖົມບ້ານປາກຊາວ ເມືອງໝື່ນແຂວງວຽງຈັນ ໄດ້ພາກັນຢຸດເຊົາການສອນໜັງສືໃຫ້ເດັກນ້ອຍນັກຮຽນຢູ່ໂຮງຮຽນດັ່ງກ່າວມາໄດ້ອາທິດໜຶ່ງແລ້ວ, ພາຍຫລັງສິດສອນມາຫລາຍປີ, ແຕ່ຍັງບໍ່ໄດ້ຮັບການບັນຈຸເຂົ້າເປັນພະນັກງານລັດຖະກອນ.ປັດຈຸບັນມີເດັກນ້ອຍນັກຮຽນຈໍານວນບໍ່ໜ້ອຍຢູ່ບ້ານດັ່ງກ່າວແມ່ນບໍ່ໄດ້ໄປໂຮງຮຽນຍ້ອນບໍ່ມີຄູສອນ.

ຕໍ່ບັນຫາດັ່ງກ່າວ, ທ່ານຫົວໜ້າກົມຈັດຕັ້ງກະຊວງສຶກສາທິການ ແລະ ກິລາກໍໄດ້ອອກມາຊີ້ແຈງຕໍ່ນັກຂ່າວພວກເຮົາໃນວັນທີ 18 ພະຈິກນີ້ວ່າ: ສໍາລັບການຈັດສັນຕົວເລກລັດຖະກອນໃໝ່ຂອງຂະແໜງສຶກສາທິການ ແລະ ກິລາໃນສົກປີ 2015-2016 ແມ່ນປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດຈໍານວນຕົວເລກລັດຖະກອນໃໝ່ໃນສົກງົບປະມານ 2015-2016 ແລະ ຄໍາແນະນໍາຂອງລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ໂດຍການຮັບ ແລະ ບັນຈຸຕ້ອງຈັດສັນຕາມບູລິມະສິດຄື:(1) ຄູອະນຸບານໃຫ້ຮັບ ແລະ ບັນຈຸສະເພາະຄູສອນ ປ.ກຽມ ສໍາລັບບ່ອນທີ່ບໍ່ມີໂຮງຮຽນອະນຸບານ ແລະ ໂຮງຮຽນອະນຸບານທີ່ສ້າງຕັ້ງຂຶ້ນໃໝ່.(2) ຄູປະຖົມໃຫ້ຮັບ ແລະ ບັນຈຸສະເພາະຜູ້ທີ່ເປັນຄູອາສາສະໝັກມາໄດ້ 2-3 ປີສໍາລັບຜູ້ທີ່ສອນດີ, ສອນເກັ່ງ ແລະ ມີຄຸນສົມບັດດີ. (3) ຄູສອນມັດທະຍົມຕອນຕົ້ນ ແລະ ຕອນປາຍບັນຈຸສະເພາະຄູວິຊາເຄມີ, ຟີຊິກ, ຊີວະ, ໄອທີ,ສີລະປະ, ພາລະ ແລະ ວິຊາຊີບເປັນຕົ້ນຕໍ, ໂດຍຜ່ານການຄັດເລືອກຈາກທ້ອງຖິ່ນ ແລະ ສອບເສັງຕາມລະບຽບຫລັກການ ແລະ ຖ້າທ້ອງຖິ່ນໃດຫາກບໍ່ປະຕິບັດຕາມຂໍ້ຕົກລົງ ແລະ ຄໍາແນະນໍາດັ່ງກ່າວກໍຈະໄດ້ມີການກວດກາ ແລະ ດໍາເນີນມາດຕະການຢ່າງເຂັ້ມງວດ.ແຕ່ແນວໃດກໍຕາມ, ກໍເປັນທີ່ໜ້າເສຍດາຍທີ່ມີກໍລະນີດັ່ງກ່າວເກີດຂຶ້ນ, ເຊິ່ງມັນໄດ້ສົ່ງຜົນກະທົບຕໍ່ການຮຽນ-ການສອນໃຫ້ແກ່ເດັກນ້ອຍທີ່ເປັນອະນາຄົດຂອງຊາດຢູ່ທ້ອງຖິ່ນດັ່ງກ່າວ. ໂດຍກະຊວງສຶກສາທິການ ແລະ ກິລາຈະໄດ້ປະສານສົມທົບກັບພະແນກສຶກສາທິການ ແລະ ກິລາແຂວງດັ່ງກ່າວ, ເພື່ອກວດກາກໍລະນີທິ່ເກີດຂຶ້ນ ແລະ ຊອກວິທີແກ້ໄຂໃຫ້ທ່ວງທັນ ແລະ ຍຸຕິທໍາ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ,...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...