Homeຂ່າວການສຶກສາໂຄງການ “ແບ່ງປັນຄວາມຝັນກັບ” SCG ສືບຕໍ່ມອບທຶນຊ່ວຍເຫຼືອ ນັກຮຽນຜູ້ມີຄວາມຕັ້ງໃຈຮ່ຳຮຽນ

ໂຄງການ “ແບ່ງປັນຄວາມຝັນກັບ” SCG ສືບຕໍ່ມອບທຶນຊ່ວຍເຫຼືອ ນັກຮຽນຜູ້ມີຄວາມຕັ້ງໃຈຮ່ຳຮຽນ

Published on

IMG_0370

ແບ່ງປັນ​ຄວາ​ມຝັນ​ກັບ SCG (SCG Sharing the Dream 2015) ​ເຊິ່ງ​ເປັນ​ ໂຄງການ​ຕໍ່​ເນື່ອງ​ໃນ​ການຊ່ວຍ​ເຫຼືອນ້ອງ​ນັກຮຽນ​ທີ່​ຕັ້ງ​ໃຈ​ຮ່ຳຮຽນ​, ຮຽນ​ເກັ່ງ ​ແລະ ກະຕັນຍູ, ຮູ້ຈັກຊ່ວຍ​ເຫຼືອ​ພໍ່​ແມ່ ບໍ່​ວ່າ​ຈະ​ເປັນທາງ​ດ້ານ​ວຽກ​ເຮືອນ, ຊ່ວຍ​ທຳ​ມາ​ຫາ​ກິນ​ ​ແລະ ຮູ້ຈັກ​ຊ່ວຍ​ເຫຼືອ​ສັງຄົມ, ປີນີ້​ກໍ​ເປັນ​ປີທີ 4 ຂອງ​ໂຄງການດັ່ງ​ກ່າວ,​​ ໂດຍ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ ພະ​ແນ​ກສຶກສາ​ທິການ ​ແລະ ກິລາ ນະຄອນຫຼວງ​ວຽງ​ຈັນ, ພະ​​ແນ​ກ ສຶກສາ​ທິການ ​ແລະ ກິລາ​ ​ແຂວງ​ຄຳ​ມ່ວນ ແລະ ສະມາຄົມຮ່ວມນ້ຳໃຈກັບເດັກນ້ອຍລາວ (ALC) ​ແລະ ສຳລັບ​ປີ​ນີ້​ຢູ່ ​ນະຄອນຫຼວງ​ວຽງ​ຈັນ ​ໄດ້​ແຈກ​ຍ້າຍ​​ແບບ​ຟ້ອມ​ໃຫ້ 40 ໂຮງຮຽນ​​ໃນ 9 ຕົວ​ເມືອງ ​ແລະ ມີ​ນ້ອງ​ນັກຮຽນ​ສົ່ງ​ບົດ​ຄວາມ​ຊີວິດ​ ​ແລະ ການ​ຮຽນຂອງ​ຕົນ​ໃຫ້​ກັບ​ໂຄງການ “​ແບ່ງປັນ​ຄວາມ​ຝັນ​ກັບ” SCG 471 ບົດ, ​ແລະ ​ແຂວງ ຄຳ​ມ່ວນ ​ແມ່ນ​ໄດ້​ແຈກ​ຍ້າຍ​ 19 ​ໂຮງຮຽນ​ໃນ 3 ຕົວ​ເມືອງ, ​ໄດ້​ມີ​ນ້ອງ​ນັກຮຽນ​ສົ່ງ​ບົດ​ຄວາມ​​ໃຫ້​ກັບ​ໂຄງການຫຼາຍ​ເຖິງ 442 ທືນ. ສຳລັບ​ພິທີ​ມອບ​ທືນຈະ​ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ 9 ທັນວາ​ທີ່​ຈະ​ມາ​ເຖິງ​ນີ້, ຢູ່ນະຄອນຫຼວງວຽງຈັນ ຈະ​ໄດ້​ຮັບ 150 ທຶນ ແລະ ແຂວງຄຳມ່ວນອີກຈຳນວນ 80 ທຶນລວມທັງໝົດ 230 ທຶນ, ເຊິ່ງເພີ່ມຈາກມີທີ່ຜ່ານມາ 30 ທຶນ.

ໃນ​ຕົ້ນ​ເດືອນພະຈິກ​ນີ້, ທາງ​ຄະນະ​ກຳມະການ ​​ໄດ້​ລົງ​ຢ້ຽມຢາມ​ນ້ອງໆ​ນັກຮຽນ​ທີ່​​ໄດ້​ຮັບ​ການ​ຂັດ​ເລືອກ​ເຂົ້າ​ຊິງ​ທຶນ​ຈາກ​ໂຄງການ  “ແບ່ງປັນຄວາມຝັນ” ກັບ SCG ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ ນຳໂດຍທ່ານ ພອນ​ສະ​ເຫຼີ​ມ ຂຸດ​ທະ​ກະ​ພັນ ​ຜູ້​ບໍລິຫານ SCG (ຜູ້ອຳນວຍການ ບໍລິສັດ ​ເອັດ​ສຊີ​ຈີ ​ເທຣດດີ້​ງລາວ ຈຳກັດ)

ນາງ ​ແສງ​ຈັນ ​ໄຊ​ຍະ​ທຳ​ມະ​ວົງ ອາຍຸ 16 ປີຮຽນຊັ້ນ ມໍ6/3 ຢູ່ໂຮງຮຽນ ມ​.ສ ນາຊາຍ​ທອງ ນະຄອນຫລວງ​ວຽງ​ຈັນ ​ໄດ້ຂຽນບົດຄວາມຮູ້ສຶກ ແລະ ຊີວິດຂອງຕົນວ່າ: ປັດຈຸບັນນ້ອງ​ຢູ່​ກັບ​ແມ່ ​ເພາະ​ພໍ່​ໄດ້​ເສຍ​ຊີວິດ​ໄປ​ໃນ​ປີ 2013 ​ຜ່ານ​ມາ, ຄອບຄົວ​ນ້ອງ​ມີ 4 ຄົນ, ສ່ວນ​ນ້ອງ​ເອງ​ເປັນ​ລູກ​ຜູ້​ທີ 2 ມີ​ເອື້ອຍ ​ແລະ ນ້ອງຊາຍຄົນ​ໜື່ງ, ​ເວລາ​ຫວ່າງ​ຂອງ​ນ້ອງ​ຫຼັງ​ຈາກ​ກັບ​ມາ​ແຕ່​ໂຮງຮຽນ ນ້ອງ​​ໄປ​ຮັບ​ເອົາ​ເຄື່ອງ​ທັກ​ແຊ່ວ​ຊຸດ​ປະຈຳ​ຊົນ​ເຜົ່າ​ກັບ​​ແມ່​ຄ້າ ​ແລະ ພັກ​ຮຽນ​ ​ກໍ​​ໄປ​ຮັບຈ້າງ​ດຳນາ ​ແລະ ກ່ຽວ​ເຂົ້າ​ຢູ່​ບ້ານ​ເກີນ​, ​ເພື່ອ​ຫາ​ລາຍ​ໄດ້​ຊ່ວຍ​ແມ່ ​ແລະ ​ໃຊ້​ຈ່າຍ​ໃນ​ການ​ສຶກສາ​ຮ່ຳຮຽນ.

​ນາງ ແສງ​ຈັນ​ໄດ້​ກວ່າ​ອີກ​ວ່າ: ສຳລັບ​ຄວາມ​ຝັນ​ຂອງ​ນ້ອງ​ເອງ​ເມື່ອ​ຮຽນ​ຈົບ​ຊັ້ນ​ມັດທະຍົມ​ຕອນ​ປາຍ​ແລ້ວ ນ້ອງ​ຢາກ​ໄປ​ສຶກສາ​ຕໍ່​ຄະ​ນະ ​ແພດສາດ ​ເພາະ​ນ້ອງ​ຢາກ​ເປັນ​ໝໍ​ເພື່ອ​ມາ​ຊ່ວຍ​ເຫຼືອ​​ທຸກໆ​ຄົນ​ ​ແລະ ສິ່ງ​ທີ່​ເປັນ​ແຮງ​ບັນດານ​​ໃຈ​ທີ່​ເຮັດ​ໃຫ້​ນ້ອງ​ຂຽນ​ບົດ​ຄວາມ​ເຂົ້າ​ປະ​ກວດ​ນີ້ ກໍ​ເພາະປີຜ່ານມາ ​​ເອື້ອຍຂອງ​ນ້ອງ​ກໍ​ເຄີຍ​ໄດ້​ຮັບ​ທືນຈາກ​ໂຄງ ​“ແບ່ງ​ປັນ​ຄວາມ​​ຝັນ” ກັບ SCG ມາ​ແລ້ວ ​​ໃຫ້ມີ​ກຳລັງ​ໃຈ​​ໃນ​ການ​ສ້າງ​ຄວາມ​ຝັນ​ຂອງ​ນ້ອງໆ​ໃຫ້​ກາຍເປັນ​ຈິງ ​ແລະ ມີ​ແຮງ​ປັນ​ດານ​ໃຈ​ທີ່​ຈະ​ສູ້​ເພື່ອ​ຄວາມ​ຝັນຕໍ່​ໄປ.

ທ່ານ ພອນ​ສະ​ເຫຼີ​ມ ຂຸດ​ທະ​ກະ​ພັນ ຄະນະ​ຜູ້​ບໍລິຫານ SCG ​ກ່າວ​ວ່າ: ​ຂ້າພະ​ເຈົ້າ​ເອງ ​ມີ​ຄວາມ​ຍີ​ນດີ​ທີ່​ສຸດ​ທີ່​ໄດ້​ມາ​​​ຮັບຜິດຊອບ​ໂຄງການ SCG ໃນຄັ້ງ​ນີ້​​, ​ເຊິ່ງ​​ໄດ້​ຈັດ​ຂື້ນເປັນ​ຄັ້ງ​ທີ 4 ​ໃນ ສປປ ລາວ ​ແລະ ທາງ SCG ມີ​ຄວາມ​ຕັ້ງ​ໃຈ​ທີ່​ໃຫ້ການ​ສະໜັບສະໜູນ​ການ​ສຶກສາ​ຜ່ານ ​ໂຄງການນີ້ 2-3 ປີ​ທີ່​ຜ່ານ​ມາຈາກ​ຜົນສຳ​ລວດການ​ຮຽນ​ພົບ​ວ່າ​ນ້ອງໆ​ນັກຮຽນ​ທີ່​ໄດ້​ຮັບ​ທືນການ​ສຶກສາມີ​ຄວາມ​ກ້າວໜ້າ​ທາງ​ດ້ານ​ການ​ຮຽນ​ ​ແລະ ຫຼາຍ​ຄົນ​ແມ່ນ​ໄດ້​ເຂົ້າ​ສຶກສາ​ຕໍ່​ໃນ​ລະດັບ​ສູງ​ຂື້ນ, SCG ມີ​ຄວາມ​ພູມ​ໃຈ​ຫຼາຍ​ທີ່​ໄດ້​​ເປັນ​ສ່ວນ​ໜື່ງ​ຂອງ​ການ​ພັດທະນາ​ເຍົາວະ​ຊົນ​ລາວ ​ໃຫ້​ເຕີບ​ໃຫຍ່​ກາຍ​ເປັນ​ບຸກຄະລາ​ກອນ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ຈະ​ເປັນ​ກຳລັງ​ສຳຄັນ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ອານາ​ຄົດ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...