Homeຂ່າວພາຍ​ໃນພະແນກ ຍທຂ ຫວນຄືນມູນເຊື້ອວັນຊາດທີ 2 ທັນວາ

ພະແນກ ຍທຂ ຫວນຄືນມູນເຊື້ອວັນຊາດທີ 2 ທັນວາ

Published on

a62a75e57bf55c121430ba92721e899b

ເພື່ອ​ເປັນ​ການ​ຫວນ​ຄືນ​ມູນເຊື້ອ​ປະຫວັດສາດ ອັນ​ພິລະ​ອາດຫານ​ຂອງ​ທ່ານ​ຜູ້ນຳ ພັກ-ລັດ ກໍ່ຄື​ບັນດາ​ພໍ່​ແມ່​ປະຊາຊົນ​ລາວ​ບັນດາ​ເຜົ່າ​ໃນ​ທົ່ວ​ປະເທດ ທີ່​ພ້ອມກັນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ລຸກຂຶ້ນ​ຕໍ່ສູ້​ກູ້​ຊາດ​ບໍ່​ຍອມ​ຈຳນົນແກ່ພວກ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ ທັງເກົ່າ ແລະ ໃໝ່ ໃຫ້​ຫຼຸດ​ພົ້ນ​ອອກຈາ​ແອກ​ຄອບ​ຄອງ​ຂອງ​ສັກ​ດີ​ນາຕ່າງ​ດ້າວ ບົນ​ເສັ້ນທາງ​ແຫ່ງການ​ຕໍ່ສູ້​ອັນ​ຍາວ​ນານ​ລະ​ອິດ​ລະອ້ຽວ​ຂ້ຽວຂາດ​ຫຍຸ້ງຍາກ ສັບສົນ ແຕ່​ເດັດຂາດ​ມີ​ໄຊ ພາຍ​ໃຕ້​ການນຳພາ​ຂອງ​ພັກ​ທີ່​ສະຫຼາດ​ສ່ອງໃສ ນ້ຳໃຈ​ບຸກ​ປະຕິວັດ ສາມາດຕີ​ເອົາ​ຊະນະ​ສັດຕູ​ໃນ​ແຕ່​ລະ​ໄລຍະ​ເປັນ​ກ້າວໆ​ມາ ຈົນ​ສາມາດປົດ​ປ່ອຍປະ​ເທດ ແລະ ສະ​ຖາ​ປະນາ​ເປັນ ​ສປປ ລາວ ໃນ​ວັນ​ທີ 2 ທັນວາ 1975 ເຊິ່ງ​ມາ​ເຖິງ​ປີ​ນີ້​ກໍ່ພໍດີ​ຄົບຮອບ 40 ປີ.

ເພື່ອ​ເຮັດ​ໃຫ້​ສະມາຊິກ​ພັກພະນັກງານ-ລັດຖະກອນ ທະຫານ ຕຳຫຼວດ ພໍ່​ແມ່​ປະຊາຊົນລາວ ເຫັນ​ໄດ້​ຄວາມ​ໝາຍ​ຄວາມສຳຄັນ ແລະ ພ້ອມ​ກັນ​ເຊື່ອມຊຶມ​ກຳ​ແໜ້ນ ຮ່ຳຮຽນ​ເອົາ​ມູນເຊື້ອ​ອັນ​ພິລະ​ອາດ​ຫານ ນ້ຳໃຈຮັກ​ຊາດ ບຸກ​ປະຕິວັດສືບຕໍ່​ຈັດຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດໃຈດັ່ງກ່າວ ໃນ​ໜ້າທີ່​ວຽກ​ງານ​ວິຊາສະເພາະ​ຂອງ​ຕົນ​ໃຫ້​ມີ​ຜົນ​ສຳເລັດ​ອັນ​ຈົບງາມ.

ວັນ​ທີ 17 ພະຈິກ 2015 ທີ່​ພະແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ (​ຍທຂ) ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ປາຖະກະຖາ​ຫວນ​ຄືນ​ມູນເຊື້ອ​ວັນ​ດັ່ງກ່າວ​ຂຶ້ນ ໃຫ້​ກຽດ​ປາຖະ​ກະຖາ​ໂດຍ​ທ່ານ ແກ້ວ​ພິລາວັນ ອາ​ໄພ​ລາດ ຮອງ​ເລຂາຄະນະ​ພັກ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ມີ​ບັນດາ​ຄະນະ​ພັກ ຄະນະ​ພະ​ແນກ ສະມາຊິກ​ພັກ ແລະ ພະນັກງານ-ລັດຖະກອນ ພາຍ​ໃນ​ພະ​ແນກ​ດັ່ງກ່າວ ​ເຂົ້າຮ່ວມ​ຮັບ​ຟັງ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...