spot_img
Homeຂ່າວເຫດການຍ້ອນມີໂຄງການ ເຮັດໃຫ້ເດັກຢູ່ສາລະວັນບໍ່ຂາດສານອາຫານ

ຍ້ອນມີໂຄງການ ເຮັດໃຫ້ເດັກຢູ່ສາລະວັນບໍ່ຂາດສານອາຫານ

Published on

9f72afb8c5da6b62082f98ee0cd94fb6

ໂດຍ​ອີງ​ຕາມ​ແຜນການ​ເຄື່ອນໄຫວ​ເກັບ​ກຳ​ຂ່າວ ​ໃນ​ຄວາມ​ຄືບໜ້າ​ຂອງ​ໂຄງການ​ລ້ຽງ​ດູ​ເດັກນ້ອຍ ແລະ ເດັກ​ອ່ອນ (1.000 ວັນ​ທຳ​ອິດ​ຂອງ​ໄວ​ເດັກ) ທີ່​ເປັນໂຄງການຮ່ວມ​ມື​ລະຫວ່າງ​ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ກັບ​ອົງການ​ຢູ​ນີເຊັບ ໃນ​ວັນ​ທີ 17 ພະຈິກ 2015 ທ່ານ ບໍ​ລິ​ຖາ ໄຊ​ປະສົງ ຫົວໜ້າຫ້ອງການ​ສາທາລະນະ​ສຸກ​ເມືອງເລົ່າ​ງາມ ແຂວງ​ສາລະ​ວັນ ໄດ້ກ່າວ​ວ່າ: ກ່ຽວ​ກັບ​ການຈັດຕັ້ງ​ປະຕິ​ບັດ​ໂຄງການ​ດັ່ງກ່າວ​ ໃນ​ໄລຍະຜ່ານ​ມາ​ແມ່ນ​ໄດ້​ຮັບ​ຜົນ​ດີ ເຊິ່ງມັນ​ສະແດງ​ໃຫ້​ເຫັນ​ເມືອງ​ເລົ່າງາມ​ມີ​ຈຳນວນ​ເດັກນ້ອຍ​ທັງ​ໝົດ 6.237 ຄົນ ເດັກ​ທີ່​ໄດ້​ຮັບ​ກັ່ນຕອງ​ຊອກ​ຫາ​ເດັກ​ຂາດ​ສານ​ອາຫານ ແລະ ເກືອ​ແຮ່ ມີ​ຈຳນວນ 5.364 ຄົນ ໃນ​ນັ້ນ ພົບ​ເຫັນ​ເດັກນ້ອຍ​ທີ່​ຂາດ​ສານ​ອາຫານ​ວິ​ຕາມິນ​ເກືອ​ແຮ່ ຈຳນວນ 231 ຄົນ ເທົ່າ​ກັບ 4% ຖື​ວ່າ​ມີ​ຈຳນວນໜ້ອຍ ທັງ​ນີ້​ກໍ່​ຍ້ອນ​ໂຄງການ​ໄດ້ເຂົ້າ​ເຖິງ​ຊຸມ​ຊົນ​ເປັນ​ຢ່າງ​ດີ.

ໂຄງການ​ດັ່ງກ່າວ ​ໄດ້​ຈັດ​ຕັ້ງປະຕິບັດ​ຢູ່​ເມືອງ​ເລົ່າ​ງາມ​ເລີ່ມ​ແຕ່ເດືອນ​ຕຸລາ 2014 ເປັນຕົ້ນ​ມາ ໂດຍ​ໄດ້​ເອົາ​ພະນັກງານ​ທີ່​ໄດ້​ຮັບການ​ເຝິກອົບຮົມ ​ກ່ຽວ​ກັບ​ການ​ໃຫ້ຄຳ​ແນະນຳ ແລະ ປຸງ​ແຕ່ງ​ອາຫານ​ປະສົມ​ກັບ​ຝຸ່ນ​ວິຕາມິນ​ເກືອແຮ່ ​ໃຫ້​ເດັກນ້ອຍ​ທີ່ຢູ່​ໃນ​ເກນ​ເປົ້າໝາຍ ​ລົງ​ໄປ​ແນະນຳ​ເຜີຍແຜ່​ກ່ຽວກັບ​ການ​ຕົ້ມ​ເຂົ້າປຽກ ໂດຍ​ເອົາພືດ​ຜັກ​ທີ່​ມີ​ໃນ​ທ້ອງຖິ່ນ ເປັນຕົ້ນ ໝາກກ້ວຍ ໝາກອຶ ແລະ ອື່ນໆ ມາ​ປະສົມ​ກັນ​ແລ້ວ​ປ້ອນ​ໃຫ້​ລູກກິນ​ທຸກ​ມື້ ທັງ​ນີ້ ເພື່ອ​ໃຫ້​ຜູ້​ປົກຄອງ​ຂອງ​ເດັກ ໄດ້​ຮັບ​ຮູ້ ມີ​ຄວາມເຂົ້າໃຈ ແລະ ນຳໄປ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ປາກົດ​ຜົນ​ເປັນ​ຈິງ ພ້ອມນັ້ນ ກໍ່​ໄດ້​ແຈກ​ຢາຍ​ວິຕາມິນ​ເກືອແຮ່​ໃຫ້​ເດັກນ້ອຍ​ດັ່ງກ່າວ ເຊິ່ງ​ປັດຈຸ​ບັນ ​ເປົ້າ​ໝາຍ​ກັ່ນ​ຕອງ​ຊອກ​ຫາເດັກ​ຂາດ​ສານ​ອາຫານ ​ລວມ​ທັງໝົດ 5.733 ຄົນ ໃນ​ນີ້ ເດັກ​ທີ່ໄດ້​ຮັບ​ການ​ກັ່ນ​ຕອງ ມີ​ຈຳນວນ 4.973 ຄົນ ເທົ່າ​ກັບ 86,74% ແລະ ເດັກ​ຢູ່​ໃນ​ເປົ້າ​ໝາຍ​ທີ່​ມີ​ອາຍຸ​ລະຫວ່າງ 6-23 ເດືອນ ທີ່​ຈະໄດ້​ຮັບ​ຝຸ່ນ​ວິຕາມິນ​ມີ​ຈຳນວນ 2.007 ຄົນ ໄດ້​ຮັບ​ຝຸນ​ວິຕາມິນເກືອ​ແຮ່​ໄປ​ແລ້ວ​ຈຳນວນ 1.430 ຄົນ ເທົ່າ​ກັບ 72,24% ເດັກ​ທີ່ຂາດ​ສານ​ອາຫານ​ແມ່ນ​ບໍ່​ມີໂອກາດ​ດັ່ງກ່າວ ​ຄະນະ​ສື່​ມວນ​ຊົນ ກໍ່​ໄດ້​ໄປ​ຕິດຕາມ​ເບິ່ງ​ຜົນ​ໄດ້​ຮັບຂອງ​ໂຄງການ​ດັ່ງກ່າວ​ຢູ່​ບ້ານນາ​ທັນ ແລະ ບ້ານ​ດົງ​ຕ້ອງ​ນ້ອຍ ທີ່​ເປັນ​ບ້ານ​ກຳລັງ​ຈັດ​ຕັ້ງ​ປະຕິບັດ​ໂຄງການ 1.000 ວັນ​ທຳ​ອິດຂອງ​ເດັກ​ຂອງ​ເມືອງ​ດັ່ງກ່າວ​ຕື່ມອີກ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...