Homeຂ່າວພາຍ​ໃນສຸດໂຫດ! ຂ້າລ້າງຄອບຄົວເສຍຊີວິດ 7 ສາຫັດ 2 ທີ່ເຊໂປນ

ສຸດໂຫດ! ຂ້າລ້າງຄອບຄົວເສຍຊີວິດ 7 ສາຫັດ 2 ທີ່ເຊໂປນ

Published on

44555666
ອີງຕາມການລາຍງານຂອງ ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າເວລາປະມານ 03:00 ຕອນເຊົ້າ ວັນທີ 18 ພະຈິກ 2015 ຢູ່ທີ່ບ້ານໃໝ່ທ່າແດງ ເມືອງເຊໂປນ ແຂວງສະຫວັນນະເຂດ, ​ມີເຫດຍິງກັນເສຍຊີວິດ 7 ສົບ ແລະ ໄດ້ຮັບບາດເຈັບ ສາຫັດ 2 ຄົນ ເຊິ່ງມີລາຍລະອຽດດັ່ງນີ້:
1. ທ້າວ ປາ ອາຍຸ 38 ປີ ອາຊີບ ເຮັດໄຮ່, ເປັນຜູ້ກໍ່ເຫດ, ໄດ້ຮັບບາດເຈັບສາຫັດ, ຖືກຍິຢູ່ຄໍຫອຍ ຊອດຫົວ ຈຳນວນ 1 ລູກ.
2. ນາງ ດວງ ອາຍຸ 35 ປີ, ເມຍຂອງ ທ້າວປາ ຖືກຍິງທີ່ແຂນຊາຍ ຊອດນົມດ້ານຊ້າຍ ຈຳນວນ 2 ລູກ, ເສຍຊີວິດ.
3. ນາງ ອາດົງ ອາຍຸ 15 ປີ ອາຊີບ ນັກຮຽນ, ລູກສາວຂອງ ທ້າວປາ ແລະ ນາງ ດວງ, ຖືກຍິງທີ່ໃບຫູຂວາ ຊອດງ່ອນ 1 ລູກ,​ ເສຍຊີວິດ.
4. ທ້າວ ປິງ ອາຍຸ 8 ປີ, ອາຊີບ ນັກຮຽນ, ລູກຊາຍຂອງ ທ້າວປາ ແລະ ນາງດວງ ຖືກຍິງເຂົ້າຂະໝັບຂວາ ຊອດງ່ອນ 1​ ລູກ, ເສຍຊີວິດ.
5. ນາງ ມ້ວຍ ອາຍຸ  5 ປີ, ອາຊີບ ນັກຮຽນ, ລູກສາວຂອງ ທ້າວປາ ແລະ ນາງດວງ, ຖືກຍິງຂະໝັບຂວາ ຊອດຂະໝັບຊ້າຍ 1 ລູກ, ເສຍຊີວິດ.
6. ນາງ ສ້ວຍ ອາຍຸ 3 ປີ, ລູກຂອງ ທ້າວປາ ແລະ ນາງ ດວງ, ຖືກຍິງ ຂະໝັບຂວາ ຊອດ ຂະໝັບຊ້າຍ 1 ລູກ, ເສຍຊີວິດ.
7. ທ້າວ ໝູ ອາຍຸ 42 ປີ ອາຊີບ ເຮັດໄຮ່, ຄົນເຮືອນໃກ້ທີ່ເຂົ້າໄປຫ້າມ, ຖືກຍິງບ່າຂວາ ຊອດກາງຫຼັງ 1 ລູກ, ໄດ້ຮັບບາດເຈັບສາຫັດ, ສົ່ງໄປປິ່ນປົວ ທີ່ໂຮງໝໍ ເມືອງເຊໂປນ.
8. ທ້າວ ທັນ ຫຼື ແຕະເລຍ ອາຍຸ 48 ປີ ອາຊີບເຮັດໄຮ່, ພີ່ນ້ອງຂອງທ້າວປາ ຖືກຍິງບ່າໄຫຼຂວາ ຊອດແຂນຊ້າຍ 1 ລູກ,​ ເສຍຊີວິດ.
9. ທ້າວ ລີຊອນ ອາຍຸ 35 ປີ,​ອາຊີບ ຄ້າຂາຍ, ລູກນ້າບ່າວ ທ້າວ ປາ, ຖືກຍິງແກ້ມຂວາ ຊອດຫູຊ້າຍ ແລະ ຖືກຕີນນົມຊ້າຍ ຊອດຫຼັງ ລວມ ຈຳນວນ 2 ລູກ, ເສຍຊີວິດ.ອາວຸດ ທີ່ທ້າວປາ ໃຊ້ໃນການກໍ່ເຫດ ຄັ້ງນີ້ ແມ່ນ ປືນ CKC ກະບອກຍາວ, ທີ່ຜູ້ກ່ຽວຖືປະຈຳຕົວ ເພາະເປັນກອງຫຼອນບ້ານ. ເຊິ່ງໃຊ້ຍິງໃນເຫດຄັ້ງນີ້ ທັງໝົດ 11​ລູກ, ແລະ ພົບອີກ 1 ລຸກ ຕົກເຮ່ຍຢູ່ກາງເຮືອນ. ຜູ້ກ່ຽວແມ່ນໄດ້ຍິງເມຍແລະລູກກ່ອນ ແລ້ວ ຈິ່ງລົງມາຍິງ ຍາດພີ່ນ້ອງ ແລະ ຍິງທ້າວ ໝູ ທີ່ມາຫ້າມ, ແລ້ວ ຕາມດ້ວຍການພະຍາຍາມ ຈະຍິງຕົນເອງໃຫ້ຕາຍ ແຕ່ໄດ້ຮັບບາດເຈັບສາຫັດ.ສາເຫດ ຂອງການເກີດເລື່ອງເສົ້າຄັ້ງນີ້ ຍ້ອນທ້າວປາ ເປັນພະຍາດ ເຈັບໂຊມາດົນແລ້ວ, ມີອາການຊືມເສົ້າ ຢາກຮ້າຍ, ຈົນເກີດອາລະວາດ ໃຊ້ປືນ ເຂົ້າກໍ່ເຫດໃນຄັ້ງນີ້.

ເຈົ້າໜ້າທີ່ໄດ້ເຂົ້າກວດສອບ ແລະ ດຳເນີນການຕາມກົດໝາຍຂອງບ້ານເມືອງແລ້ວ.

ຂ່າວ: ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ແລະໂທລະໂຄ່ງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...