HomeມູມໄອທີລາວIntel ກຽມເປີດຕົວຊີພີຍູ 72 ຄໍໃນປີໜ້າ!

Intel ກຽມເປີດຕົວຊີພີຍູ 72 ຄໍໃນປີໜ້າ!

Published on

7160_1511181036395L

ເປັນ​ຂ່າວ​ໃຫຍ່​ເມື່ອ PC World ລາຍ​ງານ​ວ່າ Intel ວາງ​ແຜນ​ຈະ​ຕິດ​ຕັ້ງ​ຊີ​ພີ​ຍູ​ປະ​ສິດ​ທິ​ພາບ​ສູງ​ທີ່​ມີ​ຊື່​ເອີ້ນວ່າ Knights Landing ລົງ​ໃນ​ເຄື່ອງ​ ເວີກສະ​ເຕ​ຊັ່ນ​ເປັນ​ຈຳນວນ​ຈຳ​ກັດ​ໃນ​​ປີ​ໜ້າ Intel ເຜີຍ​ວ່າ Knights Landing ເປັນ​ຊີ​ພີ​ຍູ​ປະ​ສິດ​ທິ​ພາບ​ສູງ​ທີ່ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ ດ້ວຍ​ແກນ​ປະ​ມວນ​ຜົນ​ເຖິງ 72 ຄໍ ແລະ​ໂຄງ​ສ້າງ​ພາຍ​ໃນ​ຊິບ​ປະກອບ​ດ້ວຍ​ຊານສ໌​ຊິດ​ເຕີ​ກວ່າ 8 ພັນ​ລ້ານ​ຕົວ ແລະ​ໃນ 2016 ຈະ​ເປັນ​ປີ​ທຳອິດທີ່​ທາງ Intel ປ່ອຍ​ຊີ​ພີ​ຍູ​ພະລັງ​ແຮງ​ສູງ​ນີ້​ລົງ​ສູ່​ເຄື່ອງ​ ເວີກ​ສະ​ເຕ​ຊັ່ນ

ຊີ​ພີ​ຍູ Knights Landing ມີ​ຄວາມ​ໄວ​ໃນ​ການ​ປະ​ມວນ​ຜົນ​ທີ່​ສູງ​ເກີນ​ກວ່າ 3 Teraflops ຊຶ່ງ​ເປັນ​ປະ​ສິດ​ທິ​ພາບ​ທີ່​ໃກ້​ຄຽງ​ຊິບ​ກຣາບ​ຟິກ​ປະ​ສິດ​ທິ​ພາບ​ສູງ​ທີ່​ຢູ່ໃນ​ເຄື່ອງ​ຊຸບ​ເປີ​ຄອມພິວເຕີ​ທີ່​ໄວ​ທີ່ສຸດ​ໃນ​ໂລກ​ເລີຍ​ ລອງ​ຄິດ​ເບິ່ງ​ວ່າ​ຈະ​ສຸດ​ຍອດ​ຂະໜາດ​ໃດ​ຖ້າ​ມີ​ເຄື່ອງ​ຄອມ ທີ່​ຕິດ​ຕັ້ງ​ຊິບ Knights Landing ຢູ່ໃນ​ເຮືອນ​ຂອງ​ເຈົ້າ (ແຕ່​ແນ່ນອນ​ວ່າ​ຄອມເຄື່ອງ​ນັ້ນ​ລາ​ຄາ​ຄືສິແພງຫລາຍ)

ສຳລັບ​ເກມ​ເມີ​ຖ້າ​ມີ Knights Landing ຢູ່​ທີ່​ເຮືອນ​ກໍ​ຄົງ​ຈະ​ມີ​ຄວາມ​ສຸກ​ຫລາຍ​ກັບ​ການ​ຫລິ້ນ​ເກມ​ກຣາບ​ຟິກ​ໂຫດໆ ຢ່າງ Star Wars: Battlefield ໃນ​ແບບ​ປັບ​ອອບ​ຊັ່ນ​ການ​ສະແດງ​ຜົນ​ສູງ​

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...