spot_img
Homeຂ່າວການພັດທະນາການກໍ່ສ້າງທາງລົດໄຟ ລາວ-ຈີນ ຈະເລີ່ມຂຶ້ນໄວໆນີ້ ເພື່ອຕ້ອນຮັບວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ

ການກໍ່ສ້າງທາງລົດໄຟ ລາວ-ຈີນ ຈະເລີ່ມຂຶ້ນໄວໆນີ້ ເພື່ອຕ້ອນຮັບວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ

Published on

train

ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ​ແຕ່​ນະຄອນຫລວງ​ວຽງ​ຈັນ-ຊາຍ​ແດນ​ບໍ່​ເຕ່ນ ​ ມີ​ຄວາມ​ຍາວ 400 ກວ່າກິ​ໂລ​ແມັດ, ຊຶ່ງ​ເປັນໂຄງການຍຸດ​ທະ​ສາດສໍາຄັນຂອງ​ລາວ, ​ໂດຍ​ໄດ້​ເລີ່​ມສຳ​ຫລວດ, ອອກ​ແບບມາ​ແຕ່​ປີ 2010 ​ແລະ ​ໄດ້​ສຳ​ເລັດ​ການ​ເຮັດບົດ​ວິພາກ​ທາງ​ດ້ານ​ເສດຖະກິດ​​ໃນ​ປີ 2012, ທັງ​ນີ້​ກໍ​ເພື່ອ​ໃຫ້​ສອດຄ່ອງ ​ແລະ ​ແທດ​ເໝາະ​ກັບສະພາບ​ເສດຖະກິດ​ຂອງ​ລາວ​ຫລາຍ​ທີ່​ສຸດ ​ແລະຄາດ​ວ່າ​ຈະ​ນຳ​ໃຊ້​ທຶນ​​ເຂົ້າ​ໃນ​ໂຄງການ​ດັ່ງກ່າວປະມານ 6,5 ຕື້​ໂດ​ລາ​ສະຫະ​ລັດ, ​​ໃນ​ນັ້ນ ຝ່າຍ​ລາວ​​ຖື​ຮຸ້ນ 30% ​ແລະ ຝ່າຍ​ຈີນ ຖື​ຮຸ້ນ 70%, ​ໃນ​​ເບື້ອງ​ຕົ້ນ​ແຕ່ລະ​ຝ່າຍ​ຈະ​ໄດ້​ລົງທຶນ​​ເຂົ້າ​ໃນ​ການ​ກໍ່ສ້າງ​ຝ່າຍ​ລະ 40% ຂອງ​ຮຸ້ນ​ທີ່​ຖື​ທັງ​ໝົດ ​ແລະ ຄາດ​ວ່າພິທີ​ວາງ​ສີ​ລາ​ລຶກຢ່າງ​ເປັນ​ທາງ​ການ ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 2 ທັນວາ 2015ນີ້ ທີ່​ນະຄອນຫລວງ​ວຽງ​ຈັນ ​ເ​ພື່ອຂ່ຳນັບ​ຮັບ​ຕ້ອນ​ວັນ​ສະຖາປະນາ ສປປລາວ ຄົບ ຮອບ 40ປີ ​ໃຫ້​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງໆ​ຂຶ້ນ.

ທ່ານ​ ລັດຕະນະ​ມະນີ ຄູນ​ນິວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​​ໄດ້ຖະ​ແຫລ​ງທີ່​ຫ້ອງ​ວ່າການ​ລັດຖະບານ ​​ເມື່ອ​ວັນ​ທີ 16 ພະຈິກ​ຜ່ານ​ມາ​ນີ້​ວ່າ: ​ໂຄງການກໍ່ສ້າງ​​ທາງ​ລົດ​ໄຟ ມີ​ຄວາມ​ຍາວ​ປະມານ 417 ກິ​ໂລ​ແມັດ, ​ໂດຍ​ຈະ​ເລີ່​ມຕົ້ນ​ສ້າງ​ນັບ​​ແຕ່​ດ່ານ​ຊາຍ​ແດນ​ບໍ່​ເຕ່ນ ​ແຂວງ​ຫລວງ​ນໍ້າ​ທາ ລົງ​ມາ​ຫາ​ນະຄອນຫລວງ​ວຽງ​ຈັນຊຶ່ງ​ມີ​ຄວາມກວ້າງຂອງ​ລາງ​ 1,43 ​ແມັດ, ຄວາມ​ກ້ວາງ​ຂ້າງ​ລາງ​ເບື້ອງ​ລະ 50 ​ແມັດ ​ແລະ ຈະ​ໄດ້​ລ້ອມ​ຮົ້ວ​ໄວ້ ​ເພື່ອ​ຄວາ​ມປອດ​ໄພ, ​ເຊິ່ງ​ເປັນ​ມາດ​ຕະ ການ​ສາກົນ​ທີ່​ກຳນົດ​ໄວ້, ​​ໂດຍ​ຈະ​ສ້າງ​ເປັນລາງ​ດ່ຽວ ນຳ​ໃຊ້​ຄວບ​ຄູ່​ກັນ​ລະຫວ່າງ​ລົດ​ໄຟ​ຂົນ​ສົ່ງ​ສິນຄ້າ ທີ່​ກຳນົດ​ຄວາມ​ໄວ​ປະມານ 120 ກິ​ໂລ​ແມັດ/ຊົ່ວ​ໂມງ ​ແລະ ​ຜູ້​ໂດຍສານປະມານ 160 ກິ​ໂລ​ແມັດ/ຊົ່ວ​ໂມງ, ຊຶ່ງ​ປະກອບ​ມີ​ 31 ​ຈຸດ​ເຊື່ອມ​ຕໍ່, ມີ 5 ສະຖານ​ນີ​ໃຫຍ່, ​ໃນ​ນີ້ ຈະ​​ໄດ້​ສ້າງ​ເປັນ​ອຸ​ມົງ 76 ​ແຫ່ງມີ​ຄວາມ​ຍາວກວ່າ 195 ກິ​ໂລ​ແມັດ, ຂົວ 154 ​ແຫ່ງ ຍາວ​ປະມານ 67 ກວ່າ​ກິ​ໂລ​ແມັດ, ​ເຊິ່ງຄວາມຍາວ​ຂອງຂົວ ​ແລະ ອຸມົງກວມ​ເອົາ 63% ຂອງ​ໄລຍະ​ທາງ​ທັງ​ໝົດ. ທ່ານ​ລັດຖະມົນຕີ​ຊ່ວຍ ຍັງ​ໄດ້​ຮຽກຮ້ອງ​ໃຫ້​​ປະຊາຊົນ, ​ໂດຍ​ສະ​ເພາະຜູ້​ທີ່ຢູ່​​ໃກ້ກັບ​​ແລວ​ທາງລົດ​ໄຟ​ໃຫ້​ຄວາມ​ຮ່ວມ​ມື​ກັບ​ຄະນະ​ຮັບຜິດຊອບ​ໂຄງການ​ ​ເພື່ອ​ໃຫ້​ໂຄງການ​ດັ່ງກ່າວ​ມີ​ຜົນ​ຄືບ​ໜ້າ​ໄປ​ຕາມ​ແຜນ​ແລະ ນີ້ຖື​ວ່າ​ເປັນ​ໂຄງ ການ​ປະຫວັດສາດ, ຍຸດ​ທະ​ສາດ​ສຳຄັນຂອງ​ລາວ​ເຮົາ ເພື່ອ​ການ​ໄປມາຫາສູ່ ແລະ ​ການ​ຂົນ​ສົ່ງ​ສິນຄ້າ​​ໄປ​ຕ່າງປະ​ເທດ​ໄດ້​ສະດວກ​ສະບາຍ​ຍິ່ງ​ຂຶ້ນ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...