spot_img
Homeຂ່າວເຫດການສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ລາວ- ເນເທີແລນ ຄົບຮອບ 40 ປີ

ສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ລາວ- ເນເທີແລນ ຄົບຮອບ 40 ປີ

Published on

do18

ຂປລ. ​ໃນ​ວັນ​ທີ 17 ພະຈິກ 2015 ນີ້ ຢູ່ນະຄອນຫລວງວຽງ​ຈັນ ​ກະຊວງ​ການ​ຕ່າງປະ​ເທດ ຮ່ວມ​ກັບ​ສະຖານທູດ ​ເນ​ເທີ​ແລນ ຈັດ​ງານ​ສະ​ເຫລີມ ​ສະຫລອງ ວັນ​ສ້າງ​ຕັ້ງ ​ສາຍ​ພົວພັນ​ ການ​ທູດ ຄົບຮອບ 40 ປີ ລະຫວ່າງ ສປປ ລາວ ​ແລະ ຣາຊະ​ອານາຈັກ ​ເນ​ເທີ​ແລນ ​ໂດຍ​ມີ​ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ, ທ່ານ Karel Johannes HARTONG ​ເອກ​ອັກຄະ​ລັດຖະທູດ ​ວິສາມັນ​ຜູ້ມີ​ອຳນາດ​ເຕັມ ​ແຫ່ງ ຣາຊະ​ອານາ​ຈັກ​ເນ​ເທີ​ແລນ ປະຈຳສປປ ລາວ, ບັນດາທູຕານຸທູດ ​ແລະ ຕາງໜ້າ​ອົງການ​ ຈັດ​ຕັ້ງ​ສາກົນ ພ້ອມ​ແຂກ​ຖືກ​ເຊີນ ເຂົ້າ​ຮ່ວມ.

ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ​​ກ່າວ​ບົດ​ປາ​ໄສ ​ໂດຍ​ຊີ້​ໃຫ້​ເຫັນ​ເຖິງ​ ຄວາມ​ໝາຍ​ຄວາມ​ສຳຄັນ​ ຂອງ​ວັນ​ສ້າງ​ຕັ້ງ​ ສາຍ​ພົວພັນ​ການ​ທູດ ລະຫວ່າງ ​ ສ​ອງປະ​ເທດ ລາວ-​ເນ​ເທີ​ແລນ ​ເຊິ່ງ​ເປັນ​ຂີດ​ໝາຍ​ອັນ​ສຳຄັນ ​ໃນ​ປະຫວັດສາດ ​ແຫ່ງ​ການ​ພົວພັນ ລາວ-​ເນ​ເທີ​ແລນ, ພ້ອມ​ທັງ​ຕີ​ລາຄາ​ສູງ​ ຕໍ່​ການ​ຊ່ວຍ​ເຫລືອ​ ອັນ​ລ້ຳ​ຄ່າ​ຂອງ​ລັດຖະບານ ​ເນ​ເທີ​ແລນ ​ໃຫ້​ແກ່ ສປປ ລາວ ​ໂດຍ​ຜ່ານ​ຮູບ​ການ​ຫລາຍ​ຝ່າຍ ​ເຊິ່ງປະ​ກອບ​ມີ​ໂຄງການ​ຕ່າງໆ ​ເປັນ​ຕົ້ນ ​ໂຄງການ​ເກັບ​ກູ້​ລະ​ເບີດ, ​ໂຄງການ​ຊ່ວຍ​ເຫລືອ​ສູນພະຍາ​ດຜິວໜັງ, ​ໂຄງການ​ສຸຂະພາບ ​ແລະ ​ໂຄງການ​ປົກ​ປັກ​ຮັກສາ​ປ່າ​ໄມ້ ​ທັງ​ນີ້, ​ເປັນ​ການ​ປະກອບ​ສ່ວນ​ອັນ​ສຳຄັນ​ເ ຂົ້າ​ໃນ​ກາ​ນພັດທະນາ ​ແລະ ປັບ​ປຸງ​ຊີວິດ​ການ​ເປັນ​ຢູ່ ຂອງ​ປະຊາຊົນ​ລາວ ​ໃຫ້​ນັບ​ມື້​ດີ​ຂຶ້ນ ທັງ​ເປັນ​ການ​ຊ່ວຍ​ເຫລືອສປປ ລາວ​ ບັນລຸ​ເປົ້າ​ໝາ​ຍ ສະຫັດ​ສະ​ວັດ​ ດ້ານ​ການ​ພັດທະນາ ​ແລະ ນຳ​ເອົາ ສປປ ລາວ ຫລຸດ​ພົ້ນ​ອອກ​ຈາກ​ ສະຖານະ​ພາບ ​ຄວາມດ້ອຍ​ພັດທະນາ.

ທ່ານ ທູດ ​ເນ​ເທີ​ແລນ ​ໄດ້​ຕີ​ລາຄາ​ສູງ ​ຕໍ່​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ​ ສອງປະ​ເທດ ​ໃນ​ໄລຍະ​ຜ່ານ​ມາ ​ພ້ອມ​ທັງ​ຢືນ​ຍັນ ​ຈະ​ສືບ​ຕໍ່​ຊຸກຍູ້, ​ສົ່ງ​ເສີມ​ການ​ພົວພັນ​ ຮ່ວມ​ມື ລາວ-​ເນ​ເທີ​ແລນ ​ໃຫ້​ນັບ​ມື້​ນັບ​ໄດ້​ຮັບ​ ການ​ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນ ​ຍິ່ງໆ​ຂຶ້ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...