spot_img
Homeຂ່າວການສຶກສາລັດຖະບານອົດສະຕາລີ( LANS ) ມອບທຶນການສຶກສາໃຫ້ແກ່ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ

ລັດຖະບານອົດສະຕາລີ( LANS ) ມອບທຶນການສຶກສາໃຫ້ແກ່ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ

Published on

ໃນຕອນເຊົ້າວັນທີ 12 ພະຈິກ 2015 ນີ້, ລັດຖະບານອົດສະຕຣາລີ, Laos Australia National Scholarship(LANS); ໄດ້ມອບທຶນການສຶກສາ ໃຫ້ແກ່ນັກສຶກສາ ມຊ, ພິທີດັ່ງກ່າວໄດ້ຈັດຂຶ້ນ ທີ່ຫ້ອງປະຊຸມ ສະໂມສອນໃຫຍ່ ມຊ. ໂດຍການໃຫ້ກຽດມອບຂອງທ່ານ ຈອນ ວິນລຽມສ໌ ເອກອັກຄະລັດຖະທູດ ປະເທດອົດສະຕຣາລີ ປະຈຳ ສປປ.ລາວ, ຮັບໂດຍທ່ານ ຮສ.ດຣ. ພຸດ ສິມມາລາວົງ ຮອງອະທິການບໍດີ ມຊ, ມີບັນດາທ່ານ ຫົວໜ້າຫ້ອງການ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ແລະນັກສຶກສາທີ່ໄດ້ຮັບທຶນດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານຈອນ ວິນລຽມສ໌ ເອກອັກຄະລັດຖະທູດ ປະເທດອົດສະຕາລີ ປະຈຳ ສປປ.ລາວ, ໄດ້ກ່າວວ່າ: ນັກຮຽນຈຳນວນ 50 ຄົນ ທີ່ໄດ້ຮັບທຶນການສຶກສາຄັ້ງນີ້ ແມ່ນມາຈາກແຂວງຫົວພັນ, ອຸດົມໄຊ, ຫຼວງພະບາງ, ຊຽງຂວາງ, ບໍລິຄຳໄຊ, ຈຳປາສັກ, ສາລະວັນ, ເຊກອງ ແລະແຂວງວຽງຈັນ. ເຊິ່ງຈະເຂົ້າເປັນສ່ວນໜຶ່ງໃນໂຄງການ LANS ທີ່ ມຊ. ຮ່ວມກັບນັກສຶກສຶກສາອີກຫຼາຍກ່ວາ 250 ຄົນ ທີ່ກຳລັງສຶກສາຢູ່ ມຊ. ພາຍໃຕ້ໂຄງການດັ່ງກ່າວ ລັດຖະບານ ອົດສະຕຣາລີ ມີຄວາມຍິນດີ ທີ່ໄດ້ຊ່ວຍເຫຼືອຊາວໜຸ່ມ ແລະນັກຮຽນເກັ່ງຄົນລາວໃຫ້ມີຄວາມຮູ້, ທັກສະ, ແລະວຸດທິການສຶກສາທີ່ເຂົາເຈົ້າຕ້ອງການ ເພື່ອສ້າງອາຊີບຂອງຕົນໃຫ້ປະສົບຜົນສຳເລັດ ທຸກໆປີໂຄງການ LANS ໄດ້ມອບ ທຶນການສຶກສາປະມານ 70 ທຶນ ໃຫ້ນັກສຶກສາ ທີ່ສຶກສາຢູ່ ມຊ ແລະປີນີ້ ໂຄງການນີ້ ຍັງໄດ້ຂະຫຍາຍໄປມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ.

ຂະນະດຽວກັນທ່ານ ຮສ.ດຣ. ພຸດ ສິມມາລາວົງ ຮອງອະທິການບໍດີ ມຊ, ໄດ້ກ່າວວ່າ: ເລີ່ມແຕ່ ສົກຮຽນ 1997-1998 ລັດຖະບານ ອົດສະຕາລີ ໄດ້ໃຫ້ທຶນການສຶກສາແກ່ນັກສຶກສາ ມຊ. ຊຸດລະ 2 ປີ ທີ່ຮຽນຢູ່ ມະຫາວິທະຍາໄລ ວິທະຍາສາດພື້ນຖານ ຫຼື ເປັນໄລຍະທີ່ຮຽນຢູ່ປີກຽມ ຈົນເຖິງປີ 2009 ຈາກນັ້ນ, ປີ 2011 ກໍ່ໄດ້ສືບຕໍ່ໃຫ້ທຶນ ແກ່ນັກສຶກສາຜູ້ທີ່ໄດ້ຮັບທຶນການການສຶກສາຕື່ມອີກ ໂດຍໄດ້ສໍາເລັດການສຶກສາເປັນຊຸດທີ 1 ຈຳນວນ 62 ຄົນ, ຍິງ 33 ຄົນ. ການຊ່ວຍເຫຼືອຂອງລັດຖະບານ ອົດສະຕາລີ ເປັນການປະກອບສ່ວນສຳຄັນ ເຂົ້າໃນການສ້າງຊັບພະຍາກອນມະນຸດ ເພື່ອປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄື ນຳພາປະເທດຊາດຫຼຸດພົ້ນ ອອກຈາກຄວາມດ້ອຍພັດທະນາ.

ພ້ອມນັ້ນ ທ່ານ ຍັງໄດ້ຕາງໜ້າຄະນະນຳ ມຊ ກ່າວສະແດງຄວາມພາກພູມໃຈ, ຮູ້ບຸນຄຸນ ທັງໄດ້ ສະແດງຄວາມຂອບໃຈ ຕໍ່ລັດຖະບານອົດສະຕາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອຕະຫຼອດມາ ແລະ ຫວັງວ່າລັດຖະບານ ອົດສະຕາລີ ຈະສືບຕໍ່ໃຫ້ທຶນການສຶກສາ ແກ່ນັກສຶກສາ ມຊ ຕໍ່ໄປ.

1447725487_tmp_IMG_7232

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...