Homeພາສາລາວທ່ານເຄີຍໃຊ້ຄຳນີ້ບໍ? ເພິ່ນມັກໃຊ້ຄຳນີ້ໃນສຳນວນທີ່ວ່າ 'ເຮັດໄປຕາມຂະເຍີມ'.

ທ່ານເຄີຍໃຊ້ຄຳນີ້ບໍ? ເພິ່ນມັກໃຊ້ຄຳນີ້ໃນສຳນວນທີ່ວ່າ ‘ເຮັດໄປຕາມຂະເຍີມ’.

Published on

ທ່ານເຄີຍໃຊ້ຄຳນີ້ບໍ? ເພິ່ນມັກໃຊ້ຄຳນີ້ໃນສຳນວນທີ່ວ່າ ‘ເຮັດໄປຕາມຂະເຍີມ’.

12219574_564774417009327_870209461266404234_n

ຄຳຕອບ:
‘ຂະເຍີມ’ ເປັນຄຳລາວແທ້ທີ່ເຄີຍໃຊ້ມາແຕ່ດັ້ງເດີມ ຖ້າເຮົາໄປອ່ານບົດວັນນະຄະດີເລື່ອງ ພະເວດສັນດອນ ກໍມີການນຳໃຊ້ຄຳນີ້: “ຕາມຂະເຍີມຄົນໃບ້ ໃຈເບົາເວົ້າມໍ່…”.
‘ຂະເຍີມ’ ມີຄວາມໝາຍວ່າ ວາດ, ຊົງ, ຍະຖາກຳ. ເວລານຳໃຊ້ມັກມີຄຳວ່າ ‘ຕາມ’ ນຳໜ້າ ເຊັ່ນ ‘ເຮັດໄປຕາມຂະເຍີມ’ ເຊິ່ງມີຄວາມໝາຍດຽວກັບ ‘ເຮັດໄປຕາມວາດ’ ຫຼື ‘ເຮັດໄປຕາມຍະຖາກຳ’.
ເພື່ອປົກປັກຮັກສາຄຳລາວທີ່ເຄີຍໃຊ້ມາແຕ່ດັ້ງເດີມ, ເຮົາກໍຄວນນຳມາເວົ້າແລະຂຽນໃຫ້ເປັນປົກກະຕິ.

ທີ່ມາ ເພຈພາສາລາວ

ພາສາລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...