Homeຂ່າວພາຍ​ໃນເອດີບີ ໃຫ້ທຶນຕ້ານການແຜ່ລາມຂອງເຊື້ອໄຂ້ມະເລເລຍຢູ່ລາວ

ເອດີບີ ໃຫ້ທຶນຕ້ານການແຜ່ລາມຂອງເຊື້ອໄຂ້ມະເລເລຍຢູ່ລາວ

Published on

3e0fe43baa2e7bfcbb3a60eb62d7ed01

ວັນ​ທີ 17 ພະຈິກ 2015 ທີ່ກະຊວງ​ການ​ເງິນ ທ່ານ​ນາງ ທິບພະ​ກອນ ຈັນທະ​ວົງສາ ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການເງິນ ແລະ ທ່ານ​ນາງ ແຊນ​ດຼ້າ ນິ​ໂຄຣ ຜູ້ຕາງໜ້າ​ທະນາຄານພັດທະນາ​ອາຊີ (ເອ​ດີ​ບີ) ໄດ້​ຮ່ວມກັນ​ລົງ​ນາມ​ໃນ​ສັນຍາ​ທຶນ​ຊ່ວຍເຫຼືອ​ລ້າ ມູນ​ຄ່າ 3 ລ້ານ​ໂດ​ລາສະຫະລັດ ຫຼື ປະມານ 24 ຕື້​ກີບ ເພື່ອ​ສະໜັບສະໜູນ​ຄວາມ​ພະຍາຍາມ​ຂອງ​ລັດຖະບານ​ລາວ ເພື່ອລົບ​ລ້າງ​ການ​ແຜ່​ລາມ​ຂອງ​ເຊື້ອໄຂ້​ມະ​ເລ​ເລຍ ໂດຍ​ສະເພາະແມ່ນ ​ເຊື້ອ​ໄຂ້​ມະ​ເລ​ເລຍ​ຊະນິດ​ທີ່ດື້​ຢາ​ຢູ່​ພາຍ​ໃນ​ປະເທດ ເຊິ່ງ​ມີ​ພະນັກ​ງານ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ເຊື້ອ​ໄຂ້​ມະ​ເລ​ເລຍ​ ແມ່ນ​ໄພ​ຂົ່ມຂູ່​ດ້ານ​ສາທາລະນະ​ສຸກ​ໃນ​ລະດັບພາກ​ພື້ນ ແລະ ເຊື້ອ​ໄຂ້​ມະ​ເລເລຍ​ຊະນິດ​ທີ່​ດື້​ຢາ​ສາຍ​ພັນ​ໃໝ່​ ໄດ້​ເນັ້ນ​ເຖິງ​ຄວາມ​ຮຽກຮ້ອງ​ໃຫ້​ເພີ່ມຄວາມ​ພະຍາຍາມ ເພື່ອ​ຕ້ານ​ກັບການ​ແຜ່​ລາມ​ຂະຫຍາຍ​ວົງ​ກວ້າງ ເອ​ດີ​ບີ ພວມ​ເຮັດ​ວຽກ​ຢ່າງ​ໃກ້ຊິດກັບ​ລັດຖະບານ​ຂອງ​ປະເທດຕ່າງໆ ພ້ອມ​ກັບ​ບັນດາ​ຄູ່​ຮ່ວມພັດທະນາ ແລະ ບັນດາ​ອົງການວິຊາ​ການ​ຕ່າງໆ​ຂອງ​ໂລກ ເພື່ອ​ຕໍ່ສູ້​ກັບ​ເຊື້ອ​ພະຍາດ​ດັ່ງກ່າວ ​ໃນ​ບັນດາ​ປະເທດ​ຂອງ​ອາ​ນຸ​ພາກ​ພື້ນ​ແມ່ນ້ຳຂອງ​ລວມ​ທັງ​ປະເທດ​ລາວ.

ໂຄງການ​ນີ້ ນຳ​ໃຊ້​ທຶນ​ຊ່ວຍເຫຼືອ​ລ້າ​ເພີ່ມ​ດັ່ງກ່າວ​ນີ້ ​ຈະ​ໄດ້​ສ້າງ​ຄວາມ​ເຂັ້ມແຂງ ແລະ ລວມ​ເອົາບັນດາ​ແຜນ​ງານ​ຕ້ານ​ເຊື້ອ​ໄຂ້​ມະເລ​ເລຍ​ແຫ່ງ​ຊາດ​ ໃຫ້​ມີ​ຄວາມ​ກົມກຽວ ໂດຍ​ການ​ເພີ່ມ​ທະວີ​ຄວາມເຂັ້ມແຂງ​ໃຫ້​ແກ່​ລະບົບ​ຄວບ​ຄຸມເຊື້ອ​ພະຍາດ​ຕິດຕໍ່ ​ໃນ​ເຂດ​ພາກພື້ນ​ໃນ 12 ແຂວງ​ໃນ​ທົ່ວ​ປະເທດ ເຊິ່ງ​ເປັນ​ແຂວງ​ທີ່ຢູ່​ໃນ​ເຂດ​ພື້ນ​ທີ່ຂອງ​ໂຄງການ ລະບົບ​ການ​ຕິດຕໍ່ຄວບ​ຄຸມ ພ້ອມ​ທັງ​ການ​ໂຕ້​ຕອບເຊື້ອ​ໄຂ້​ມະ​ເລ​ເລຍ​ຈະ​ໄດ້​ຮັບ​ການຂະຫຍາຍ ໂດຍ​ສະເພາະ ໃນ​ບັນດາ​ເມືອງ​ທີ່​ຕິດ​ກັບ​ຊາຍ​ແດນຂອງ​ແຂວງ​ອັດ​ຕະ​ປື ແລະ ແຂວງຈຳປາ​ສັກ ບັນດາ​ກິດຈະກຳ​ຕ້ານເຊື້ອ​ໄຂ້​ມະ​ເລ​ເລຍ​ຂ້າມ​ຊາຍ​ແດນ​ຕ່າງໆ ​ທີ່​ດຳເນີນ​ການ​ໂດຍ ​ສປປ ລາວ ຫວຽດນາມ ແລະ ກຳ​ປູເຈຍ ພ້ອມ​ທັງ​ການ​ແລກປ່ຽນ​ຂໍ້ມູນ​ຂ່າວສານ​ກ່ຽວ​ກັບ​ເຊື້ອ​ໄຂ້​ມະເລ​ເລຍ ​ລະຫວ່າງ​ບັນດາ​ປະເທດດັ່ງກ່າວ ​ກໍ່​ຈະ​ໄດ້​ຮັບ​ການ​ຍົກ​ລະດັບ​ສູງ​ຂຶ້ນ.

ທຶນ​ຊ່ວຍເຫຼືອ​ລ້າ 3 ລ້ານ​ໂດລາ ສຳລັບ ​ສປປ ລາວ ນີ້​ແມ່ນສ່ວນ​ໜຶ່ງ​ຂອງ​ການ​ສະໜອງ​ທຶນ ມູນ​ຄ່າ 9,5 ລ້ານ​ໂດ​ລາ ຈາກກອງ​ທຶນ​ດັ່ງກ່າວ ເພື່ອ​ຕໍ່ສູ້​ກັບ​ເຊື້ອພະຍາດ​ໄຂ້​ມະ​ເລ​ເລຍ​ໃນ​ລາວ ກຳປູເຈຍ ແລະ ຫວຽດນາມ ລັດຖະ​ບານ​ລາວ​ກໍ່​ຈະ​ໄດ້​ປະກອບສ່ວນ​ເພີ່ມ​ເຂົ້າ​ໃນ​ໂຄງການ ມູນຄ່າ 150.000 ໂດ​ລາ ໂຄງການດັ່ງກ່າວ​ນີ້ ​ຈະ​ໄດ້​ຮັບ​ການຈັດຕັ້ງປະຕິບັດ​ໂດຍ​ກະຊວງ​ສາ​ທາ​ລະນະ​ສຸກ ແລະ ຈະ​ມີ​ໄລຍະ​ການ​ຈັດຕັ້ງ​ປະຕິບັດ​ເປັນ​ເວລາ 2 ປີ ເຊິ່ງຄາດ​ວ່າ​ຈະ​ສຳເລັດ​ພາຍ​ໃນເດືອນ​ທັນວາ 2017.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...