Homeຂ່າວເຫດການທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຈີນ

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຈີນ

Published on

0e385669610529897ed85537fe9adc40

ວັນ​ທີ 16 ພະຈິກ 2015 ທີ່ຫ້ອງ​ວ່າການ​ລັດຖະບານ ທ່ານ ສົມ​ສະ​ຫວດ ເລັ່ງ​ສະ​ຫວັດ ຮອງນາຍົກລັດຖະມົນຕີ ໄດ້​ໃຫ້​ກຽດຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບຂອງ​ທ່ານ ຈ່າວ​ສຽງ ຫົວໜ້າ​ຄະນະກະກຽມ​ຮ່ວມ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ-ຈີນ ພ້ອມຄະນະ ໃນ​ໂອກາດ​ທີ່​ເດີນທາງ​ມາຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ລາວ.

ໂອກາດ​ດັ່ງກ່າວ ທ່ານ​ຮອງນາຍົກລັດຖະມົນຕີ ໄດ້​ສະແດງຄວາມ​ຕ້ອນຮັບ ແລະ ທັງ​ຕີ​ລາຄາ​ສູງ​ຕໍ່​ຄະນະ​ດັ່ງກ່າວ ​ທີ່​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດວຽກ​ຢູ່​ລາວ​ຄັ້ງ​ນີ້ ເຊິ່ງ​ຈະ​ເປັນການ​ປະກອບສ່ວນ​ອັນ​ສຳຄັນ ​ເຂົ້າໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນມິດຕະພາບ ແລະ ການ​ຮ່ວມ​ມືອັນ​ດີງາມ​ລະຫວ່າງ​ສອງ​ປະເທດ ລາວ-ຈີນ ເວົ້າ​ລວມ ເວົ້າ​ສະເພາະ ກໍ່​ຄື​ການ​ຮ່ວມ​ມື​ໃນ​ວຽກງານ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ-ຈີນ ທີ່​ຈະ​ໄດ້​ລົງມື​ກໍ່ສ້າງໃນ​ມໍ່ໆ​ນີ້ ເຊິ່ງ​ມັນ​ຈະ​ເປັນ​ສັນ​ຍະລັກ​ໜຶ່ງ​ທາງ​ປະຫວັດສາດ ລະຫວ່າງ ລາວ-ຈີນ ໃນ​ໄລຍະ​ໃໝ່ ພ້ອມ​ທັງ​ໄດ້​ອວຍພອນ​ໃຫ້​ທ່ານ ຈ່າວ​ສຽງ ຈົ່ງ​ປະສົບ​ຜົນສຳເລັດໃນ​ການ​ມາ​ຢ້ຽມຢາມ ແລະ ເຮັດວຽກ​ຢູ່​ລາວ.

ທ່ານ ຈ່າວ​ສຽງ ໄດ້​ສະແດງຄວາມ​ຂອບໃຈ​ຕໍ່​ການ​ຕ້ອນຮັບອັນ​ອົບ​ອຸ່ນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ພ້ອມ​ທັງ​ໄດ້​ແຈ້ງ​ໃຫ້ຊາບ​ກ່ຽວ​ກັບ​ການ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ລາວ​ໃນ​ເທື່ອ​ນີ້ ພ້ອມ​ທັງ​ສັນຍາ​ວ່າ​ຈະ​ສືບຕໍ່​ໃຫ້ການ​ຊຸກຍູ້ ​ສົ່ງເສີມ​ການ​ພົວພັນຮ່ວມ​ມື​ລະຫວ່າງ​ສອງ​ປະເທດ ລາວ-ຈີນ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນ ແລະ ກ້າວ​ເຂົ້າ​ສູ່​ລວງ​ເລິກ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...