Homeຂ່າວພາຍ​ໃນFIFA ລົງໂທດ ປະທານສະຫະພັນບານເຕະລາວ ແລະ ເນປານ ຂໍ້ຫາຮັບສິນບົນ!

FIFA ລົງໂທດ ປະທານສະຫະພັນບານເຕະລາວ ແລະ ເນປານ ຂໍ້ຫາຮັບສິນບົນ!

Published on

2015-11-17_122743

ແຫຼ່ງຂ່າວຈາກຕ່າງປະເທດໃຫ້ຮູ້ວ່າ: ໃນວັນຈັນ ທີ 16 ພະຈິກ 2015 ທາງ ຟີຟາ ໄດ້ລົງໂທດສັ່ງຫ້າມ ຫົວໜ້າ ບານເຕະຂອງ ເນປານ ເປັນເວລາ 10 ປີ ແລະ ປະທານ ສະຫະພັນບານເຕະລາວ ອີກ 2​ ປີ ໃນຂໍ້ຫາ ຮັບສິນບົນ.

ການລົງໂທດເປັນເວລາ 10 ປີ ແກ່ Ganesh Thapa ປະທານ ສະມາຄົມ ບານເຕະ ຂອງເນປານ ແມ່ນການປ່ຽນໂສມໜ້າໃໝ່ ຂອງພາບພົບ ວົງການບານເຕະ ຂອງປະເທດເນປານ, ເນື່ອງຈາກ ການເຕະບານໃຫນຫຼາຍນັດຜ່ານມາ ແມ່ນມີການພິກລ໋ອກ. ເຊິ່ງທາງ Thapa ໄດ້ຖືກປົດຈາການເປັນຫົວໜ້າສະມາຄົມ ບານເຕະ ເປັນເວລາ 1 ປີຜ່ານມາ, ໄດ້ຖືກຕິດຕາມ ແລະ ກວດສອບ ວ່າມີຄວາມຜິດແທ້ ໃນການ ສໍ້ໂກງເງິນຈຳນວນ 1 ລ້ານໂດລາສະຫະລັດ ໃນຊ່ວງເວລາ 19 ປີ ທີ່ລາວເປັນປະທານສະມາຄົມບານເຕະ ເນປານ.

ຟີຟາບອກວ່າ: Thapa ແມ່ນຖືກຂໍ້ກ່າວຫາຫຼາຍອັນ ທີ່ລວມທັງການກ່ຽວຂ້ອງໃນການຮັບເງິນສົດ ຈາກເຈົ້າໜ້າທີ່ບານເຕະອື່ນໆ, ທັງຕົນເອງ ແລະ ຜ່ານຄອບຄົວ.

ຄະນະກຳມະການ ຮັບຜິດຊອບວຽກງານລະບຽບການຂອງຟີຟາ ຍັງກ່າວວ່າ: Thappa ແມ່ນຍັງຮັບສິນບົນ ໃນການເລືອກຕັ້ງ ຄະນະກຳມະການ ຟີຟາ ໃນຊ່ວງປີ 2009-2011. ໃນການລົງໂທດຄັ້ງນີ້ ລາວຈະຖືກປັບໃໝ 19850 ໂດລາ ສະຫະລັດ.

ນອກນີ້, ຍັງມີກັບຕັນທີມຊາດເນປານ ຊື່ Saga Thapa ແລະ ນັກເຕະອີກ 4 ຄົນ ທີ່ຖືກລົງໂທດ ໃນການລົ້ມບານ ໃນການແຂ່ງຂັນ ບານໂລກ ຮອບຄັດເລືອກ.

ອີກກໍລະນີ ແມ່ນ ປະທານ ສະຫະພັນບານເຕະ ແຫ່ງປະເທດລາວ ທ້າວ ວິເພັດ ສີຫາຈັກ ແມ່ນຖືກລົງໂທດ ສັງຫ້າມ ໃນການແຂ່ງຂັນ ເປັນເວລາ 2 ປີ ເນື່ອງຈາກ ມີການກວດພົບ ວ່າຮັບສິນບົນ ຈາກເຈົ້າໜ້າທີ່ບານເຕະ ອື່ນ ໃນຊ່ວງ ການເລືອກຕັ້ງ FIFA Executive ໃນປີ 2011, ແລະ ຖືກປັບໃໝ່ ເປັນເງິນ 39,700 ໂດລາ ສະຫະລັດ.

 

ແຫລ່ງຂ່າວ: ໂທລະໂຄ່ງ

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...