Homeມຸມຂ່າວ AECອາຊຽນ ເປັນຄູ່ຄ້າອັນດັບ 3 ຂອງຈີນ ປີຜ່ານມາມູນຄ່າການຄ້າ ບັນລຸ 120 ຕື້ໂດລາ!

ອາຊຽນ ເປັນຄູ່ຄ້າອັນດັບ 3 ຂອງຈີນ ປີຜ່ານມາມູນຄ່າການຄ້າ ບັນລຸ 120 ຕື້ໂດລາ!

Published on

ch-as 400

ຂປລ. ຕາມຂ່າວສານ ຊິນຮວາ,  ທ່ານເອກອັກຄະ ລັດຖະທູດ ຈີນ ປະຈຳ ອາຊຽນ ໃຫ້ສຳພາດ ກ່ອນຂອບ ກອງປະຊຸມ ລະດັບ ສູງ ອາຊຽນ ຄັ້ງທີ 27 ແລະ ບັນດາ ກອງປະຊຸມ ທ່ີກ່ຽວຂ້ອງ,  ຈີນ ຈະສືບຕໍ່ ຮ່ວມມື ກັບ ອາຊຽນ ເພື່ອຊຸກຍູ້ ການສ້າງຕັ້ງ ປະຊາຄົມ ອາຊຽນ ໃນທ້າຍປີ 2015, ເຊິ່ງເປັນ ຂີດ ໝາຍ ສຳຄັນ ໃນປະຫວັດສາດ.ໃນປີ 2014, ມູນຄ່າ ການຄ້າ ລະຫວ່າງ ຈີນ-ອາຊຽນ ບັນລຸ 480 ກວ່າຕື້ໂດລາ ສະຫະລັດ ແລະ ການລົງທຶນ ສອງສົ້ນ ບັນ ລຸ 120 ຕື້ໂດລາ ສະຫະລັດ. ຈີນເປັນ ຄູ່ຮ່ວມມື ການຄ້າ ຂະໜາດໃຫຍ່ສຸດ ຂອງອາຊຽນ ໃນຮອບ 6 ປີຜ່ານມາ ແລະ ອາຊຽນ ເປັນຄູ່ຮ່ວມມື ການຄ້າ  ອັນດັບ 3 ຂອງ ຈີນ ໃນ 4 ປີຜ່ານມາ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...