spot_img
Homeຂ່າວການພັດທະນາຜົນກອງປະຊຸມຄົບຄະນະຄັ້ງທີ 11 ສະໄໝທີ IX ຂອງຄະນະບໍລິຫານງານສູນກາງພັກ

ຜົນກອງປະຊຸມຄົບຄະນະຄັ້ງທີ 11 ສະໄໝທີ IX ຂອງຄະນະບໍລິຫານງານສູນກາງພັກ

Published on

meeting

​​ກອງ​ປະຊຸມ​ຄົບ​ຄະນະຄັ້ງ​ທີ 11 ສະ​ໄໝ​ທີ IX ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນປະຕິວັດລາວ, ໄດ້​ໄຂ​ຂຶ້ນແຕ່​ວັນ​ທີ 9 -16 ພະຈິກ2015,​ ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສະ ຫາຍຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ.

ກອງ​ປະຊຸມ​ໄດ້​ພ້ອມ​ກັນ​ສະຫລຸບ​ຕີ​ລາຄາ​ຄືນ​ກ່ຽວ​ກັບ​ຜົນ​ການ​ກະກຽມ ​ແລະ ດໍາ​ເນີນ​ກອງ​ປະຊຸມ​ໃຫຍ່​ຂອງ​ບັນດາ​ອົງຄະ​ນະ​ພັກ​ກະຊວງ, ອົງການ,​ແຂວງ ​ແລະ ນະຄອນຫລວງ​ວຽງ​ຈັນ​ທີ່​ໄດ້​ສໍາ​ເລັດ​ໄປ​ແລ້ວ, ຕີ​ລາຄາ​ໝາກຜົນ​ຂອງ​ການ​ເຮັດ​ທົດ​ລອງ​ວຽກ​ງານ 3 ສ້າງ​ໃນ​ໄລຍະ​ເກືອບ 3 ປີຜ່ານ​ມາ ​ແລະ ​ໃຫ້​ທິດ​ຊີ້​ນໍາ​ໃນ​ການ​ສືບ​ຕໍ່​ຜັນ​ຂະຫຍາຍ​ວຽກ​ງານ 3 ສ້າງ​ໃນ​ຕໍ່ໜ້າ,

ສະຫລຸບຜົນ​ການຈັດ​ຕັ້ງ​ປະຕິບັດ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາ​, ໂດຍ​ສະ​ເພາະ​ແມ່ນ​ຂະ​ບວນການ​ແຂ່ງຂັນ​ສ້າງ​ບ້ານ​ພັດທະນາ​ຕາມ​ທິດ 3 ສ້າງ, ຄົ້ນ​ຄວ້າ​ປະກອບ​ຄໍາ​ຄິດ​ເຫັນ​ໃສ່​ບັນດາ​ເອກະສານ​ທີ່​ເປັນ​ເນື້ອໃນ​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ​ແລະ ວຽກ​ງານ​ຈຸດ​ສຸມ​ແຕ່​ນີ້​ເຖິງ​ກອງ​ປະ ຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ.

ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ດໍາ​ເນີນ​ຕາມ​ລະບຽບ​ວາລະ​ປະຊຸມ​ທີ່​ໄດ້​ວາງ​ໄວ້​ດ້ວຍ​ບັນຍາກາດ​ອັນ​ຟົດ​ຟື້ນ​ປະຕິວັດ, ​ເຕັມ​ໄປ​ດ້ວຍ​ລັກສະນະ​ສ້າງສັນ, ກົງ​ໄປ​ກົງ​ມາ, ມີ​ເນື້ອ​ໃນ​ທີ່​ອຸດົມສົມບູນ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ເສີມ​ຂະຫຍາຍ​ຈິດ​ໃຈ​ກ້າ​ເບິ່ງ​ຄວາມ​ຈິງ, ປະດິດ​ສ້າງ, ກ້າ​ສະ​ເໜີ​ຄວາມ​ເຫັນ​ຕໍ່​ແຕ່​ລະ​ບັນຫາ​ທີ່​ຍົກ​ຂຶ້ນ​ໃນ​ກອງ​ປະຊຸມ, ກອງ​ປະຊຸມ​ໄດ້​ເປັນເອກະ​ພາບ ​ແລະ ​ໃຫ້​ທັດສະນະ​ຕໍ່​ບັນຫາ​ຕ່າງ​ເຊັ່ນ: ກ່ຽວ​ກັບ​ຜົນ​ການ​ດໍາ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ກະຊວງ,ອົງການ, ແຂວງ ​ແລະ ນະຄອນ ຫລວງ​ວຽງ​ຈັນ, ແມ່ນ​ໄດ້​ຊິ້ນໍາ​ໃຫ້​ບັນດາ​ກະຊວງ, ອົງການ ​ແລະ ນະຄອນຫລວງ​ວຽງ​ຈັນ ທີ່​ສໍາ​ເລັດ​ກອງ​ປະຊຸມ​ໃຫຍ່​ແລ້ວ​ນັ້ນ​ໃຫ້​ຮີບ​ຮ້ອນ​ຈັດ​ຕັ້ງ​ເຊື່ອມ​ຊຶມ​ເພື່ອ​ສ້າງ​ຄວາມ​ເຂົ້າ​ໃຈ​ເປັນ​ເອກະ​ພາບ ​ແລະພ້ອມ​ກັນ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ຂອງ​ຕົນ​ລົງ​ສູ່​ກົມ​ກອງ, ທ້ອງ​ຖິ່ນ, ພະ​ແນ​ກ ການ, ​ເມືອງ ​ແລະບ້ານ ​ໂດຍ​ສ້າງ​ເປັນ​ແຜນ​ງານ, ​ໂຄງການ​ລະອຽດ​ຕິດ​ພັນ​ກັບ​ການ​ຊີ້​ນໍາ​ບັນຊາ​ການຈັດ​ຕັ້ງ​ປະຕິ​ບັດ​ໃຫ້​ເກີດ​ຜົນ​ຕົວ​ຈິງ,ສໍາລັບ​ບັນດາ​ອົງການ ​ແລະ ກະຊວງ​ທີ່​ບໍ່​ທັນ​ໄດ້​ດໍາ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ຂອງ​ຕົນ​ນັ້ນ​ໃຫ້​ສືບ​ຕໍ່​ກະກຽມ​ໃຫ້​ດີ​ເພື່ອ​ດໍາ​ເນີນ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ຂອງ​ຕົນ​ໃນ​ຕໍ່ໜ້າໂດຍ​ຕິດ​ພັນ​ກັບ​ການ​ສ້າງ​ຂະ​ບວນການສະ​ເຫລີ​ມສະຫລອງ​ວັນ​ສະຖາປະນາ ສປປ ລາວ​ ຄົບຮອບ 40 ປີ, ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໄກສອນ ​ພົມວິຫານ ຄົບຮອບ 95ປີ ​ແລະ ຄໍານັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ.

ກ່ຽວ​ກັບ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ການ​ເຮັດ​ທົດ​ລອງ​ວຽກ​ງານ 3 ສ້າງ, ກອງ​ປະຊຸມ​ໄດ້​ເປັນ​ເອກະ​ພາບ​ຕີ​ລາຄາ​ວ່າ: ຄະນະ​ເຮັດ​ທົດ​ລອງ 3 ສ້າງ,​ ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງ​ບ້ານ​ພັດທະນາ​ຢູ່ 109 ບ້ານ​ເປົ້າ​ໝາຍ​ນັ້ນ ​ໂດຍ​ທົ່ວ​ໄປ​ແມ່ນ​ໄດ້​ປະຕິບັດ​ຖືກ​ທິດ​ທາງ​ທີ່​​ກໍານົດ​ໄວ້, ສ້າງ​ໃຫ້​ບ້ານ​ເຫລົ່າ​ນີ້​ມີ​ການ​ຫັນປ່ຽນ​ໃໝ່​ຢ່າງ​ຮອບດ້ານ, ລະບົບ​ການ​ເມືອງ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມ​ແຂງ, ປະຊາຊົນ​ບັນດາ​ເຜົ່າ​ມີ​ຄວາມ​ສາມັກຄີ​ປອງ​ດອງ ​ແລະ ​ເປັນ​ເຈົ້າ​ການ​ໃນ​ການ​ປົກ​ປັກ​ຮັກສາ ​ແລະພັດທະນາ​ບ້ານ​ຊ່ອງ​ຂອງ​ຕົນ, ຊີວິດ​ການ​ເປັນ​ຢູ່​ນັບ​ມື້​ນັບ​ດີ​ຂຶ້ນ, ກ່ຽວ​ກັບ​ຜົນ​ການຈັດ​ຕັ້ງ​ປະຕິ

ບັດ​ວຽກ​ງານ​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາ, ກອງ​ປະຊຸມ​ໄດ້​ພ້ອມ​ກັນ​ຕີ​ລາຄາ​ວ່າ: ​ໄລຍະ​ຜ່ານ​ມາ​ວຽກ​ງານ​ການ​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາ​ ກໍ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ໃນ​ການຈັດ​ຕັ້ງ​ປະຕິບັດ ​ແລະມີ​ຜົນ​ສໍາ​ເລັດ​ຕົວ​ຈິງ, ອັນ​ພົ້ນ​ເດັ່ນ​ແມ່ນ​ການ​ປັບປຸງ​ລະບົບ​ການ​ເມືອງ​ຢູ່​ຮາກ​ຖານກໍ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ກວ່າ​ເກົ່າ, ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ຮາກ​ຖານ​ກໍ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ, ການ​ຜະລິ​ດ​ເປັນ​ສິນຄ້າ​ຂອງ​ປະຊາຊົນ​ຢູ່​ທຸກ​ທ້ອງ​ຖິ່ນ​ໄດ້​ເກີດ​ເປັນ​ໜໍ່​ແໜງ​ຈະ​ແຈ້ງ ​ແລະ ​ເລີ່​ມຂະຫຍາຍ​ອອກ​ເປັນ​ຂະ​ບວນການ​ທີ່​ນັບ​ມື້​ກ້ວາງ​ຂວາງ,​ ແຂງ​ແຮງ, ການ​ແກ້​ໄຂ​ຄວາມທຸກ​ຍາກ​ໄດ້​ມີ​ຜົນ​ສໍາ​ເລັດ​ດີ​ພໍ​ສົມຄວນ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ກໍ​ໄດ້​ຮັບ​ການ​ປັບປຸງ​ຍົກ​ລະດັບ​ຢ່າງ​ຈະ​ແຈ້ງຈາກ​ຂະ​ບວນການ​ຕົວ​ຈິງ​ໄດ້​ເກີດ​ມີ​ບຸກຄົນ, ກົມ​ກອງ​ລວມໝູ່, ຄອບຄົວ, ນັກ​ພັດທະນາ​ກອນ, ບ້ານ​ພັດທະນາ​ ທີ່​ເປັນ​ຕົວ​ແບບ​ດີ​ເດັ່ນ​ຫລາຍ​ສົມຄວນ.

ກອງ​ປະຊຸມ​ໄດ້​ໃຫ້​ທິດ​ຊີ້​ນໍາ​ການ​ປັບປຸງ​ເອກະສານ​ທີ່​ຈະ​ສະ​ເໜີ​ຜ່ານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ພິຈາລະນາ ​ແລະ ຮັບຮອງ​ເອົາໂດຍ​ສັງ​ລວມ​ແລ້ວກອງ​ປະຊຸມ​ໃຫ້​ທັດສະນະ​ວ່າ: ການ​ປັບປຸງ​ຮ່າງ​ລາຍ​ງານ​ການ​ເມືອງ,ຮ່າງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ VIII (2016-2020) ຮ່າງ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ໄລຍະ 10 ປີ (2015-2025) ​ແລະ ວິ​ໄສ​ທັດ​ຮອດ​ປີ 2030 ຮ່າງ​ກົດ​ລະບຽບ​ຂອງ​ພັກ ​ແລະ ບັນຫາ​ດ້ານ​ບຸກຄະລາ​ກອນ​ໃຫ້​ແກ່​ສະ​ໄໝ​ທີ X ​ແມ່ນ​​ດີ ​ແລະ ສົມບູນ​ກວ່າ​ເກົ່າ, ພ້ອມທັງຮຽກຮ້ອງ​ມາ​ຍັງ​ທົ່ວ​ພັກ,ທົ່ວ​ກໍາລັງ​ປະກອບ​ອາວຸດ ​ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ​ ຈົ່ງ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ແໜ້ນໜາ​ຢູ່​ອ້ອມ​ຂ້າງ​ສູນ​ກາງ​ພັກ ​ແລະ ລັດຖະບານພ້ອມ​ກັນ​ຕັດສິນ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ, ສືບ​ຕໍ່​ຍູ້​ແຮງ​ຂະ​ບວນການ​ປົກປັກ​ຮັກສາສ້າງສາ​ປະ​ເທດ​ຊາດ, ຂະ​ບວນການ​ຮັກ​ຊາດ ​ແລະ ພັດທະນາ​ຢ່າງ​ແຂງ​ແຮງ ​ແລະ ຕໍ່​ເນື່ອງ​ໂດຍ​ຕິດ​ພັນ​ກັບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ 3 ສ້າງກໍ​ຄືມະຕິ​ກອງປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ VII ​ໃນ​ໄລຍະ​ທ້າຍ​ສະໄໝ​ໃຫ້​ບັນລຸ​ໝາກຜົນ​ອັນ​ຈົບງາມ, ສືບ​ຕໍ່​ນໍາພາ​ປະ​ເທດ​ຊາດ​ກ້າວ​ຂຶ້ນ​ແລະ ຫລຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ​ໃນ​ປີ 2020 ຢ່າງ​ມີ​ໄຊ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...