spot_img
Homeຂ່າວພາຍ​ໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ຈະຈັດຂຶ້ນທ້າຍເດືອນມັງກອນປີໜ້າ!

ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ຈະຈັດຂຶ້ນທ້າຍເດືອນມັງກອນປີໜ້າ!

Published on

a572bd4305979eb76b3b2e7d35848f71

ກອງ​ປະຊຸມ​ຄົບ​ຄະນະ​ບໍ​ລິຫານ​ງານ​ສູນ​ກາງ​ພັກ ຄັ້ງ​ທີ 11 ສະໄໝ​ທີ IX ໂດຍ​ເປັນ​ປະທານຂອງ​ສະຫາຍ ຈູມ​ມາລີ ໄຊ​ຍະສອນ ເລຂາທິການ​ໃຫຍ່​ ຄະນະບໍລິຫານ​ງານ​ສູນ​ກາງ​ພັກ ປະທານ​ປະເທດ ຢູ່​ຫ້ອງ​ວ່າການ​ສູນກາງ​ພັກ ດຳເນີນ​ມາ​ເປັນ​ເວລາ 5 ວັນ​ເຄິ່ງ ຮອດ​ຕອນ​ເຊົ້າ​ວັນ​ທີ 16 ພະຈິກ 2015 ໄດ້​ປິດ​ລົງ​ດ້ວຍ​ຜົນສຳເລັດ​ອັນ​ຈົບງາມ.

ກອງ​ປະຊຸມ​ໄດ້​ພ້ອມ​ກັນ​ສະຫຼຸບ​ຕີ​ລາຄາ​ຄືນ ​ກ່ຽວ​ກັບ​ຜົນ​ການກະກຽມ ແລະ ດຳເນີນ​ກອງ​ປະຊຸມ​ໃຫຍ່​ຂອງ​ບັນດາ​ອົງຄະ​ນະພັກ​ກະຊວງ ອົງການແຂວງ ແລະ ນະຄອນຫຼວງ​ວຽງ​ຈັນ ທີ່ໄດ້​ສຳເລັດ​ໄປ​ແລ້ວ ສະຫຼຸບ​ຕີ​ລາຄາໝາກຜົນ​ຂອງ​ການ​ເຮັດ​ທົດລອງ​ວຽກ​ງານ 3 ສ້າງ ໃນ​ໄລຍະ​ເກືອບ 3 ປີຜ່ານມາ ແລະ ໃຫ້ທິດ​ຊີ້​ນຳ​ໃນ​ການ​ສືບຕໍ່​ຜັນ​ຂະຫຍາຍ​ວຽກ​ງານ 3 ສ້າງ​ໃນ​ຊຸມປີ​ຕໍ່ໜ້າ ສະຫຼຸບ​ຜົນ​ການຈັດຕັ້ງປະຕິບັດ​ຂະ​ບວນ​ການ​ແຂ່ງຂັນ​ຮັກຊາດ ແລະ ພັດທະນາ ໂດຍ​ສະເພາະແມ່ນ​ ຂະ​ບວນ​ການ​ແຂ່ງຂັນ​ສ້າງ​ບ້ານ​ພັດທະນາ​ຕາມ​ທິດ 3 ສ້າງ ຄົ້ນຄວ້າ ປະກອບ​ຄຳເຫັນ​ໃສ່​ບັນດາ​ເອກະສານ ​ທີ່​ເປັນເນື້ອ​ໃນ​ຕົ້ນຕໍ​ຂອງ ​ກອງ​ປະຊຸມໃຫຍ່ຄັ້ງ​ທີ X ຂອງ​ພັກ ເຊິ່ງ​ຄາດວ່າ​ຈະ​ດຳເນີນ​ໃນ​ທ້າຍ​ເດືອນ​ມັງກອນ 2016 ນອກ​ນີ້ ກອງ​ປະຊຸມຍັງ​ໄດ້​ຟັງ​ລາຍ​ງານ​ຜົນ​ການເຄື່ອນ​ໄຫວ​ຊີ້​ນຳ-ນຳພາ​ຂອງ​ ກົມການເມືອງ ແລະ ຄະນະ​ເລຂາ​ທິການ​ສູນ​ກາງ​ພັກ ໃນ​ໄລຍະ 6 ເດືອນ​ຜ່ານ​ມາ ແລະ ວຽກ​ງານຈຸດ​ສຸມ ​ແຕ່​ນີ້​ເຖິງກອງ​ປະຊຸມໃຫຍ່ ​ຄັ້ງ​ທີ X ຂອງ​ພັກ.

ກ່ຽວ​ກັບ​ຜົນ​ການຈັດຕັ້ງ​ປະຕິບັດ​ການ​ເຮັດ​ທົດ​ລອງ 3 ສ້າງ ໂດຍ​ສະເພາະແມ່ນ​ສ້າງ​ບ້ານພັດທະນາຢູ່ 109 ບ້ານ​ເປົ້າໝາຍ​ນັ້ນ ໂດຍ​ທົ່ວ​ໄປ​ແມ່ນ​ໄດ້​ປະຕິ​ບັດ​ຖືກ​ທິດ​ທາງ​ທີ່​ໄດ້​ກຳນົດ​ໄວ້ ທີ່​ປະຊຸມ​ໄດ້​ມອບ​ຄວາມ​ຮັບ​ຜິດຊອບ​ໃຫ້​ຄະນະ​ພັກ​ຢູ່​ບັນດາ​ກະຊວງ ອົງການ ແຂວງ ນະຄອນຫຼວງ​ວຽງ​ຈັນ ສືບຕໍ່​ຊີ້​ນຳ-ນຳພາ ເຮັດ​ວຽກ​ງານ 3 ສ້າງ ດ້ວຍ​ການຈັດ​ຕັ້ງ​ຄົ້ນຄວ້າ ເຊື່ອມ​ຊຶມ​ມະຕິ 3 ສ້າງ ໃຫ້​ມີ​ການຈັດຕັ້ງ​ຜັນ​ຂະຫຍາຍ​ແບ່ງ​ງານ ແບ່ງ​ຄວາມ​ຮັບຜິດ​ຊອບ ແລະ ຊີ້​ນຳ​ບັນຊາ​ຢ່າງເປັນ​ລະບົບ ມີ​ຈຸດ​ສຸມ ມີ​ການກວດກາ ດັດ​ປັບ ປະ​ເມີນ​​ຜົນຢ່າງເປັນ​ປົກກະຕິ ເພື່ອ​ບັນລຸ​ຄາດໝາຍ​ທີ່​ວາງ​ໄວ້.

ພ້ອມ​ນີ້ ທີ່​ປະຊຸມ​ຍັງ​ເປັນເອກະ​ພາບ​ກັນ​ກ່ຽວ​ກັບ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ແຂ່ງຂັນ ຮັກ​ຊາດ ແລະ ພັດທະນາພິເສດ ທີ່​ປະຊຸມ​ໄດ້​ໃຫ້​ທິດ​ຊີ້​ນຳຕໍ່​ການ​ປັບປຸງ​ເອກະສານ ​ທີ່​ຈະ​ສະເໜີ​ຜ່ານ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກພິຈາລະນາ​ຮັບຮອງເອົາ ເຊິ່ງ​ໂດຍ​ລວມ​ແລ້ວ​ກອງປະຊຸມ​ໄດ້​ໃຫ້​ທັດສະນະ​ວ່າ ການປັບປຸງ​ຮ່າງ​ລາຍ​ງານ​ການເມືອງ ຮ່າງ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII (2016-2020) ຮ່າງ​ຍຸດ​ທະ​ສາດການ​ພັດທະນາເສດຖະກິດ-ສັງຄົມ​ແຫ່ງ​ຊາດ ໄລຍະ 10 ປີ (2015-2025) ແລະ ວິໄສ​ທັດ ຮອດ​ປີ 2020 ຮ່າງ​ກົດ​ລະບຽບຂອງ​ພັກ ແລະ ບັນຫາ​ດ້ານ​ບຸກຄະລາ​ກອນ​ໃຫ້​ແກ່​ສະໄໝ​ທີ X ສົມບູນ​ກວ່າ​ເກົ່າ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...