Homeຂ່າວພາຍ​ໃນລັດກຽມປັບຫຼຸດອາກອນຊົມໃຊ້ພາຫະນະ ຄາດມີຜົນບັງຄັບໃຊ້ທ້າຍປີນີ້

ລັດກຽມປັບຫຼຸດອາກອນຊົມໃຊ້ພາຫະນະ ຄາດມີຜົນບັງຄັບໃຊ້ທ້າຍປີນີ້

Published on

12244034_702697439831734_1468091788_n

ກົມ​ສ່ວຍ​ສາ​ອາກອນ ກະຊວງ​ການ​ເງິນ ໄດ້​ຫາລື​ກັບ​ບັນດາຫ້າງ​ຮ້ານ ແລະ ທຸລະ​ກິດ​ທີ່​ມີການ​ນຳ​ເຂົ້າ​ພາຫະນະ​ຕ່າງໆ (ປະເພດ​ລົດ​ທຸກ​ຊະນິດ) ເຖິງ​ການປັບ​ຫຼຸດ​ອາກອນ​ຊົມໃຊ້ (​ອກຊ) ຈາກ​ປົກກະຕິ​ຢູ່​ລະຫວ່າງ 25%-150% ມາ​ຢູ່​ທີ່ 3%-90% ແລະ ຈະ​ເຮັດ​ໃຫ້​ລາຄາ​ຂອງ​ລົດຫຼຸດ​ລົງ.

ກອງ​ປະຊຸມ​ຫາລື​ການຈັດຕັ້ງປະຕິບັດ​ອາກອນ​ຊົມໃຊ້​ຍານ​ພາຫະ​ນະ ແລະ ທາບ​ທາມ​ຄຳ​ເຫັນການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍສ່ວຍ​ສາ​ອາກອນ ໄດ້​ຈັດ​ຂຶ້ນ​ໃນທ້າຍ​ອາທິດ​ຜ່ານ​ມາ ທີ່​ໂຮງແຮມລ້ານ​ຊ້າງ ໂດຍ​ການ​ເປັນ​ປະທານຂອງ​ທ່ານ ບຸນ​ໂຈມ ອຸບົນ​ປະເສີດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ ພ້ອມ​ດ້ວຍ​ຫົວໜ້າ​ກົມ ຮອງ​ກົມ ຫົວໜ້າ​ຫ້ອງການ ຮອງຫ້ອງການ ຜູ້​ປະກອບ​ການ ເຂົ້າຮ່ວມ.

ທ່ານ ບຸນ​ໂຈມ ອຸບົນ​ປະເສີດ ກ່າວ​ວ່າ: ໄດ້​ມີ​ການ​ປັບປຸງ​ກົດໝາຍວ່າ​ດ້ວຍ​ສ່ວຍ​ສາ​ອາກອນ ບາງ​ມາດຕາ​ເພື່ອ​ໃຫ້​ສອດຄ່ອງກັບ​ປະເທດ​ສະມາຊິກ ພາຍຫຼັງການ​ເຂົ້າ​ເປັນ​ປະຊາ​ຄົມ​ເສດ​ຖະກິດ​ອາ​ຊຽນ (AEC) ທີ່​ບໍ່​ມີ​ພາສີ (ຍົກເວັ້ນ​ບາງ​ປະເພດ​ສິນຄ້າ) ແລະ ອົງການການ​ຄ້າ​ໂລກ (WTO) ສະເພາະ​ແມ່ນ​ອາກອນຊົມໃຊ້ ຫຼື ອາກອນ​ທາງ​ອ້ອມ​ຈະປັບ​ລົງ​ຈາກ​ເດີມ​ຫຼາຍ​ພໍ​ສົມຄວນ ເຊິ່ງ​ຈະ​ສົ່ງ​ຜົນ​ດີ​ໃຫ້​ຜູ້​ຊົມໃຊ້​ພາຍໃນ ໂດຍ​ສະເພາະ ຜູ້​ທີ່​ມີ​ລາຍ​ຮັບລະດັບ​ກາງ​ຫາ​ໜ້ອຍ ​ຈະ​ໄດ້​ມີ​ພາຫະ​ນະ​ຊົມໃຊ້​ຢ່າງ​ສະດວກ​ສະບາຍ.

ທັງ​ນີ້ ກົດໝາຍ​ສະບັບ​ປັບປຸງດັ່ງກ່າວ​ ຄາດ​ວ່າ​ຈະ​ປະກາດ​ໃຊ້ຢ່າງ​ເປັນ​ທາງ​ການ ໃນ​ທ້າຍ​ປີ 2015 ພ້ອມ​ກັບ​ການ​ລວມ​ໂຕຂອງ 10 ປະເທດ​ເຂົ້າ​ເປັນ​ສະ​ມາຊິກ AEC ເຊິ່ງ​ຈະ​ກາຍເປັນ​ບົດທ້າ​ທາຍ​ພໍ​ສົມຄວນ​ໃຫ້​ກັບ​ພາກລັດ ແລະ ຜູ້​ປະກອບ​ການ​ທີ່​ນຳເຂົ້າ​ປະເພດ​ພາຫະນະ ແຕ່​ຈະເປັນ​ພື້ນຖານ​ສຳຄັນ​ໃຫ້​ກັບ​ການສ້າງ​ລາຍ​ຮັບ​ຂອງ​ລັດຖະບານ ໃຫ້​ເຂົ້າ​ໃນ​ລະບົບ​ເຊັ່ນ​ດຽວ​ກັບປະເທດ​ເພື່ອນ​ບ້ານ​ທີ່​ມີ​ລາຍ​ຮັບ ​ອກຊ ລະດັບ 60%-70% ລົງມາ ຕົວ​ເລກ​ທີ່​ປັບ​ຫຼຸດ​ຂອງ ​ສປປ ລາວ ຍັງ​ຖື​ວ່າ​ຢູ່​ໃນ​ອັດຕາ​ຕົວເລກ​ທີ່​ສູງ​ພໍ​ສົມຄວນ ຫາກ​ທຽບກັບ​ບັນດາ​ປະເທດ​ເພື່ອນ​ບ້ານ.

ແຫລ່ງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...