Homeຂ່າວຕ່າງປະເທດຂວາງທັນ!! ຊາຍຊາວຝຣັ່ງ ຖືກຈັບຂໍ້ຫາລັກລອບເອົາປືນໄຣເຟີ້ນ-ມີດເຂົ້າສະໜາມບິນລອນດອນ

ຂວາງທັນ!! ຊາຍຊາວຝຣັ່ງ ຖືກຈັບຂໍ້ຫາລັກລອບເອົາປືນໄຣເຟີ້ນ-ມີດເຂົ້າສະໜາມບິນລອນດອນ

Published on

EyWwB5WU57MYnKOuXoiOH3y8aaDDcBHEW8FRqV5YUjuMWVcsEObuR1

ຊາຍ​ຝຣັ່ງກໍ່​ເຫດ​…ຖືກ​ຕຳຫ​ລວດ​ອັງ​ກິດ​ຕັ້ງ​ຂໍ້​ຫາ ມີ​ທັງ​ປືນ​ໄຣເຟີ້ນ​ແລະ​ມີດ​ໃນ​ຄອບຄອງ ກຽມ​ຖືກ​ນຳ​ຕົວ​ຂຶ້ນ​ສານ ຫລັງ​ເກີດ​ເຫດ​ລະ​ທຶກ ພົບ ‘ວັດ​ຖຸ​ຕ້ອງ​ສົງ​ໄສ’ ໃນ​ສະ​ໜາມ​ບິນ​ແກດ​ວິກ ຈົນ​ຕ້ອງ​ອົບພະ​ຍົບ​ຄົນ​​ອອກຈາກ​ອາ​ຄານ​ຜູ້​ໂດຍ​ສານ​

ເມື່ອ 16 ພະຈິກ ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຄືບ​ໜ້າ​ເຫດການ​ລະ​ທຶກ​ທີ່​ສະໜາມບິນ​ແກດ​ວິກ ໃນ​ນະຄອນຫລວງລອນ​ດອນ ປະເທດ​ອັງ​ກິດ ເມື່ອ​ພົບ​ວັດ​ຖຸ​ຕ້ອງ​ສົງ​ໄສ ຈົນ​ຕ້ອງ​ອົບ​ພະຍົບ​ຜູ້​ຄົນ​ອອກຈາກ​ອາ​ຄານ​ຜູ້​ໂດຍ​ສານ​ ເມື່ອ​ເວລາ​ປະ​ມານ 09.30 ນ. ຂອງ​ມື້ວັນ​ເສົາ​ທີ່ 14 ພະຈິກ ຕາມ​ເວລາ​ທ້ອງ​ຖິ່ນ ຫລື ​ພຽງ​ມື້​ດຽວ ຫລັງ​ເກີດ​ເຫດ​ກໍ່​ການ​ຮ້າຍ​ເທື່ອ​ໃຫຍ່​ໂຈມ​ຕີ​ນະຄອນຫລວງ​ປາ​ຣີດ ໃນ​ເວລາ​ຕໍ່​ມາ ເຈົ້າ​ຫນ້າທີ່​ຕຳ​ຫລວດ​ອັງ​ກິດ​ໄດ້​ຈັບ​ກຸມ​ທ້າວ ເຈີ​ໂຣມ ຊໍ​ລິດ (Jerome Chauris) ຊາວ​ຝຣັ່ງ ໄວ 41 ປີ ຈາກ​ເມືອງ​ Vendome ໄດ້​ທີ່​ສະໜາມບິນແກດ​ວິກ ເມື່ອ​ວັນທີ່ 14 ພະຈິກ ໃນ​ຂໍ້​ຫາ​ມີ​ອາ​ວຸດ​ປືນ​ໄຣ​ເຟີ້ນ 1 ກະ​ບອກ ແລະ​ມີດ 1 ເຫລັ້ມ​ໄວ້​ໃນ​ຄອບຄອງ ໂດຍ​ຈະ​ນຳ​ຕົວ​ທ້າວເຈີ​ໂຣມ ຊໍ​ລິດ​ຂຶ້ນ​ສານ​ເຊົ້າ​ມື້ວັນ​ຈັນ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ

ເວັບ​ໄຊຕ໌ ມິລ໌​ເລີ ອອນ​ໄລນ໌ ເຜີຍ​ວ່າ ທ້າວ​ເຈີ​ໂຣມ ຊໍ​ລິດ ຊາຍ​ຊາວຝຣັ່ງ ໄດ້​ຖືກ​ເຈົ້າ​ຫນ້າທີ່​ສະ​ໜາມ​ບິນ​ແກດ​ວິກ​ຈັບ​ກຸມ​ໄດ້​ທີ່​ອາ​ຄານ​ຜູ້​ໂດຍ​ສານ​ ເມື່ອ​ວັນທີ່ 14 ພະຈິກ ຂະນະ​ທີ່​ທາ​ງສະ​ໜາມ​ບິນ​ໄດ້​ມີ​ການ​ລັອກ​ປະ​ຕູ​ແລະ​ອົບພະ​ຍົບ​ຜູ້​ຄົນ​ອອກຈາກ​ອາ​ຄານ

NjpUs24nCQKx5e1D61sH72Y6jq1kARJBgFfvBDDjAy0

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...