Homeຂ່າວການພັດທະນາລາວ-ຈີນ ຮ່ວມມືພັດທະນາໂຄງການລົດໄຟ

ລາວ-ຈີນ ຮ່ວມມືພັດທະນາໂຄງການລົດໄຟ

Published on

​laos-china train

ໃນວັນ​ທີ13 ພະຈິກ​ນີ້, ​ໄດ້​ມີພິທີລົງ​ນາມສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ພັດທະນາ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາວ-​ຈີນລະຫວ່າ​ງລັດຖະບານລາວ ​ແລະ ສປ ຈີນ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ  ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ​ ແລະ ທ່ານ​ ຊີ​ຊ້າ​ວສື ປະທານ​ຄະນະ​ກຳມະການ​ການ​ພັດທະນາ ​ແລະ​ ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ໄດ້​ຕາງໜ້າ​ລັດຖະບານ​ທັງ​ສອງ​ປະ​ເທດ​ລົງ​ນາມ​ໃນ​ສັນຍາ​ດັ່ງກ່າວ​ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໂຄງການ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເຂົ້າ​ສູ່​ໄລຍະ​ປະຕິ​ບັດ​ຕົວ​ຈິງ, ​ໄດ້​ສ້າງ​ພື້ນຖານ​ທີ່​ດີງາມ​ໃຫ້​ແກ່​ການ​ກໍ່ສ້າງ ​ແລະ​ ປະຕິບັດ​ງານ​ຂອງໂຄງການ​ນີ້ກໍຄື​ການ​ຮ່ວມ​ມື​ໃນ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ທາງ​ລົດ​ໄຟ​ລະຫວ່າງ​ສອງປະ​ເທດ​​ໃນ​ອະນາຄົດ.

ໃນ​ພິທີ​ດັ່ງກ່າວ, ອົງການ​ທະ​ນາຄານ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ກັບ​ກະຊວງ​ການ​ເງິນ​ລາວ​ໄດ້​ລົງ​ນາມສັນຍາ​ການ​ຮ່ວມ​ມື​​ສະໜອງ​ທຶນ​ໃຫ້​ແກ່​ໂຄງ​ການ​ລົດ​ໄຟ​ລາວ​-ຈີນ, ລາວ​ໄດ້​ມອບ​​ແຜນ​ດຳ​ເນີນ​ງານ​ກ່ຽວ​ກັບ​ການຈັດ​ຊື້-​ຈັດ​ຈ້າງ​ຜູ້​ຮັບ​ເໝົາ​​ຂອງ​ໂຄງການດັ່ງກ່າວ​ໂດຍ​ມີທ່ານ​ຫວາງ​ສ້ຽວ​ຖ່າວຮອງ​ປະທານ​ຄະນະ​ກຳມະການ​ການ​ພັດທະນາ​ ແລະ​ ປະຕິ​ຮູບ​​ແຫ່ງ​ລັດ​ຈີນ, ທ່ານ​ ຫວງ​ມິນ ຮອງ​ຜູ້ອຳນວຍ ການ​ບໍລິສັດ​ໃຫຍ່​ທາງ​ລົດ​ໄຟ​ຈີນ, ທ່ານ​ ຊຸນ​ຜິ​ງ ຮອງ​ອຳນວຍ​ການ​ທະນາຄານ​ຂາ​ອອກ-​ຂາ​ເຂົ້າ​ຈີນ, ທ່ານ ​ລັດຕະນະມະ ນີຄຸນ​ນິວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ໂຍທາ​ທິການ​ ແລະ​ຂົນ​ສົ່ງ​ລາວ, ທ່ານ​ນາງ​ ທິບ​ພະ​ກອນ ຈັນທະ​ວົງສາ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ, ທ່ານ ​ສົມ​ດີບຸນ​ຄຸ້ມ ​ເອກອັກຄະ​ລັດຖະທູດ​ລາວ​ປະຈຳ​ຈີນ​ພ້ອມພາກສ່ວນ​ກ່ຽວຂ້ອງ​ໄດ້​ເຂົ້າ​ຮ່ວມ​ພິທີ​​ດ່ັງກ່າວ. ທາງ​ລົດ​ໄຟ​ລາວ-​ຈີນ​ແມ່ນ​ໂຄງການ​ທາງ​ລົດ​ໄຟ​ຕ່າງປະ​ເທດ​ໂຄງການ​ທຳ​ອິດ​ທີ່​ຈະ​ເຊື່ອມ​ຈອດ​ກັບ​ຕາງ​ໜ່າງທາງ​ລົດ​ໄຟ​ຂອງ​ຈີນ ​ໂດຍຈາກ​ດ່ານ​ບໍ່ຫານ-​ບໍ່​ເຕັນ​ ທີ່ຢູ່​ຊາຍ​ແດນ​ສອງ​ປະ​ເທດ​ນັ້ນ​ເຂົ້າ​ສູ່​ຊາຍແດນ​ລາວ​ແລ້ວລົງ​ໄປຜ່ານ​ເມືອງ​ໄຊ, ຫຼວງ​ພະ​ບາງ, ວັງ​ວຽງ ​ຈົນ​ຮອດ​ນະຄອນຫຼວງ​ວຽງ​ຈັນ ​ໃນ​ໄລຍະ​ທາງຍາວ 416 ກິ​ໂລ​ແມັດ, ​ໃນ​ນັ້ນ 60% ​ແມ່ນ​ຂົວ​ ແລະ ​ອຸ​ໂມງ, ຍອດ​ມູນ​ຄ່າ​ການ​ລົງທຶນ​ຂອງ​ໂຄງການ​ນີ້​ມີ​ເກືອບ 40 ຕື້​ຢວນ, ​ໃນ​ນັ້ນລາວ​ຈະ​ອອກທຶນ 30% ​ແລະ​ ຈີນ​ຈະ​ອອກທຶນ 70%,ສ້າງ​ເປັນທາງ​ລົດ​ໄຟ​ສາຍ​ດຽວ, ຂັບ​ເຄື່ອນ​ດ້ວຍ​ພະລັງ​ໄຟຟ້າ​ ແລະ ​ຂົນ​ສົ່ງ​ທັງຜູ້​ໂດຍສານ​​ ແລະ ​ເຄື່ອງ​ຂອງ, ມີ​ຄວາມ​ໄວ160 ກິ​ໂລ​ແມັດ​ຕໍ່​ຊົ່ວ​​ໂມງ​ ແລະ120 ກິ​ໂລ​ແມັດ​ຕໍ່​ຊົ່ວ​​ໂມງ.
​          ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ໃນ​ປີ 2020. ພາຍຫຼັງ​ສຳ​ເລັດ​​ຈະ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ລາວ​ຢ່າງ​​ໃຫຍ່​ຫຼວງ, ຍົກ​ສະມັດ​ຖະພາບ ​ແລະ ​ລະດັບ​ກາ​ນຂົນ​ສົ່ງ​ຂອງ​ລາວ​ໃຫ້​ສູງ​ຂຶ້ນ ແລະ ​ຈະ​ສ້າງ​ໂອກາດ​ປະກອບ​ອາຊີບ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ປະຊາ​ຊົນ​ລາວບັນດາ​ເຜົ່າ. ອີກ​ດ້ານ​ໜຶ່ງ​ກໍຈະ​ເພີ່ມ​ພະລັງ​ແຮງ​ອັນ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ​​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.

ທັງ​ຈະ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ຂອງ​ໄທ, ມາ​ເລ​ເຊຍ ແລະ​ ປະ​ເທດ​ອື່ນໆ​ເຊິ່ງຈະ​ເຮັດ​ໃຫ້ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ ແລະ​ ການ​ໄປມາຫາສູ່​ກັນ​ດ້ານ​ບຸກຄະລາ​ກອນ​ລະຫວ່າງ​ປະ​ເທດ​ເຫຼົ່າ​ນີ້​ມີ​ຄວາມ​ແໜ້ນ​ແຟ້ນຍິ່ງຂຶ້ນ.

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...